ວັນກະຈາຍສຽງໂລກປີ 2017 : ຮັບຟັງຄຳເຫັນຂອງຜູ້ຟັງ
13/02/2017 09:07
ວັນທີ 13/2 ໃນແຕ່ລະປີ ແມ່ນຖືກຮັບເລືອກແມ່ນວັນກະຈາຍສຽງໂລກ. ດ້ວຍຫົວຂໍ້ “ ກະຈາຍສຽງ ກໍແມ່ນເພື່ອນ ”. ວັນກະຈາຍສຽງໂລກປີນີ້ ແມ່ນເອົາໃຈໃສ່ເປັນພິເສດເຖິງການເຂົ້າຮ່ວມເປັນປະຈຳ, ຕັ້ງໜ້າຂອງທ່ານຜູ້ຟັງວິທະຍຸກະຈາຍສຽງ

ວັນທີ 13/2 ໃນແຕ່ລະປີ ແມ່ນຖືກຮັບເລືອກແມ່ນວັນກະຈາຍສຽງໂລກ. ດ້ວຍຫົວຂໍ້ “ ກະຈາຍສຽງ ກໍແມ່ນເພື່ອນ ”. ວັນກະຈາຍສຽງໂລກປີນີ້ ແມ່ນເອົາໃຈໃສ່ເປັນພິເສດເຖິງການເຂົ້າຮ່ວມເປັນປະຈຳ, ຕັ້ງໜ້າຂອງທ່ານຜູ້ຟັງວິທະຍຸກະຈາຍສຽງ, ເປັນຕົ້ນແມ່ນໃນສະພາວະຫັນແຫຼ່ງຂໍ້ມູນຂ່າວສານເປັນຫຼາຍຮູບຫຼາຍແບບດ້ວຍການຂະຫຍາຍຕົວຂອງອິນເຕີເນັດພ້ອມກັບສື່ສັງຄົມ. ດ້ວຍການເລືອກເອົາຜູ້ຟັງແມ່ນໃຈກາງ, ບັນດາວິທະຍຸກະຈາຍສຽງບໍ່ພຽງແຕ່ຮັບຟັງຄຳເຫັນປະກອບຂອງຜູ້ຊົມ, ສ້າງເວທີປາໄສເພື່ອໃຫ້ເຂົາເຈົ້າສະແດງທັດສະນະເທົ່ານັ້ນ, ຫາກຍັງກຳແໜ້ນຄວາມຮຽກຮ້ອງຕ້ອງການຂອງເຂົາເຈົ້າ ແລະ ດັດປັບການຂະຫຍາຍຕົວຂອງກະຈາຍສຽງໃຫ້ສອດຄ່ອງກວ່າເກົ່າ. ຈົດໝາຍຂອງຜູ້ຟັງ,ຜູ້ອ່ານທີ່ສົ່ງເຖິງວິທະຍຸກະຈາຍສຽງຫວຽດນາມ ໃນຍຸກປະຈຸບັນ, ການພັດທະນາຢ່າງແຂງແຮງຂອງວິທະຍາສາດເຕັກໂນໂລຢີ ແລະ ການຂະຫຍາຍຕົວຢ່າງແຂງແຮງຂອງສື່ສັງຄົມຊຶ່ງໄດ້ ແລະ ພວມເຮັດໃຫ້ສະພາບແວດລ້ອມດ້ານການສື່ຂ່າວປ່ຽນແປງຢ່າງວ່ອງໄວໃນຂອບເຂດທົ່ວໂລກ, ໃນນັ້ນ ມີການກະຈາຍສຽງໂລກ. ນີ້ແມ່ນສິ່ງທ້າທາຍຢ່າງແທ້ຈິງ ແລະ ກໍແມ່ນກາລະໂອກາດທີ່ດີສຳລັບ ການກະຈາຍສຽງ. ເພື່ອດຶງດູດການເຂົ້າຮ່ວມຂອງຜູ້ຟັງ, ບັນດາ ວິທະຍຸກະຈາຍສຽງໄດ້ນຳໃຊ້ເຕັກໂນໂລຢີ ແລະ ສື່ສັງຄົມຊຶ່ງແມ່ນບັນດາພາຫະນະທີ່ຜູ້ຟັງໃນທຸກວັນນີ້, ພິເສດແມ່ນຜູ້ຟັງໜຸ່ມ ແລະ ລຸ່ນຜູ້ຟັງໃນອະນາຄົດໄດ້ນຳໃຊ້ຫຼາຍທີ່ສຸດ.
TAG
vovworld/ວິທະຍຸກະຈາຍສຽງ
Related








