ນະຄອນ ໂຮ່ຈິມິນ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບຂອງນະຄອນເສດຖະກິດທະເລ
25/10/2025 17:00
(VOVWORLD) - ບັນດາຜູ້ຊ່ຽວຊານເສດຖະກິດທະເລຖຶວ່າ: ພາຍຫຼັງໄດ້ໂຮມເຂົ້າກັບ ບິງເຢືອງ ແລະ ບ່າເຣັ້ຍ-ວຸ້ງເຕົ່າ, ນະຄອນ ໂຮ່ຈິມິນ ບໍ່ພຽງແຕ່ໄດ້ກາຍເປັນນະຄອນໃຫຍ່ເທົ່ານັ້ນ, ຫາກຍັງແມ່ນນະຄອນໃຫຍ່ດ້ວຍຈຸດສຸມແມ່ນເສດຖະກິດທະເລອີກດ້ວຍ. ເລື່ອງໂຮມ 3 ທ້ອງຖິ່ນເຂົ້ານຳກັນແມ່ນການປ່ຽນແປງດ້ານພູມສາດ ກໍ່ຄືເປີດອອກໂອກາດຍຸດທະສາດທີ່ສຳຄັນທີ່ສຸດ.

ແຕ່ລະທ້ອງຖິ່ນລ້ວນແຕ່ມີທ່າໄດ້ປຽບສະເພາະ, ນະຄອນ ໂຮ່ຈິມິນ ແມ່ນນະຄອນນຳໜ້າດ້ານເສດຖະກິດ, ບິງເຢືອງ ແມ່ນສູນການຜະລິດ, ສ່ວນ ບ່າເຣັ້ຍ-ວຸ້ງເຕົ່າ ມີປະຕູອອກສູ່ທະເລທີ່ມີມູນຄ່າທົ່ວໂລກ. ນະຄອນໃໝ່ນີ້ແມ່ນນະຄອນສຳຄັນໃນລະບົບມູນຄ່າ logistics ຂອງເຂດພາກໃຕ້ ຫວຽດນາມ. ການໂຮມ 3 ທ້ອງຖິ່ນເຂົ້ານຳກັນບໍ່ພຽງແຕ່ໄດ້ຫັນຂັ້ນຕອນ logistics ເປັນຢ່າງດີທີ່ສຸດເທົ່ານັ້ນ ຫາກຍັງໄດ້ສ້າງລະບົບເຊື່ອມຕໍ່ຈາກການຜະລິດຕະຫຼອດຮອດການສົ່ງອອກອີກດ້ວຍ, ຊື່ງໄດ້ເປີດໂອກາດດຶງດູດກະແສທຶນ FDI ໃໝ່ ແລະ ການເຕີບໂຕແຮງໃນອະນາຄົດ
TAG
VOV/VOVworld/ນະຄອນ ໂຮ່ຈິມິນ/ທ່ານ ຫງວຽນຊວັນກີ່/ເລຂາທິການສະຫະສະມາຄົມທ່າກຳປັ່ນທະເລອາຊີຕາເວັນອອກສ່ຽງໃຕ້/ເບັນລຶກ-ລອງແທ່ງ; ນະຄອນໂຮ່ຈິມິນ-ລອງແທ່ງ-ເຢົາໄຢ/ທ່ານ ຫວຽນວັນຫາຍ ວິສາຫະກິດຂົນສົ່ງ – Logictics
ນະຄອນເສດຖະກິດທະເລ
Related








