VOV WorldVOV World
ສີສັນ ຮ່າໂນ້ຍ ຜ່ານຄວາມງາມດ້ານສະຖາປັດຕະຍະກຳ ຝລັ່ງ
13/07/2025 05:00
(VOVWORLD) - ໂດຍໄດ້ເຂົ້າມາ ຮ່າໂນ້ຍ ກ່ອນນີ້ 100 ປີ, ສະຖາປັດຕະຍະກຳ ເອີລົບ ພິເສດ ແມ່ນສະຖາປັດຕະຍະກຳ ຝລັ່ງ ຜ່ານມືຂອງບັນດາຊ່າງທ້ອງຖິ່ນ ໄດ້ນຳມາເຊິ່ງບັນດາຈຸດວັດທະນະທຳສະເພາະຂອງຫວຽດນາມ. ສອງສັດຕະວັດຜ່ານໄປພ້ອມກັບຊາວ ຮ່າໂນ້ຍ, ສະຖາປັດຕະຍະກຳ ຝລັ່ງ ຍັງບັນຈຸໃນນັ້ນໄປດ້ວຍ ຮູບພາບເຮືອນຢູ່ຂອງຊາວຮ່າໂນ້ຍ ນັ້ນແມ່ນພື້ນທີ່ເຊື່ອມຕໍ່ອະດີດຕະການ ແລະ ອະນາຄົດຂອງເຂດຕົວເມືອງທີ່ອຶກກະທຶກຄຶກໂຄມ ແຕ່ກໍ່ມີຄວາມງາມແບບເກົ່າແກ່ທີ່ສະຫງົບງຽບ.
ສີສັນ ຮ່າໂນ້ຍ ຜ່ານຄວາມງາມດ້ານສະຖາປັດຕະຍະກຳ ຝລັ່ງ
  ໂຮງລະຄອນໃຫຍ່ ຮ່າໂນ້ຍ ແມ່ນຫນຶ່ງໃນບັນດາກິດຈະກຳສັກຍາລັກຂອງນະຄອນຫລວງ ຮ່າໂນ້ຍ. (ພາບ:Quang Hùng/ vovgiaothong.vn ) “ສຳ ລັບ ຂ້າ ພະ ເຈົ້າ ແລ້ວ , ຮ່າ ໂນ້ຍ ງາມ ທີ່ ສຸດ ແມ່ນ ຍາມ ຮຸ່ງ ເຊົ້າ. ຂ້າ ພະ ເຈົ້າ ມັກ ໄປ ຊົມ ທິວ ທັດ ຮ່າ ໂນ້ຍ ໃນ ຊ່ວງ ເວ ລານີ້.  ຂ້າ ພະ ເຈົ້າ ເຫັນ ວ່າ ບັນ ດາ ຫລັງ ເຮືອນ ທີ່ ເກົ່າ ແກ່ ມີ ຈຸດ ຄວາມ ງາມ ດ້ານ ສະ ຖາ ປັດ ຕະ ຍະ ກຳ ສະ ເພາະ ດ້ວຍຫລັງ ຄາ ເຮືອນ ມຸງ ດິນ ຂໍ , ສີທາທີ່ ເກົ່າ ແກ່ ແລະ ບັນ ດາ ຜູ້ ທີ່ ດຳ ລົງ ຊີ ວິດ ໃນ ເຮືອນຫລັງນັ້ນ ອອກ ກຳ ລັງ ກາຍ ຢູ່ລະບຽງ ຫລື ຄວາມ ຮູ້ ສຶກ ບັນ ຍາ ກາດ ສະ ຫງົບ ງຽບ ຂອງ ຖະ ຫນົນ ຫົນ ທາງ. ນັ້ນ ແມ່ນ ຈຸດ ສະ ເພາະ ຂອງ ຮ່າ ໂນ້ຍ”. ອ້າຍ ຟ້າມ ຮ ວ່າງ ຈຽນ ຊາວ ຮ່າ ໂນ້ຍ ໄດ້ ເວົ້າ ດ້ວຍ ຄວາມ ໃນ ໃຈ ຄື ດັ່ງ ກ່າວ. ສຳ ລັບ ອ້າຍ ແລ້ວ , ບັນ ດາ ເຮືອນ ຫລັງ ເກົ່າ ດ້ວຍ ການ ອອກ ແບບ ຈາກ ສະ ຖາ ປັດ ຕະ ຍະ ກຳ ຂອງ ຝ ລັ່ງ ດ້ວຍ ສີ ເຫລືອງເຂັ້ມຈືດທີ່ແຕກ ຕ່າງ ກັນ ໃນ ຖະ ຫນົນ ສາຍ ຕ່າງໆ ຢູ່ ຮ່າ ໂນ້ຍ ແມ່ ນ ມີ ຄວາມ ງາມ ທີ່ ແຕກ ຕ່າງ.  ນັ້ນ ແມ່ນ ຮ່າ ໂນ້ຍ ຄວາມ ງາມ ເກົ່າ ແກ່ ສະ ຫງົບ ງຽບ ຂອງ ຕົວ ເມືອງໃນ ເມື່ອ ກ່ອນ. ຮ່າ ໂນ້ຍ ມີ ຄຸ ້ມ ຖະ ຫນົນ ເກົ່າ ແລະ ຄຸ້ມ ຖະ ຫນົນ ຝ ລັ່ງ ຍັງ ຮັກ ສາ ຫລາຍ ກິດ ຈະ ກຳ ໂດຍ ໄດ້ ຮັບ ຖື ວ່າ ແມ່ນ ມໍ ລະ ດົກ ອັນ ລ້ຳ ຄ່າ ຂອງ ສະ ຖາ ປັດ ຕະ ຍະ ກຳ ນະ ຄອນ ຫລວງ. ກວ່າ 100 ປີ ກ່ອນນີ້ ສະ ຖາ ປັດ ຕະ ຍະ ກຳ ຝ່າຍ ຕາ ເວັນ ຕົກ , ໃນ ນັ້ນ ມີ ສະ ຖາ ປັດ ຕະ ຍະ ກຳ ຝ ລັ່ງ ໄດ້ ເຊື່ອມ ເຂົ້າ ຮ່າ ໂນ້ຍ ແຕ່ ຊາວ ທ້ອງ ຖິ່ ນ ໄດ້ ຫັນ ເປັນ ສະ ຖາ ປັດ ຕະ ຍະ ກຳ ອິນ ດູ ຈີນ. ສະ ຖາ ປັດ ຕະ ຍະ ກຳ ຝ ລັ່ງ ຢູ່ ຮ່າ ໂນ້ຍ ມີ ບັນ ດາ ຈຸດ ທີ່ ເປັນ ເອ ກະ ລັກ ສະ ເພາະ. ຜ່ານ ຫລາຍ ການ ປ່ຽນ ແປງ , ຄວາມ ງາມ ດ້ານ ສະ ຖາ ປັດ ຕະ ຍະ ກຳ ນີ້ ຍັງ ຄົງ ໄດ້ ຮັບ ການ ອະ ນຸ ລັກຮັກ ສາ ແລະ ເຮັດ ໃຫ້ ຮູບ ພາບ ຕົວ ເມືອງ ທີ່ ທັນ ສະ ໄຫມ ຂອງ ຮ່າ ໂນ້ຍ ຍິ່ງ ອຸ ດົມ ສົມ ບູນ ຂຶ້ນຕື່ມ. ນັກ ສະ ຖາ ປະ ນິກ ເຈີນ ຮູຍ ແອັງ ໃຫ້ ຮູ້ ວ່າ :  “ຮ່າ ໂນ້ຍ ແມ່ນ ນະ ຄອນ ທີ່ ມີ ປະ ຫວັດ ສາດ ພັດ ທະ ນາກວ່າ 100 ປີ ແລະ ຫັນ ເປັນ ຕົວ ເມືອງ ຕາມ ຮູບ ແບບ ຝ່າຍ ຕາ ເວັນ ຕົກ ແຕ່ ໃນ 100 ປີນັ້ນ ຢູ່ ບັນ ດາ ໄລ ຍະ ທີ່ ແຕກ ຕ່າງ ກັນ ກໍ່ ໄດ້ ສ້າງ ເປັນ ບັນ ດາ ຮູບ ແບບ , ສະ ຖາ ປັດ ຕະ ຍະ ກຳທີ່ ແຕກ ຕ່າງ ກັນ. ຮູບ ພາບ ບັນ ດາ ກິດ ຈະ ກຳ ຢູ່ ໃນ ຄຸ້ມ ຖະ ຫນົນ ຝ ລັ່ງ ຫລື ຄຸ້ມ ຖະ ຫນົນ ເກົ່າ ຂອງ ຮ່າ ໂນ້ຍ ແມ່ນ ມີ ຫລາຍ ຮູບ ພາບ ສວຍ ງາມ ທີ່ ໄດ້ ເຕົ້າ ໂຮມ ເຂົ້າ ກັນ”. ວີ ນລາອອກແບບຕາມສະຖາປັດຕະຍະກຳ ຝ ລັ່ງ  ຢູ່ ເລກ ທີ  49  ຖະ ຫນົນ ເຈີນ ຮຶງ ດ້າວ.  (ພາບ: Quang Hùng/ vovgiaothong.vn ) ບັນດາເຮືອນທີ່ໄດ້ອອກແບບຕາມສະຖາປັດຕະຍະກຳ ຝລັ່ງ ໄດ້ກາຍເປັນແຫລ່ງເອກະສານ, ແຫລ່ງບັນດານໃຈໃຫ້ແກ່ນັກສິລະປິນປະດິດແຕ່ງຫລາຍຄົນ, ໃນນັ້ນ ມີນັກແຕ້ມ ບຸ່ຍກວາງຄຽມ, ແມ່ນຜູ້ໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ຖະຫນົນເກົ່າ ຮ່າໂນ້ຍ. ນັກຈິດຕະກອນ ບຸຍກວາງຄຽມ ໃຫ້ຮູ້ວ່າ:  “ຖ້າ ຫາກ ຮ່າ ໂນ້ຍ ບໍ່ ມີ ບັນ ດາ ຖະ ຫນົນ ເກົ່າ ແກ່ ເວ ລານັ້ນ ນັກ ສິ ລະ ປິນ ຈະ ບໍ່ ມີ ແຫລ່ງ ບັນ ດານ ໃຈ ເພື່ອ ປະ ດິດ ແຕ່ງ. ຖ້າ ວ່າ ນັກ ຈິດ ຕະ ກອນ ບຸ່ຍ ຊວນ ຝາຍ ບໍ່ ເຫັນ ໄດ້ເຖິງ ຄວາມ ງາມນັ້ນ , ປຸກ ຄຸນ ຄ່ານັ້ນຂຶ້ນ, ເປັນທີ່ຈະແຈ້ງວ່າ ທຸກ ຄົນ ອາດ ຈະ ຫລົງ ລ ືມ. ບັນ ດາ ເຮືອນຫລັງ ເກົ່າ ແກ່ ຊື່ງ ນັກ ດົນ ຕີ ຈິ້ງ ກົງ ເຊີນ ແຕ່ງ ໃນ ບົດ ເພງ ຄິດ ຮອດ ລະ ດູ ໃບ ໄມ້ ຫລົ່ນ ຢູ່ ຮ່າ ໂນ້ຍ ຫລື ບົດ ເພງ  ນ້ອງ ສາວ ໃນ ຖະ ຫນົນ ເກົ່າ ຮ່າ ໂນ້ຍ ຂອງ ນັກ ດົນ ຕີ ຟູກວາງ ແມ່ນ ສິ່ງ ທີ່ ນຳ ມາ ເຊິ່ງ ຫລາຍ ຄວາມ ຮູ້ ສຶກໃຫ້ ແກ່ພວກ ເຮົາ . ບັນ ດາ ຮູບ ພາບນັ້ນ ແມ່ນ ມີ ຈ ຸດ ແຕກ ຕ່າງ ສ ະ ເພາະ ເມື່ອ ທຽບ ກັບ ຕົວ ເມືອງ ອື່ນ”. ມີຫລາຍກິດຈະກຳສະຖາປັດຕະຍະກຳ ຝລັ່ງ ພາຍຫລັງ100 ປີຍັງຄົງຕົວ ໄດ້ກາຍເປັນພື້ນທີ່ມີຫລາຍສີສັນທີິ່ແຕກຕ່າງເພື່ອໃຫ້ປະຊາຊົນອາດສາມາດເຂົ້າເຖິງ ແລະ ຊອກຮູ້ກ່ຽວກັບສະຖາປັດຕະຍະກຳກໍ່ຄື ຊີວິດຂອງ ຮ່າໂນ້ຍ ໃນເມື່ອກ່ອນ. ນັ້ນແມ່ນ ໂຮງລະຄອນໃຫຍ່ ຮ່າໂນ້ຍ, ໄດ້ນຳເອົາການອອກແບບດ້ວຍສະຖາປັດຕະຍະກຳ ຝລັ່ງ ເດີມ ເຊິ່ງໄດ້ຮັບການກໍ່ສ້າງແຕ່ປີ 1901 -1911 ໂດຍອີງໃສ່ການອອກຂອງໂຮງລະຄອນ Opera Garnier ຢູ່ ປາຣີ. ໂຮງລະຄອນໃຫຍ່ແມ່ນຫນຶ່ງໃນບັນດາໂຮງລະຄອນໃຫຍ່ສຸດຢູ່ ຫວຽດນາມ. ນີ້ແມ່ນບ່ອນດຳເນີນຫລາຍເຫດການສຳຄັນຂອງນະຄອນຫລວງ ຮ່າໂນ້ຍ ແລະ ມີຊື່ສຽງດ້ວຍບັນດາລາຍການສະແດງສິລະປະສະຖາບັນ… ໃນ ຂະ ນະ ນັ້ນ  ມີວີ ນ ລາ ຈຳ ນວນ ຫນຶ່ງ ຢູ່ ຄຸ້ມ ຖະ ຫນົນ ເກົ່າ ກໍ່ ໄດ້ ຮັບ ການ ບູ ລະ ນະ ປະ ຕິ ສັ ງ ຂອນ ກາຍ ເປັນ ພື້ນ ທີ່ ວັດ ທະ ນະ ທຳ. ຕົວ ຢ່າງ ຄື ວີ ນລາ ຝ ລັ່ງ ເກົ່າ ຢູ່ ເລກ ທີ 49 ຖະ ຫນົນ ເຈີນ ຮຶງ ດ້າວ. ນັ້ນ ແມ່ນ ວີນ ລາ ແບບ ສວນ ຂອງ ທ່ານ ໝ ໍ ຊາວ ຝ ລັ່ງ ໄດ້ ຮັບ ການກໍ່ ສ້າງ ດ້ວຍ ບັນ ດາ ຊ່າງ ຫວຽດ ນາມ. ນັກ ສະ ຖາ ປະນິກ ຊາວ ຝ ລັ່ງ Emma Reix ໃຫ້ຮູ້ວ່າ:  “ບັນ ດາ ວີ ນລາ ເກົ່າ ຢູ່ ຮ່າ ໂນ້ຍ ໄດ້ ຮັບ ການກໍ່ ສ້າງ ຄ້າຍ ຄື ເຮືອ ນ ສ່ວນ ຕົວ ຢູ່ ເຂດ ຊົນ ນະ ບົດ ຝ ລັ່ງ. ໝາຍ ຄວາມ ວ່າ ບໍ່ ໄດ້ ກໍ່ ສ້າງ ຕາມ ເຄືອ ຂ່າຍ ວາງ ແຜນ ຜັງ ທີ່ ມີ ຢູ່ ແລ້ວ. ມັນ ບໍ່ແມ່ນ ຮູບ ແບບ ເຮືອນ ຢູ່ ຂອງ ເຂດ ຕົວ ເມືອງ ຫາກ ແມ່ນ ເຮືອນ ສວນ ຫລື ເຮືອນ ພັກ ຜ່ອນ ຕາກອາກາດ . ນອກນັ້ນ ວີນ ລາ ຢູ່ ຝ ລັ່ງ ທີ່ກໍ່ ສ້າງ ຢູ່ ບັນ ດາ ເຂດ ທີ່ ແຕກ ຕ່າງ ກັນ ຈະ ນຳ ໃຊ້ ວັດ ສະ ດຸ ຂອງ ເຂດນັ້ນ ແລະ ອອກ ແບບ ຕາມ ສະ ຖາ ປັດ ຕະ ຍະ ກຳ ຂອງ ເຂດນັ້ນ. ວີ ນລາ ຢູ່ ຮ່າ ໂນ້ຍ ກໍ່ ມີ ຈຸດ ລັກ ສະ ນະ ຄ້າຍ ຄືກັນ , ວິ ທີ ການກໍ່ ສ້າງ ແລະ ວັດ ສະ ດຸ ກໍ່ ເຊັ່ນ ດຽວ ກັນ , ມີ ລັກ ສະ ນະ ເປັນ ເອ ກະ ພາບ ແລະ ສ່ວນ ຫລາຍ ແມ່ນ ໄດ້ ຮັບ ການ ກໍ່ ສ້າງ ດ້ວຍ ຫີນ”. ບັນດາເຮືອນຫລັງເກົ່າຢູ່ ຮ່າໂນ້ຍ, ບັນດາວີນລາ ຫລື ກິດຈະກຳໄດ້ຮັບການອອກແບບຕາມສະຖາປັດຕະຍະກຳ ຝລັ່ງ ຄືແມ່ນຄວາມງາມແບບເກົ່າແກ່ ແລະ ສະຫງົບງຽບຂອງເຂດຕົວເມືອງທີ່ອຶກກະທຶກຄຶກໂຄມຢູ່ ຮ່າໂນ້ຍ. ເມື່ອຊົມບັນດາພື້ນທີ່ນີ້ ຫລາຍຄົນຢາກປີ້ນເວລາກັບຄືນ ໄປຊອກຮູ້ກ່ຽວກັບຊີວິດຂອງ ຊາວຮ່າໂນ້ຍ ໃນເມື່ອກ່ອນ ເພື່ອໃຫ້ມີຄວາມເຂົ້າໃຈ ແລະ ຮັກເຂດດິນແດນນີ້ຫລາຍກວ່າອີກ.
TAG
VOV/VOVworld/ວີນລາ/ສະຫງົບງຽບ/ເຮືອນຫລັງເກົ່າ/ໂຮງລະຄອນ