VOV WorldVOV World
“ເສດ​ຖະ​ກິດກາງຄືນ”-ກຳ​ລັງ​ໜູນ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ນະ​ຄອນ ໂຮ່​ຈິ​ມິນ.
09/04/2026 06:58
[VOVWORLD] - ນະ​ຄອນ ໂຮ່​ຈິ​ມີນ ມີ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ດ້ານ​ຂອບ​ຂະ​ໜາດ​ພົນ​ລະ​ເມືອງ, ການ​ທ່ອງ​ທ່ຽວ ແລະ ກຳ​ລັງ​ແຮງ​ຕົວ​ເມືອງ ພ້ອມ​ກັບ​ຄວາມ​ຕ້ອງ​ການ​ບັນ​ເທິງ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຈາກ ປ​ຊ​ຊ ແລະ ແຂກ​ທ່ອງ​ທ່ຽວ, ດັ່ງ​ນັ້ນ, ນະ​ຄອນ ໂຮ່​ຈິ​ມີນ ມີ​ທ່າ​ໄດ້​ປຽບຫຼາຍ​ຢ່າງ​ເພື່ອ​ພັດ​ທະ​ນາ “ເສດ​ຖະ​ກິດ​ກາງຄືນ”. ການ​ສ້າງ​ກົນ​ໄກ​ປະ​ສານ​ງານ, ວາງ​ແຜນ​ຜັງ, ຄຸ້ມ​ຄອງກໍ່​ຄື​ການ​ພັດ​ທະ​ນາ, ທາງ​ນະ​ຄອນ​ພວມ​ມາ​ນະ​ພະ​ຍາມ​ນຳ “ເສດ​ຖະ​ກິດກາງຄືນ” ກາຍ​ເປັນທ່າ​ໄດ້​ປຽບ ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ຢ່າງວ່ອງ​ໄວ ແລະ ຍືນ​ຍົງ.
 “ເສດ​ຖະ​ກິດກາງຄືນ”-ກຳ​ລັງ​ໜູນ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ນະ​ຄອນ ໂຮ່​ຈິ​ມິນ.
Quang cảnh tọa đàm “Phát triển kinh tế đêm – Động lực thúc đẩy tăng trưởng TP. Hồ Chí Minh” ການ​ໂອ້​ລົມ​ສົນ​ທະ​ນາ "ພັດ​ທະ​ນາ​ເສດ​ຖະ​ກິດ​ກາງ​ຄືນ" (ພາບ: ຕີ​ຮິວງ= ການ​ໂອ້​ລົມ​ສົນ​ທະ​ນາ "ພັດ​ທະ​ນາ​ເສດ​ຖະ​ກິດ​ກາງ​ຄືນ" (ພາບ: ຕີ​ຮິວງ)         ນະ​ຄອນ ໂຮ່​ຈິ​ມີນ ມີຫຼາຍ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຍາມ ກາງຄືນ ​ຄື: ສີ​ສັນ​ວັດ​ທະ​ນະ​ທຳ​ທີ່​ມີຫຼາຍ​ຮູບ​ແບບ, ພື້ນ​ຖານ​ໂຄງ​ລ່າງ​ທັນ​ສະ​ໄໝ ແລະ ຄວາມ​ຕ້ອງ​ການ​ລົງ​ຕົວ​ຈິງ​ຂ​ອງ​ແຂກ​ ທ່ອງທ່ຽວທີ່ ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ . 6-12.4-nsdt-anh_3.jpg ທ່ານ ຮອງສາດສະດາຈານ, ປະລິນຍາເອກ ດິງຕຽນມິນ (ພາບ: ຕີ​ຮິວງ)   ຕາມ​ການ​ສຳຫຼວດ​​ພື້ນ​ທີ່ຕົວ​ຈິງ​ຂອງ​ພະ​ແນກ​ທ່ອງ​ທ່ຽວນະ​ຄອນ ໂຮ່​ຈິ​ມີນ, ​ປະ​ຈຸ​ບັນ, ບັນ​ດາ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ ກາງຄືນ ​ສ່ວນຫຼາຍ​ແມ່ນ​ໄດ້​ຈັດ​ຂຶ້ນ ຢູ່ໃນ ເຂດ​ຈຳ​ນວນ​ໜຶ່ງ​ຄື: ຖະ​ໜົນ​ຍ່າງ ຫງວຽນ​ເຫ້ວ, ຖະ​ໜົນ ບຸ່ຍ​ວ້ຽນ, ຕະຫຼາດ​ ກາງຄືນ ເບັນ​ແທັງ, ທ່າ​ເຮືອ ແ ບັ ກ​ດັງ ແລະ ບັນ​ດາ​ຮ້ານ​ກິນ​ດື່ມ​ແຄມ​ແມ່​ນ້ຳ. ບັນ​ດາ​ຮູບ​ແບບ​ເຄື່ອນ​ໄຫວ​ລວມ​ມີ: ການ​ສະ​ແດງ​ສິ​ລະ​ປະ​ຕາມ​ທ້ອງ​ຖະ​ໜົນ, ເຂດ​ຮ້ານ​ກິນ​ດື່ມ, ການ​ເຄື່ອນ​ໄຫວ​ບັນ​ເທິງ, ການ​ບໍ​ລິ​ການ​ເທິງ​ເຮືອ ແລະ ບັນ​ດາ​ສະ​ຖານ​ທີ່​ລະຫຼີ້ນ​ ຍາມ ​ຄ່ຳ ຄືນ . ທ່ານ ຮອງ​ສາດ​ສະ​ດາ​ຈານ, ປະ​ລິນ​ຍາ​ເອກ ດິງ​ຕຽນ​ມິນ, ຄູ​ສອນ​ຂັ້ນ​ສູງ ໂຮງ​ຮຽນ​​ທຸ​ລະ​ກິດ, ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ສາດ ນະ​ຄອນ ໂຮ່​ຈິ​ມີນ (UEH),  ຖື​ວ່າ:        ​​ຕົວ​ຈິງ​ແລ້ວ, ຜະ​ລິດ​ຕະ​ພັນ​ເສດ​ຖະ​ກິດ​ ກາງຄືນ ຂອງນະ​ຄອນ ໂຮ່​ຈິ​ມິນ ເບິ່ງ​ຄື​ວ່າ​ມີ​ຄວາມ​ອຸ​ດົມ​ສົມ​ບຸນ, ຫຼາຍ​ຮູບຫຼາຍ​ແບບ ແຕ່​ຍັງ ຊ້ຳຊາກຄືເກົ່າ, ໂຮມ ກັນແບບມະຍິກມະຍ່ອຍ ແລະ ຂາດ​ລັກ​ສະ​ນະ​ສະ​ເພາະ, ລວງ​ເລິກ, ລະ​ບົບ​ຊີ​ວະ​ພາບ ແລະ ກຳ​ລັງ​ດູດ​ດື່ມ. ນອກ​ຈາກນັ້ນ​ແມ່ນ​ ຍັງ ​ຂາດ​ພື້ນ​ທີ່ ແລະ ການ​ເຊື່ອມ​ຕໍ່ ທີ່ເປັນລະບົບ . 6-12.4-nsdt-anh_4.jpg (ພາບ: ຕີ​ຮິວງ)
TAG
VOV/VOVWORLD ທ່ານ ຫ​ວໍຫວຽດ​ຮວ່າ/ຜູ້​ອຳ​ນວຍ​ການ​ກຸ່ມ​ທ່ອງ​ທ່ຽວ​ສາ​ກົນ Saigontourist/ເສດ​ຖະ​ກິດ​ກາງຄືນ/ທ່ານ ຫງວຽນ​ກວັກ​ກີ່ ປະ​ທານ​ສະ​ພາ​ບໍ​ລິ​ຫານ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ການ​ທ່ອງ​ທ່ຽວ Vietravel/ທ່ານ ຮອງ​ສາດ​ສະ​ດາ​ຈານ/ປະ​ລິນ​ຍາ​ເອກ ດິງ​ຕຽນ​ມິນ/ຄູ​ສອນ​ຂັ້ນ​ສູງ ໂຮງ​ຮຽນ​​ທຸ​ລະ​ກິດ/ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ສາດ ນະ​ຄອນ ໂຮ່​ຈິ​ມີນ (UEH)/ນະ​ຄອນ ໂຮ່​ຈິ​ມິນ