VOV WorldVOV World
ຮ້ານຕັດຜົມ “ບໍ່ມີສຽງເວົ້າ” ຢູ່ ຮ້າລອງ
18/02/2024 05:00
(VOVWORLD) -ມີຮ້ານຕັດຜົມພິເສດຢູ່ໃຈກາງນະຄອນ ຮ້າລອງ ແຂວງກວ໋າງນິງ ແມ່ນບ່ອນທີ່ເຈົ້າຂອງຮ້ານ ແລະ ພະນັກງານ ລ້ວນແຕ່ເປັນຄົນຫູໜວກ, ປາກກືກມາແຕ່ເກີດ. ໂດຍຜ່ານຜ່າຊະຕາກຳຂອງຕົນ, ຊາຍຫນຸ່ມ ວັນຄັກຮວັນ, ເຈົ້າຂອງຮ້ານ ໄດ້ຕັດສິນໃຈເດີນຕາມຄວາມເມົາມົວຂອງຕົນ, ກາຍເປັນຊ່າງຕັດຜົມເກັ່ງ ແລະ ສອນວິຊາຊີບໃຫ້ຫລາຍຄົນທີ່ປະສົບກັບຄວາມຫຍຸ້ງຍາກດ້ານສຸຂະພາບຄືກັນກັບຕົນເອງ.
ຮ້ານຕັດຜົມ “ບໍ່ມີສຽງເວົ້າ” ຢູ່ ຮ້າລອງ
ຮ້ານຕັດຜົມ “ບໍ່ມີສຽງເວົ້າ” ຢູ່ ຮ້າລອງ. ພາບ:VOV ເມື່ອເຂົ້າໄປໃນຮ້ານຕັດຜົມຂອງ ຄັກຮວັນ ແມ່ນພື້ນທີ່ເຕັມໄປດ້ວຍສຽງດົນຕີທີ່ອອນຊອນ, ມ່ວນ. ບໍ່ມີສຽງເວົ້າ, ມີແຕ່ຮອຍຍິ້ມຈາກເຈົ້າຂອງ, ພະນັກງານ ແລະ ລູກຄ້າສື່ສານກັນດ້ວຍການຂຽນຕົວຫນັງສື, ຮູບພາບ, ພາສາທີ່ເປັນສັນຍາລັກ...   ນາງ ຫງວຽນທິຮຶງ, ລູກຄ້າທີ່ໃກ້ຊິດສະຫນິດສະຫນົມຂອງຮ້ານໄດ້ມາຊົມໃຊ້ບໍລິການກ່ອນໄປເຮັດວຽກ. ເອື້ອຍມາຮ້ານເລື້ອຍໆບໍ່ແມ່ນຍ້ອນຮ້ານຕັດຜົມແຫ່ງນີ້ແມ່ນຂອງຄົນພິການ, ແຕ່ເອື້ອຍຮູ້ຢ່າງແນວແນ່ວ່າ "ຄຸນະພາບການບໍລິການ" ແມ່ນສິ່ງທີ່ເຮັດໃຫ້ເອື້ອຍພໍໃຈ ແລະ ເປັນບ່ອນທີ່ເອື້ອຍໄດ້ມາຕັດຜົມຕະຫລອດ 6 ປີທີ່ຜ່ານມາ. ເອື້ອຍ  ຮືງ ແບ່ງປັນວ່າ: “ ມາ ຮ້ານ ຕັດ ຜົມ ນີ້ ໃນ ຄັ້ງ ທຳ ອິດ ຂ ້າ ພະ ເຈົ້າ ເຫັນ ວ່າ ຄຸນ ນະ ພາບ ຢູ່ ທີ່ນີ້ກໍ່ ດີ ຫລາຍ . ແລະໃນ ຄັ້ງ ຕໍ່ ໆ ໄປທີ່ມາທີ່ນີ້ ເຫັນ ວ່າ ພວກ ເພື່ອນ ເຮັດ ວຽກ ຮັບ ໃຊ້ ລູ ກ ຄ້າ ນັ ບມື້ ນັບດີກວ່າ ເກົ່າ . ຂ້າ ພະ ເຈົ້າ ເຮັດ ວຽກ ງານ ສະ ພາບ ແວດ ລ້ອມ ທີ່ ອຶກ ກະ ທຶກ ຄຶກ ໂຄມ , ແຕ່ ມານີ້ ຮູ້ ສຶກວ່າ ສະ ຫງົບ ງຽບດີ , ບັນ ຍາ ກາດ ແບບ ສະບາຍສະບາຍ, ເໝ າ ະ ກັບ ຕົນ ເອງ ” . ເຊັ່ນດຽວກັນກັບເອື້ອຍຮຶງ, ລູກຄ້າຫຼາຍຄົນເມື່ອເຂົ້າມາຮ້ານລ້ວນແຕ່ມີຄວາມປະທັບໃຈ ແລະ ຕື້ນຕັນໃຈເມື່ອເຫັນປ້າຍທີ່ຂຽນແຖວຕົວຫນັງສືວ່າ “ຂ້ອຍແມ່ນຄົນຫູໜວກ, ກະລຸນາສະກິດບ່າຂ້ອຍ ຫຼື ຂຽນໃສ່ໂທລະສັບເມື່ອເຈົ້າຕ້ອງການເດີ".  “ Salon ຜົມ ແຫ່ງ ນີ້ ມີ ຄວາມ ພິ ເສດ ທີ່ ສຸດ , 99% ຈຳ ນວນ ພະ ນັກ ງານ ແມ່ນ ຫູ ໜວກ ແລະ ປາກ ກືກ . ເຈົ້າຂອງມີ ສີ ມືດີຫຼາຍ , ຂ້າ ພະ ເຈົ້າ ມາເຮັດຜົມຢູ່ທີ່ນີ້ລ້ວນແຕ່ ແມ່ນ ເຈົ້າ ຂອງ ຮ້ານ ເຮັດ ໃຫ້ , ຮູ້ສຶກສະບາຍ , ສຸດ ຈິດ ສຸດ ໃຈຕໍ່ວຽກທີ່ສຸດ " . ກ່ອນນີ້ 12 ປີ (2012), ຮວັນ ເລີ່ມເມົາມົວກັບອາຊີບຕັດຜົມ ແລະ ມີຄວາມໄຝ່ຝັນວ່າຈະເປີດຮ້ານຕັດຜົມແຫ່ງຫນຶ່ງສະເພາະໃຫ້ຕົນເອງ ຜ່ານນັ້ນ ກໍ່ສາມາດສ້າງວຽກເຮັດງານທຳໃຫ້ພວກເພື່ອນທີ່ປະສົບກັບຄວາມຫຍຸ້ງຍາກດ້ານສຸຂະພາບຄືຕົນເອງ. ປີ 2016 ຄວາມໄຝ່ຝັນຂອງ ທ້າວ ຮວັນ ໄດ້ກາຍເປັນຄວາມຈິງ. ປະຈຸບັນ ມີເພື່ອນຫນຸ່ມຫລາຍຄົນທີ່ມາຈາກຫລາຍທ້ອງຖິ່ນທີ່ຫ່າງໄກ ໄດ້ຖືຮ້ານຕັດຜົມເປັນຈຸດນັດພົບທີ່ສະຫນິດສະຫນົມ. ເອື້ອຍ ຮວ່າງທິຫຍ໋າເຟືອງ, ພະນັກງານເຮັດວຽກງານສັງຄົມ ແຂວງ ກວ໋າງນິງ ໃຫ້ຮູ້ວ່າ:  “ ພວກ ເພື່ອນ ເຮັດ ວຽກ ຢູ່ຮ້ານ ຕັດ ຜົມ ນີ້ ບໍ່ ແມ່ນ ຢູ່ ນະ ຄອນ ຮ້າ ລອງ   ທັງໝົດ ຫາກ ມີ ຫລາຍ ຄົນ ຢູ່ ບັນ ດາ ແຂວງ , ນະ ຄອນ ອື່ນ ຄື : ຫາຍ ຮ່າ , ເດີມ ຮ່າ , ຕຽນ ອຽນ , ບາ ແຈ໋ , ມອງ ກາຍ .. ທັງມີຄວາມດຸໝັ່ນຂະຫຍັນພຽນສ້າງຄວາມໄຝ່ຝັນຂອງຕົນ, ຄັກຮວັນ ກໍ່ສຸດຈິດສຸດໃຈຊ່ວຍເຫລືອ, ຫນູນຊ່ວຍປະຊາຄົມຜູ້ຫູຫນວກ, ປາກກືກ ຊ່ວຍໃຫ້ຫລາຍຄົນຄື ຮວນ ສ້າງຄວາມໄຝ່ຝັນຂອງຕົນ. ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງມາຮອດປະຈຸບັນ, ແຕ່ລະປີ ຄັກຮວັນ ໄດ້ສອນໃຫ້ເພື່ອນທີ່ຫູຫນວກນັບສິບໆຄົນ ຮູ້ເຮັດອາຊີບຕັດຜົມ. ມີຫລາຍຄົນເຮັດເປັນ ແລະ ເປີດຮ້ານຕັດຜົມສະເພາະຂອງຕົນ. “ຮ້ານຕັດຜົມຂອງ ຮວັນ ແມ່ນບ່ອນທີ່ມີຄວາມໝາຍທີ່ສຸດສຳລັບຜູ້ຫູໜວກທີ່ຫາຫໍ່ເຮັດອາຊີບ, ພວມຊອກຫາທິດທາງໃຫ້ຕົນເອງ. ທີ່ຮ້ານຕັດຜົມເຂົາເຈົ້າມີໂອກາດຊອກຮູ້ວ່າຕົນເໝາະກັບອາຊີບນີ້ຫຼືບໍ່, ຈາກນັ້ນກໍ່ສາມາດຊອກວຽກທີ່ເໝາະສົມໃຫ້ຕົນເອງໄດ້ ເພື່ອສາມາດຫາເງິນລ້ຽງຊີບໄດ້ໃນອະນາຄົດ”. ເອື້ອຍ ຮວ່າງທິຫຍ໋າເຟືອງ, ພະນັກງານເຮັດວຽກງານສັງຄົມ ແຂວງ ກວ໋າງນິງ. ພາບ:VOV ດ້ວຍການອຸທິດ, ຄວາມສຸດຈິດສຸດໃຈໃນອາຊີບ ແລະ ມີຈິດໃຈຮູ້ແບ່ງປັນກັບຜູ້ທີ່ມີສະພາບຄືກັບຕົນເອງ, ວັນຄັກຮວັນ ກໍ່ໄດ້ຮັບການເຊີດຊູ ແລະ ຮັບໃບຍ້ອງຍໍເປັນຫຼາຍຄັ້ງຈາກ ກົມຊ່ວຍເຫຼືອສັງຄົມ, ເປັນແບບຢ່າງໃຫ້ແກ່ໄວໜຸ່ມພິການຫຼໍ່ລ້ຽງຄວາມຄາດຫວັງບືນຕົວຂຶ້ນ, ອອກແຮງງານດ້ວຍຕົນເອງ ເພື່ອຫາເງິນລ້ຽງຕົນເອງ ແລະ ເຊື່ອມຕົວ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ປະຊາຄົມ ແລະ ສັງຄົມ.
TAG
VOV/VOVworld/ຄວາມ​ໄຝ່​ຝັນ/ຄາດຫວັງບືນຕົວຂຶ້ນ/ຮ້ານ​ຕັດ​ຜົມ​ພິ​ເສດ

More