ກີ່ນຫອມຫວນຂອງດອກບົວຢູ່ ຮ່າໂນ້ຍ
22/06/2025 07:00
(VOVWORLD) - ເດືອນ ມິຖຸນາ ຂອງທຸກປີ, ບັນດາດອກບົວ ພິເສດ ແມ່ນດອກບົວພັນກີບ, ເມື່ອເຂົ້າລະດູທີ່ເບັ່ງບານແມ່ນສວຍງາມທີ່ສຸດ. ນີ້ກໍ່ແມ່ນຊ່ວງເວລາທີ່ຊາວ ຮ່າໂນ້ຍ ຜູ້ມັກຮັກດອກບົວໄດ້ກ້າວເຂົ້າສູ່ຊຸມມື້ທີ່່ຊີວິດມີສີດອກບົວ ແລະ ກີ່ນຫອມຂອງດອກບົວຢູ່ອ້ອມຕົວ.

ດອກບົວຢູ່ ຫນອງໂຮ່ໄຕ. (ພາບ: Minh Đức/VTC News) ຊຸມມື້ນີ້ ຫນອງໂຮ່ໄຕ ຍິ່ງອຶກກະທຶກຄືກໂຄມກວ່າມື້ທຳມະດາ ເພາະວ່າ ບັນດາບຶງດອກບົວພັນກີບ ໄດ້ເບັ່ງບານຢ່າງສວຍງາມ. ລະດູດອກບົວເບັ່ງບານຢູ່ ຮ່າໂນ້ຍ ແມ່ນສັ້ນທີ່ສຸດ, ພຽງແຕ່ແກ່ຍາວປະມານເກືອບ 2 ເດືອນ (ແຕ່ເດືອນ ພຶດສະພາ ຮອດເດືອນ ກໍລະກົດ). ແຕ່ນັ້ນແມ່ນລະດູດອກໄມ້ທີ່ໄດ້ຮັບການລໍຄອຍທີ່ສຸດໃນປີ. ໄປລຽບຕາມເສັ້ນທາງແຄມຫນອງໂຮ່ໄຕ ໃນຍາມຮຸ່ງເຊົ້າທີ່ອາກາດປອດໂປ່ງເຢັນສະບາຍ, ໃຜໆກໍ່ຢາກຄ່ອຍໆໄປເພື່ອຊົມ ແລະ ສູບເອົາກິ່ນຫອມຂອງດອກບົວຈາກບຶງດອກບົວທີ່ສວຍງາມຄືດັ່ງພາບແຕ້ມ. ບັນດາເພື່ອນຫນຸ່ມກໍ່ຍາດເວລາຕື່ນແຕ່ເຊົ້າເພື່ອໄປ ຫນອງໂຮ່ໄຕ ຊື້ດອກບົວ ຫລື ຖ່າຍຮູບກັບດອກບົວ. ເອື້ອຍ ດັ້ງເຈີນຖູຍງອັກ ໃຫ້ຮູ້ວ່າ: “ ລະ ດູ ດອກ ບົວ ຮ່າ ໂນ້ຍ ມີ ສີ ສັນ ສວຍ ງາມ ແລະ ເຕັມ ໄປ ດ້ວຍຄວາມຄະນຶງຫາ. ກິ່ນ ຫອມ ຂອງດອກ ບົວ ລອຍຜ່ານ ຖະ ຫນົນ , ບັນ ດາຫາບດອກ ບົວ ຫລື ບຶງດອກ ບົວ ຢູ່ຫນອງໂຮ່ ໄຕ ລ້ວນ ແຕ່ ສ່ອງ ແສງ ໃຫ້ ເຫັນ ຈຸດ ພິ ເສດ ສະ ເພາະ ຂອງ ດິນ ແດນ ຮ່າ ໂນ້ຍ. ດ້ວຍ ບັນ ດາ ຮູບ ພາບ ຖ່າຍ ກັບ ດອກ ບົວ ຍາມ ໃດ ກໍ່ ປະ ກົດ ມີ ຈຸດ ຄວາມ ງາມທີ່ອ່ອນໂຍນ. ຮ່າ ໂນ້ຍ ມີບຶງດອກ ບົວຫລາຍບຶງ ແຕ່ ວ່າ ມີພຽງ ແຕ່ດອກບົວຢູ່ ຫນອງໂຮ່ ໄຕ ຫລື ບາງ ບຶງ ທີ່ ມີ ນ້ຳ ຈາກ ແມ່ ນ້ຳ ແດງ ໄຫລ ເຂົ້າ ຈຶ່ງເຮັດ ໃຫ້ ດອກ ບົວ ມີ ກິ່ນ ຫອມ ພິ ເສດ ແລະ ເໝາະ ກັບ ການ ຜະ ລິດ ຊາ ດອກບົວ. ຂັ້ນຕອນ ເອືອບຊາດອກບົວ. (ພາບ:Viên Minh/VTC News) ເມື່ອດອກ ບົວພັນກີບເບັ່ງ ບານ ພໍ ດີ ແລະ ໃຫຍ່ ສະ ເຫມີ , ຄອບ ຄົວ ອ້າຍ ຫງວຽນ ວັນ ຈວ່ຽນ ເລີ່ມ ກ້າວ ເຂົ້າ ສູ່ ລະ ດູ ຜະ ລິດ ຊາດອກ ບົວ. “ພາຍ ຫລັງ 6 ໂມງ ເຊົ້າ , ກີບດອກ ບົວ ບານ ອອກໃຫຍ່ , ກວ້າງ , ສົ່ງກິ່ນ ຫອມອອກຫລາຍ ແລະ ເວ ລານັ້ນ ຖ້າຂົນ ສົ່ງ ດອກ ບົວ ຈະເຮັດ ໃຫ້ ກີບຫລົ່ນ. ສະ ນັ້ນ ຕ້ອງ ເກັບ ກູ້ດອກ ບົວ ກ່ອນ ເວ ລາ 6 ໂມງ ເຊົ້າ. ມີ ບາງ ຄົນ ເຮັດ ດອກ ບົວ ຢູ່ ບຶງເລີຍ ແຕ່ ບາງ ຄົນ ພັດ ເອົາ ເຮັດ ຢູ່ ບ້ານ. ຍິ່ງ ຮັກ ສາ ດອກ ບົວ ແລະ ນ້ຳ ຢູ່ ໃນ ກ້ານໄດ້ ຍິ່ງ ດົນ ດອກ ບົວ ກໍ່ຍິ່ງ ດີ. ນັ້ນ ແມ່ນ ເຄັດ ລັບ ຂອງ ບາງ ຄອບ ຄົວ”. ຊາດອກບົວ ໄດ້ປຸງແຕ່ງດ້ວຍ 2 ວິທີ ນັ້ນແມ່ນເອືອບ (ໝັກ) ແບບໄວ ແລະ ໝັກດ້ວຍເມັດເກສອນດອກບົວ. ການໝັກແບບໄວແມ່ນວິທີເອົາຊາໃສ່ໃນດອກບົວທີ່ເລີ່ມຈະບານ ແລະ ເອົາຊາອອກໃນເຊົ້າມື້ຕໍ່ມາ. ສ່ວນເມັດເກສອນດອກບົວແມ່ນເມັດນ້ອຍໆສີຂາວທີ່ໄດ້ຄັດແຍກອອກຈາກລະອອງເກສອນດອກບົວ ແລະ ແມ່ນສ່ວນທີ່ເກັບຮັກສາກິ່ນຂອງດອກບົວ. ເພື່ອນ ຜະ ລິດ ຊາ ດອກ ບົວ ໃຫ້ ໄດ້ ປະ ມານ 1 ກິ ໂລ ກາມ ຕ້ອງ ໃຊ້ດອກບົວປະ ມານ 1 . 000 ດອກ . ແຕ່ ລະ ຄອບ ຄົວ ຈະ ມີ ວິ ທີ ເອືອບ ທີ່ ແຕກ ຕ່າງ ກັນ ແຕ່ ເອີ້ນ ລວມ ວ່າ ແມ່ນ ສ້າງ ກິ່ນ ຫອມ ຍ້ອນ ການ ເຮັດ ທີ່ລະອຽດລະອໍໃນ ແຕ່ ລະ ຂັ້ນ ຕອນ. ສະ ນັ້ນ ຊາ ດອກ ບົວ ມີ ກິ່ນ ຫອມທີ່ ພິ ເສດ ພ້ອມ ທັງ ສະ ແດງ ໃຫ້ ເຫັນ ວິ ທີ ດື່ມຊາ ແບບລະອຽດອ່ອນຂອງ ຊາວ ຮ່າ ໂນ້ຍ. ນັ່ງ ຢູ່ ບ່ອນທີ່ມີດອກ ບົວອ້ອມຂ້າງ ແລະ ດື່ມ ນ້ຳ ຊາ ດອກ ບົວ ນັ້ນ ແມ່ນ ຈຸດ ເວ ລາ ທີ່ ບັນ ດາ ຜູ້ ມັກ ຮັກ ດອກ ບົວ ຮູ້ ສຶກ ໄດ້ ເຖິງຄວາມ ສະຫງົບ ງຽບ ຂອງ ຈິດ ໃຈ. ສຳ ລັບ ເອື້ອຍ ເຈີນ ຢ້ຽວ ຖູຍ , ຊື່ງ ແມ່ນ ຜູ້ ມັກ ຮັກ ດອກ ບົວ , ເອື້ອຍ ໃຫ້ ຮູ້ ວ່າ: ພຽງ ແຕ່ ໄດ້ ດົມ ກິ່ນ ຫອມ ຂອງດອກ ບົວ ຕົວ ເອງກໍ່ ຮູ້ ສຶກ ຈິດ ໃຈ ສະ ຫວາດ ສະ ເຫວີຍ. ສະ ນັ້ນ ເມື່ອ ລະ ດູ ດອກ ບົວ ວຽນ ມາ ເອື້ອຍກໍ່ ຕື່ນ ນອນ ແຕ່ເຊົ້າ ເພື່ອໄປ ຫນອງໂຮ່ ໄຕ ເລືອກ ເອົາ ບັນ ດາ ດອກ ບົວ ທີ່ ສວຍ ງາມ ເພື່ອ ນຳ ເອົາ ມາ ປະ ດັບ ປະ ດາ ໃນ ເຮືອນ. ເອື້ອຍ ເຈີນ ຢ້ຽວ ຖູຍ ໃຫ້ ຮູ້ ວ່າ: “ການທີ່ເຮົາປະດັບດ້ວຍດອກ ບົວ ມັນ ຄື ເປັນສິ່ ງ ທີ່ເຮັດໃຫ້ເຮົາຕິດ. ຕື່ນນອນ ຕອນເຊົ້າ , ໃນ ເຮືອນ ມີ ພຽງແຕ່ກິ່ນ ຫອມ ຂອງດອກ ບົວ ແມ່ນ ຈະນຳ ມາ ເຊິ່ງຈິດ ໃຈ ທີ່ສະ ຫວາດ ສະ ເຫວີຍ , ຫລຸດ ຜ່ອນຄວາມຕຶງຄຽດໄດ້ເປັນ ຢ່າງ ດີ , ເຮົາ ພຽງ ແຕ່ ໄດ້ ດື່ມຊາທີ່ມີກິ່ນຫອມຂອງດອກບົວ ໃນ ບໍ ລິ ເວນ ທີ່ ມີ ດອກ ບົວ ເຮົາ ຈະ ຮູ ້ ສຶກ ຈິດ ໃຈ ສະ ຫວາດ ສະ ເຫວີຍ ທີ່ ສຸດ”. ລະດູດອກບົວເຖິງວ່າສັ້ນກໍຕາມ ແຕ່ໄດ້ປະຫລາຍຄວາມຮູ້ສຶກໄວ້ໃຫ້ແກ່ຜູ້ມັກຮັກດອກບົວ. ຮູບພາບບັນດາບຶງດອກບົວໃນຍາມຮຸ່ງເຊົ້າ ຫລື ຊໍ່ດອກບົວ, ຂາວບໍລິສຸດ, ພິເສດແມ່ນກິ່ນຫອມຂອງດອກບົວ ຍາມໃດກໍ່ຝັງເລິກໃນໃຈຂອງແຕ່ລະຄົນ, ເຊິ່ງໄດ້ປະສິ່ງທີ່ບໍ່ອາດຫລົງລືມໄດ້ໃຫ້ແກ່ຊາວ ຮ່າໂນ້ຍ.
TAG
VOV/VOVworld/ດອກບົວ/ຊາດອກບົວ/ກິ່ນຫອມ
Related








