VOV WorldVOV World
ແຂວງ ແຄັງ​ຮ່​ວາ ຫັນ​ເປັນ​ດີ​ຈີ​ຕອນ ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ
11/09/2025 07:39
(VOVWORLD) - ພ້ອມກັບບັນດາແຂວງ, ນະຄອນໃນທົ່ວປະເທດ, ຂະແໜງທ່ອງທ່ຽວແຂວງ ແຄັງຮ່ວາ ພວມຍູ້ແຮງການຫັນເປັນດີຈີຕອນໃນການທ່ອງທ່ຽວ, ຊ່ວຍໃຫ້ແຂກທ່ອງທ່ຽວມີເວລາພັກຜ່ອນທີ່ດີທີ່ສຸດ. ນີ້ຖືກຖືວ່າ ແມ່ນທ່າອ່ຽງທີ່ແນ່ນອນຊື່ງຂະແໜງທ່ອງທ່ຽວແຂວງ ໄດ້ດັດປັບໃຫ້ເໝາະສົມກັບການປ່ຽນແປງຂອງຕະຫຼາດໂດຍໄວ ແລະ ຍົກສູງການລົງຕົວຈິງໃຫ້ແກ່ແຂກ.
ແຂວງ ແຄັງ​ຮ່​ວາ ຫັນ​ເປັນ​ດີ​ຈີ​ຕອນ ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ
    ຢູ່ເຂດພັກຜ່ອນຕາກອາກາດ Vinpearl ຍາຈາງ, ຫົວໜ່ວຍນຳໜ້າໃນຮູບແບບການເຄື່ອນໄຫວຕາມທິດການທ່ອງທ່ຽວອັດສະລິຍະ, ແຕ່ດົນນາມາແລ້ວໄດ້ຜັນຂະຫຍາຍການໝູນໃຊ້ໂປຼແກຼມ VinWonders, ແຜນທີ່ອາຫານການກິນດີຈີຕອນຢູ່ເກາະ ດອນແຈ. ບັນດາໂປຼແກຼມນີ້ສາມາດຊ່ວຍແຂກສ້າງລາຍການທ່ອງທ່ຽວເອງ; ຄົ້ນຫາເວລາທີ່ຈະລໍຖ້າຢູ່ສະຖານທີ່ລະຫຼີ້ນ; ນຳໃຊ້ແຜນທີ່ດີຈີຕອນພາຍໃນເຂດ; ຈອງບໍລິການຕ່າງໆ; ຊຳລະແບບບໍ່ໃຊ້ເງິນສົດ…    ໃນຂະນະນັ້ນ, ຢູ່ແຮງແຮມ Annova, ຕາແສງ ຍາຈາງ ຊື່ງມີຫ້ອງນອນເກືອບ 470 ຫ້ອງ ໄດ້ໝູນໃຊ້ເຄືອຂ່າຍອິນເຕີເນັດ, ພື້ນຖານດີຈີຕອນເພື່ອສຳຫຼວດລູກຄ້າ ແລະ ບັນດາຊ່ອງຂາຍເຄື່ອງທາງອອນໄລເພື່ອເຂົ້າເຖິງກຸ່ມແຂກໄດ້ຢ່າງຖືກຕ້ອງ. ຈາກນັ້ນ, ທາງໂຮງແຮມຈະເປັນເຈົ້າການໃນການສ້າງການບໍລິການ, ຮັບຟັງຜ່ານການສຳຫຼວດທາງອອນໄລ, ວິເຄາະຂໍ້ມູນ, ຍົກສູງຄຸນນະພາບ… ທ່ານນາງ ຫງວຽນທິເທືອງ, ຜູ້ຈັດການໃຫຍ່ ໂຮງແຮມ Annova, ໃຫ້ຮູ້ວ່າ: ຍາມໃດໂຮງແຮມພວກຂ້າພະເຈົ້າກໍ່ມີຜູ້ຈອງຫ້ອງນອນເຕັມ, ເພື່ອເຮັດໄດ້ຄືແນວນັ້ນ, ພວກຂ້າພະເຈົ້າຕ້ອງຍົກລະດັບຄຸນນະພາບຜະລິດຕະພັນການບໍລິການ. ຜ່ານການຍົກສູງ ການຫັນເປັນສ່ວນຕົວ, ການລົງຕົວຈິງຂອງແຂກເມື່ອມາພັກເຊົາ. ສຳລັບແຂກທ່ອງທ່ຽວ ລາຍ ຍ່ອຍກໍ່ມີ ພື້ນທີ່ ແລະ ການລົງຕົວຈິງສະເພາະ
TAG
VOV/VOVworld/ແຂວງ ແຄັງ​ຮ່​ວາ ຫັນ​ເປັນ​ດີ​ຈີ​ຕອນ ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ/ທະ​ເລ ຍາ​ຈ​າງ-ແຄັງ​ຮ່​ວາ/ເຂດພັກຜ່ອນຕາກອາກາດ Vinpearl ຍາຈາງ/ທ່ານນາງ ຫງວຽນທິຖຸກກວຽນ/ຜູ້ຕາງໜ້າວິສາຫະກິດສະໜອງຜະລິດຕະພັນ AI ຢູ່ ແຄັງຮ່ວາ/ທ່ານ ຟ້າມມິນຍຶດ ປະທານສະຫະສະມາຄົມທ່ອງທ່ຽວ ຍາຈາງ-ແຄັງຮ່ວາ/ແຮງແຮມ Annova/