VOV WorldVOV World
ຢືນ​ຢັນ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ​ຂອງ ຫວຽດ​ນາມ ດ້ວຍ​ບັນ​ດາ​ຄຸນ​ຄ່າຫຼັກ​ແຫຼ່ງ​ຂອງ ສ​ປ​ຊ
19/09/2025 10:53
(VOVWORLD) - ແຕ່ວັນທີ 21-24 ກັນຍາ, ທ່ານປະທານປະເທດຫວຽດນາມ ເລືອງເກື່ອງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງ ກອງປະຊຸມສະມັດຊາດໃຫຍ່ ສປຊ ຊຸດທີ 80, ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ. ນີ້ແມ່ນການໄປປະຕິບັດງານທີ່ມີຄວາມໝາຍທີ່ສຸດ, ຢັ້ງຢືນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ທີ່ມີຕໍ່ລັດທິຫຼາຍຝ່າຍ ແລະ ບັນດາຄຸນຄ່າຫຼັກແຫຼ່ງຂອງ ສປຊ. ສຳລັບ ອາເມລິກາ, ບັນດາການເຄື່ອນໄຫວສອງຝ່າຍຂອງທ່ານປະທານປະເທດໃນໂອກາດນີ້ ຈະປະກອບສ່ວນກຳນົດທິດການຮ່ວມມືສອງຝ່າຍ ພາຍຫຼັງທີ່ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານມາເປັນເວລາ 2 ປີ.
ຢືນ​ຢັນ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ​ຂອງ ຫວຽດ​ນາມ ດ້ວຍ​ບັນ​ດາ​ຄຸນ​ຄ່າຫຼັກ​ແຫຼ່ງ​ຂອງ ສ​ປ​ຊ
ທ່ານປະທານປະເທດ ເລືອງເກື່ອງ
TAG
VOV/VOVworld/ປະ​ທານ​ປະ​ເທດ/ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ