ຮ່າໂນ້ຍ ສ້າງເຂດປ່ອຍອາເສຍຕ່ຳ, ມາດຕະການທີ່ແນ່ນອນເພື່ອປົວແປງສິ່ງແວດລ້ອມ
17/10/2025 07:15
(VOVWORLD) - ຮ່າໂນ້ຍ ພວມຕ້ອງປະເຊີນໜ້າກັບຄວາມກົດດັນທີ່ນັບມື້ນັບຫຼາຍຂຶ້ນ ຈາກການເພີ່ມຈຳນວນພາຫະນະຄົມະນາຄົມສ່ວນຕົວຢ່າງໄວວາ ໃນຂະນະທີ່ລະບົບພື້ນຖານໂຄງລ່າງເກີນກຳລັງທີ່ຈະຮັບໄດ້, ສະພາບລົດຕິດ ແລະ ມົນລະພິດສິ່ງແວດລ້ອມມີການຜັນແປຢ່າງສັບສົນ. ໃນສະພາບການດັ່ງກ່າວ, ການພັດທະນາພາຫະນະຄົມມະນາຄົມສາທາລະນະ ດ້ວຍບັນດາປະເພດຄື: ລັດເມ, ລົດໄຟໃນຕົວເມືອງ (metro), ລົດເມດ່ວນ (BRT), ການສ້າງເຂດປ່ອຍອາຍເສຍຕ່ຳຖືກຖືວ່າແມ່ນມາດຕະການທີ່ດີທີ່ສຸດເພື່ອແກ້ໄຂສະພາບການນີ້.

(ພາບ: nhandan.vn ) ແຕ່ລະມື້, ອ້າຍ ຫງວຽນກົງບິ່ນ ຢູ່ຕາແສງ ອຽນເຫງັ້ຍ, ຮ່າໂນ້ຍ ອອກຈາກເຮືອນໄປຮອດຫ້ອງການຕ້ອງເສຍເວລາປະມານ 1 ຊົ່ວໂມງ ໃນສະພາບລົດທີ່ຄັບຄາໜ້າແໜ້ນ. ອ້າຍມີຄວາມປາດຖະໜາວ່າ: ຮ່າໂນ້ຍ ຈະຫລຸດຜ່ອນເວລາປະຕິບັດການຜັນຂະຫຍາຍເຂດປ່ອຍອາຍເສຍຕ່ຳຍິ່ງໄວກໍ່ຍິ່ງດີ: ຂີ່ລົດໄປຕາມທາງແມ່ນຕ້ອງດົມຄວັນ, ຂີ້ຝຸ່ນຫຼາຍທີ່ສຸດ, ອາຍເສຍໄດ້ ສົ່ງ ຜົນສະທ້ອນຕໍ່ສຸຂະພາບ. ເລື່ອງສ້າງເຂດປ່ອຍອາຍເສຍຕ່ຳແມ່ນສຳຄັນທີ່ສຸດ, ຊ່ວຍໃຫ້ ປຊຊ ມີຄວາມເອົາໃຈໃສ່ ກວ່າ ອີກ. (ພາບ: nhandan.vn ) ປະຈຸບັນ, ນະຄອນ ຮ່າໂນ້ຍ ມີປະມານ 9,2 ລ້ານພາຫະນະປະເພດຕ່າງໆ, ໃນນັ້ນລວມມີລົດໂອໂຕ 1,1 ລ້ານຄັນ, ລົດຈັກ 6,9 ລ້ານຄັນ ແລະ ປະມານ 1,2 ລ້ານພາຫະນະຈາກແຂວງຕ່າງໆທີ່ສັນຈອນເປັນປະຈຳ. ຮ່າໂນ້ຍ ໄດ້ຜັນຂະຫຍາຍບັນດາມາດຕະການຄື: ພັດທະນາຄົມມະນາຄົມຕົວເມືອງ, ນຳໃຊ້ລະບົບລົດເມໄຟຟ້າ, ພະລັງງານສີຂຽວ, ປະກອບສ່ວນຫລຸດຜ່ອນກຳລັງກົດດັນທາງດ້ານຄົມມະນາຄົມໃຫ້ແກ່ນະຄອນຫຼວງ, ຊຸກຍູ້ການນຳໃຊ້ພະລັງງານສະອາດ, ຫລຸດຜ່ອນມົນລະພິດສິ່ງແວດລ້ອມ. ທ່ານປະລິນຍາເອກ ຮວ່າງເຢືອງຕຸ່ງ, ປະທານເຄືອຂ່າຍອາກາດສະອາດ ຫວຽດນາມ ໄດ້ວິເຄາະວ່າ: ແຫຼ່ງມົນລະພິດຢູ່ໃສ? ທຳອິດແມ່ນຢູ່ໃນການຄົມມະນາຄົມ, ຍ້ອນມີຈຳນວນລົດໂອໂຕ, ລົດຈັກຫຼາຍທີ່ສຸດ. ທີສອງແມ່ນຈາກການກໍ່ສ້າງບັນດາກິດຈະກຳໃນບໍ ລິ ເວນນະຄອນ, ກໍ່ໃຫ້ເກີດຂີ້ຝຸ່ນຫຼາຍ. ຕໍ່ມາແມ່ນຈາກບັນດາໂຮງຈັກໂຮງງານ, ບັນດາຮາກຖານຜະລິດອຸດສາຫະກຳ… ບໍ່ມີບັນດາເຄື່ອງບຳບັດ.
TAG
VOV/VOVworld/ຮ່າໂນ້ຍ ສ້າງເຂດປ່ອຍອາເສຍຕ່ຳ/ມາດຕະການທີ່ແນ່ນອນເພື່ອປົວແປງສິ່ງແວດລ້ອມ/ທ່ານປະລິນຍາເອກ ຮວ່າງເຢືອງຕຸ່ງ/ອ້າຍ ຫງວຽນກົງບິ່ນ ຢູ່ຕາແສງ ອຽນເຫງັ້ຍ/ຮ່າໂນ້ຍ/Net Zero ຂອງ ຫວຽດນາມ
Related








