ຮ່ວມແຮງຮ່ວມໃຈເພື່ອປະຕິບັດບັນດາຍຸດທະສາດແຫ່ງການພັດທະນາ ຊາວໜຸ່ມຫວຽດນາມ
22/02/2012 09:13
ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ: ປີ 2012 ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ ຄວນເປັນເຈົ້າການ ສົມທົບກັບບັນດາກະຊວງ ຂະແໜງການທີ່ກ່ຽວຂ້ອງ, ເປັນເສນາທິການ ຜັນຂະຫຍາຍການປະຕິບັດບັນດາຍຸດທະສາດແຫ່ງການພັດທະນາຊາວໜຸ່ມຫວຽດນາມ ໄລຍະ 2011-2020,

ທີ່ກອງປະຊຸມຄົບຄະນະຄັ້ງທີ 20 ຂອງຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ ທີ່ຫາກໍຈັດຂຶ້ນຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ: ປີ 2012 ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ ຄວນເປັນເຈົ້າການ ສົມທົບກັບບັນດາກະຊວງ ຂະແໜງການທີ່ກ່ຽວຂ້ອງ, ເປັນເສນາທິການ ຜັນຂະຫຍາຍການປະຕິບັດບັນດາຍຸດທະສາດແຫ່ງການພັດທະນາຊາວໜຸ່ມຫວຽດນາມ ໄລຍະ 2011-2020, ໂດຍສຸມໃສ່ 3 ເນື້ອໃນສຳຄັນ, ນັ້ນແມ່ນການສຶກສາອົບຮົມແນວຄິດ, ຄຸນສົມບັດແບບແຜນການດຳລົງຊີວິດທີ່ໂປ່ງໃສໃຫ້ແກ່ຊາວໜຸ່ມ; ເອົາໃຈໃສ່ເຖິງການບຳລຸງສ້າງວິຊາຊີບ ແລະ ແກ້ໄຂວຽກເຮັດງານທຳໃຫ້ແກ່ຊາວໜຸ່ມ, ສ້າງສະພາບແວດລ້ອມ, ສະຖານທີ່ລະຫຼີ້ນບັນເທິງທີ່ໂປ່ງໃສໃຫ້ແກ່ຊາວໜຸ່ມເຍົາວະຊົນ.
TAG
ພັດທະນາຊາວໜຸ່ມຫວຽດນາມ
Related








