ຢັ້ງຢືນບົດບາດຂອງກະສິກຳໃນພື້ນຖານເສດຖະກິດ ຫວຽດນາມ
30/01/2012 12:29
ຫວຽດນາມ ໄດ້ຮັບການເຊີດຊູແມ່ນແບບຢ່າງດີເດັ່ນໃນການຊຸກຍູ້ການພັດທະນາກະສິກຳຢູ່ບັນດາປະເທດພວມພັດທະນາ

ໃນຂອບເຂດເວທີປາໄສເສດຖະກິດໂລກຄັ້ງທີ 42 ຊຶ່ງພວມດຳເນີນຢູ່ Davos ປະເທດ ສະວິດ, ທີ່ວາລະປະຊຸມຫົວເລື່ອງສະເພາະປຶກສາຫາລືກ່ຽວກັບການຜັນຂະຫຍາຍປະຕິບັດ“ວິໄສທັດໃຫມ່ ໃນຂົງເຂດກະສິກຳ” ຖຶກຈັດຂຶ້ນໃນທ້າຍອາທິດຜ່ານມາ, ຫວຽດນາມ ໄດ້ຮັບການເຊີດຊູແມ່ນແບບຢ່າງດີເດັ່ນໃນການຊຸກຍູ້ການພັດທະນາກະສິກຳຢູ່ບັນດາປະເທດພວມພັດທະນາ. ເພື່ອບັນລຸໄດ້ໝາກຜົນນີ້ ຍ້ອນມີນະໂຍບາຍອັນຖືກຕ້ອງຂອງພັກ, ລັດຫວຽດນາມທີ່ມີຕໍ່ກະສິກຳ, ຊົນນະບົດ. ເນື່ອງໃນໂອກາດນີ້ ບັນນາທິການວິທະຍຸກະຈາຍສຽງຫວຽດນາມ ມີບົດໄຈ້ແຍກກ່ຽວກັບບັນດາລັດຖະນະໂຍບາຍທີ່ມີລັກສະນະບຸກທະລຸໃນໄລຍະກວ່າ 25 ປີ ແຫ່ງການປ່ຽນແປງໃຫມ່ກໍຄືໄລຍະປະຈຸບັນ.
Related








