ຢັ້ງຢືນການພົວພັນສຳພັນທະມິດລະຫວ່າງອາເມລິກາ ແລະ ຍີ່ປຸ່ນ
08/02/2017 08:06
(vovworld)- ວັນທີ 9/2, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຈະເລີ່ມຕົ້ນການຢ້ຽມຢາມ ອາເມລິກາ. ນີ້ແມ່ນການນຳທຳອິດຂອງອາຊີ ໄປຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ ພາຍຫລັງທ່ານ Donald Trump

(vovworld)- ວັນທີ 9/2, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຈະເລີ່ມຕົ້ນການຢ້ຽມຢາມ ອາເມລິກາ. ນີ້ແມ່ນການນຳທຳອິດຂອງອາຊີ ໄປຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ ພາຍຫລັງທ່ານ Donald Trump ສາບານຕົວຮັບດຳລົງຕຳແຫນ່ງເປັນປະທານາທິບໍດີ ອາເມລິກາ (20/1/2017). ສິ່ງນີ້ແມ່ນສະແດງໃຫ້ເຫັນການເປັນເຈົ້າການຂອງລັດຖະບານ ຍີ່ປຸ່ນ ໃນການປັບປຸງສາຍພົວພັນສຳພັນທະມິດກັບ ອາເມລິກາ ພາຍໃຕ້ອຳນາດການປົກຄອງຂອງປະທານາທິບໍດີ Donald Trump ພ້ອມທັງໃຫ້ໂລກຮູ້ວ່າ ການພົວພັນພັນທະມິດ ຍີ່ປຸ່ນ - ອາເມລິກາ ຍາມໃດກໍ່ໝັ້ນຄົງຫນັກແຫນ້ນ. ປະທານາທິບໍດີ ອາເມລິກາ Donald Trump ວັນທີ 7/2, ທ່ານ Yoshihide, ຫົວຫນ້າຫ້ອງວ່າການລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ: ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຈະເຈລະຈາກັບທ່ານ Donald Trump ຢູ່ ວໍຊີງຕັນ ແລະ ຈະໄປຢ້ຽມຢາມເຂດຜັກພ່ອນບຳລຸງສຸຂະພາບຂອງປະທານາທິບໍດີ ອາເມລິກາ ຢູ່ Florida ກ່ອນທີ່ກັບຄືນເມືອຍີ່ປຸ່ນ ໃນວັນທີ 13/2. ຕາມຫົວຫນ້າຫ້ອງວ່າການລັດຖະບານຍີ່ປຸ່ນ ແລ້ວ, ການຢ້ຽມຢາມຄັ້ງນີ້ແມ່ນກາລະໂອກາດເພື່ອໃຫ້ການນຳສອງປະເທດ ແລກປ່ຽນຢ່າງກົງໄປກົງມາທັດສະນະກ່ຽວກັບການພົວພັນສອງຝ່າຍ ແລະ ເພື່ອໃຫ້ໂລກຮູ້ໄດ້ວ່າ ການພົວພັນສຳພັນທະມິດ ຍີ່ປຸ່ນ - ອາເມລິກາ ຍາມໃດກໍ່ໝັ້ນຄົງຫນັກແຫນ້ນ. ທ່ານ Suga ໃຫ້ຮູ້ຕື່ມອີກວ່າ ການຢ້ຽມຢາມ Floria ເພື່ອເຮັດໃຫ້ການພົວພັນສະເພາະລະຫວ່າງການນຳສອງປະເທດຍິ່ງມີຄວາມໄວ້ເນື້ອເຊື່ອໃຈກວ່າ.
TAG
vovworld/ການພົວພັນສອງຝ່າຍ
Related








