VOV WorldVOV World
ອ້າຍ ຫງວຽນມິງກ່ຽວ ແບບຢ່າງດີເດັ່ນໃນການ Startup ຂົງເຂດເຕັກໂນໂລຊີຂະແຫນງການແພດ
30/12/2023 17:00
(VOVWORLD) - ອ້າຍ ຫງວຽນມິງກ່ຽວ ຜູ້ອຳນວຍການໃຫຍ່ ບໍລິສັດການຜະລິດການຄ້າ ແລະ ການບໍລິການ ຊອງເອີນ ຈຳກັດ, ຢູ່ ນະຄອນ ໂຮ່ຈິມີນ ແມ່ນແບບຢ່າງດີເດັ່ນ ໃນການ Startup ຂົງເຂດເຕັກໂນໂລຊີຂະແຫນງການແພດ. ຊອບແວ ໂດຍບໍລິສັດຂອງອ້າຍຜະລິດ ໄດ້ນຳໃຊ້ຢ່າງກວ້າງຂວາງຢູ່ ໂຮງໝໍ, ຫ້ອງກວດພະຍາດ, ຮ້ານຂາຍຢາ.. ໃນທົ່ວປະເທດ.
ອ້າຍ ຫງວຽນມິງກ່ຽວ ແບບຢ່າງດີເດັ່ນໃນການ Startup ຂົງເຂດເຕັກໂນໂລຊີຂະແຫນງການແພດ
ອ້າຍ ຫງວຽນມິງກ່ຽວ  ຜູ້ອຳນວຍການໃຫຍ່ ບໍລິສັດການຜະລິດການຄ້າ ແລະ ການບໍລິການ ຊອງເອີນ ຈຳກັດ. ພາບ: Ngoc Anh ໂດຍເກີດປີ 1984 ຢູ່ ແຂວງ ດ້ຽນບຽນ, ອ້າຍ ຫງວຽນມິງກ່ຽວ ໄດ້ມີບົດຮຽນປະສົບການ 15 ປີໃນຂົງເຂດຊອບແວຄຸ້ມຄອງເຕັກໂນໂລຊີຂໍ້ມູນຂ່າວສານການແພດ. ໂດຍຮຽນຈົບຢູ່ມະຫາວິທະຍາໄລອຸດສາຫະກຳ ນະຄອນ ໂຮ່ຈິມີນ ສະເພາະຂະແຫນງເຕັກໂນໂລຊີ, ອ້າຍໄດ້ເລີ່ມ Startup ໃນຂົງເຂດຫັນຂະແຫນງການແພດເປັນດິຈີຕອນ, ກໍ່ຮ່າງສ້າງຕົວຢູ່ ນະຄອນ ໂຮ່ຈິມີນ. ກ່ອນນີ້ 15 ປີ (ປີ 2009) ອ້າຍໄດ້ສ້າງຕັ້ງ ບໍລິສັດການຜະລິດການຄ້າ ແລະ ການບໍລິການ ຊອງເອີນ ຈຳກັດ, ແລະ ພາຍຫລັງສ້າງຕັ້ງມາເປັນເວລາ 1 ເດືອນ (12/2009), ບໍລິສັດຂອງອ້າຍ ໄດ້ເຊັນສັນຍາການຄ້າສະບັບທຳອິດກັບສູນການແພດ ເມືອງ ຕ່ວນຢາວ ແຂວງ ດ້ຽນບຽນ. ອ້າຍ ກ່ຽວ ແບ່ງປັນວ່າ:                                                                                                        ໃນຊ່ວງເວລານັ້ນ, ຫົວຫນ້າສູນການແພດຢູ່ ເມືອງ ຕ ່ ວນຢາວ ແຂວງ ດ້ຽນບຽນ ໄດ້ໂທມາຫາບໍລິສັດຂ້າພະເຈົ້າ ສະເຫນີຂໍໃຫ້ນຳເອົາເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າ ມາ ຍັງ ສູນການແພດເມືອງ ເພື່ອຊ່ວຍໂຮງໝໍ. ແລະ ທ່ານຫົວຫນ້າ ກໍ່ ຮຽກຮ້ອງຕ້ອງຕັ້ງລະຫັດໃຫ້ເອກະສານທຸກຢ່າງ ໃນ ຄອມພິວເຕີ. ຂ້າພະເຈົ້າມາຢູ່ນັ້ນສອງສາມເດືອນ ເພື່ອນຳເອົາຮູບແບບ, ຂັ້ນຕອນດິຈີຕອນໂດຍຕົນເອງສ້າງຂຶ້ນນັ້ນ ມາຮັບໃຊ້ໃຫ້ໂຮງໝໍ. ນັ້ນແມ່ນບາດກ້າວເດີນທຳອິດໃນການ Startup ຂອງຕົນ” . ຖັດຈາກສູນການແພດ ເມືອງ ຕ່ວນຢາວ, ຊອບແວຂອງບໍລິສັດ ໄດ້ນຳເອົາມາໝູນໃຊ້ຢ່າງກວ້າງຂວາງຢູ່ຫລາຍຮາກຖານການແພດຢູ່ ແຂວງ ດ້ຽນບຽນ ແລະ ອີກ 4 ແຂວງ, ນະຄອນອື່ນ ຄື: ລາຍເຈົາ, ລ້າງເຊີນ, ກວ໋າງນິງ ແລະ ນະຄອນໂຮ່ຈິມີນ. ອ້າຍ ຫງວຽນມິງກ່ຽວ ໃຫ້ຮູ້ວ່າ:  “ປະຈຸບັນ ລູກຄ້າຂອງບໍລິສັດ ແມ່ນຢູ່ຫລາຍເຂດຈາກພາກເຫນືອຕະຫລອດຮອດພາກໃຕ້ ດ້ວຍ 50 ໂຮງໝໍ, 1 . 500 ຫ້ອງກວດພະຍາດ, 5 . 000  ຮ້ານຂາຍຢາ, ໂຮງໝໍປິ່ນປົວສຸຂະພາບໃຫ້ຜູ້ ອາຍຸສູງ 3 ແຫ່ງ. ລາຍຮັບທຸກປີແມ່ນກວ່າ 50 ຕື້ດົ່ງ (2,1 ລ້ານ USD). ຂະແຫນງ Startupໃດກໍ່ຍາກ. ຂ້າພະເຈົ້າຄິດວ່າ ເພື່ອໃຫ້ປະສົບຜົນສຳເລັດ ກ່ອນອື່ນໝົດຕ້ອງຝືກຝົນຫລໍ່ຫລອມກຳລັງຄວາມສາມາດວິຊາສະເພາະຂອງຕົນ. ທຶນບໍ່ພຽງແຕ່ແມ່ນເງິນຊື່ໆເທົ່ານັ້ນ ຫາກຕ້ອງມີຄວາມຮູ້, ມີທັກສະໃນການຄຸ້ມຄອງບໍລິຫານອີກດ້ວຍ. ຫລັງຈາກນັ້ນ ກໍ່ຕ້ອງ ເບິ່ງວ່າ ຂົງເຂດໃດ ທີ່ ຕົນມີທ່າແຮງ, ແລ້ວຈຶ່ງຕັດສິນໃຈ ກ້າຫານ Startup. ພວກຂ້າພະເຈົ້າມີບັນດາຄູ່ຮ່ວມມືຢູ່ ຍີ່ປຸ່ນ, ການາດາ ມາຊອກຫາເພື່ອລົງທຶນ, ເພີ່ມເງິນລົງທຶນໃຫ້ຂ້າພະເຈົ້າ. ຜູ້ເຮັດວຽກງານເຕັກໂນໂລຊີ ຕ້ອງນຳໃຊ້ເຕັກໂນໂລຊີໃຫມ່ສຸດເຂົ້າໃນຜະລິດຕະພັນເພື່ອເພີ່ມລັກສະນະແກ້ງແຍ່ງ” . ອ້າຍ ຫງວຽນມິງກ່ຽວ ທີ່ການພົບປະແລກປ່ຽນ "ວຽກເດັ່ນຄົນດີ" ຢູ່ ນະຄອນຫລວງຮ່າໂນ້ຍ. ພາບ: Ngoc Anh ກ່ອນນີ້ 6 ປີ (ເດືອນ 7/2018), ບໍລິສັດຂອງ ອ້າຍ ຫງວຽນມິງກ່ຽວ ໄດ້ສ້າງຊອບແວຄຸ້ມຄອງຢູ່ໂຮງໝໍປິ່ນປົວສຸຂະພາບໃຫ້ຜູ້ອາຍຸສູງ E-Nursing home, ລະບົບນິເວດ ທຳອິດຢູ່ ຫວຽດນາມ ໄດ້ຊ່ວຍໃຫ້ບັນດາໂຮງໝໍດັ່ງກ່າວປັບປຸງວຽກງານຄຸ້ມຄອງ, ບໍລິຫານ, ເບິ່ງແຍງດູແລຜູ້ອາຍຸສູງ.  ຫລັງຈາກນັ້ນ 2 ປີ (ເດືອນ 8/2020), ບໍລິສັດໄດ້ຜະລິດອອກຊອບແວຄຸ້ມຄອງຫ້ອງກວດພະຍາດ E-Clinic. ໂດຍແມ່ນທີ່ຜູ້ສຸດຈິດສຸດໃຈເພື່ອສ້າງຜະລິດຕະພັນລະບົບນິເວດຊອບແວຄຸ້ມຄອງໃນຂົງເຂດການແພດສຳເລັດຜົນ, ອ້າຍ ຫງວຽນມິງກ່ຽວ ໃຫ້ຮູ້ວ່າ:  “ ປະຈຸບັນ ລັດຖະບານ ໄດ້ຮຽກຮ້ອງຂະແຫນງການແພດຕ້ອງຫັນເປັນດິຈີຕອນ. ສະນັ້ນ ຊອບແວໂດຍບໍລິສັດຊອງເອີນ ກໍ່ຕ້ອງມີການຫັນເປັນດິຈີຕອນ. ທຸກສິ່ງທຸກຢ່າງລ້ວນແຕ່ນຳໃຊ້ເຕັກໂນໂລຊີເພື່ອພັດທະນາ. ພວກຂ້າພະເຈົ້າ ຕ້ອງອັບເດດເປັນປະຈຳ ແລະ ຕ້ອງມີການປ່ຽນແປງໃຫມ່ເພື່ອນຳມາເຊິ່ງຜະລິດຕະພັນດີ ທີ່ ສຸດໃຫ້ແກ່ລູກຄ້າ. ສຳລັບຂ້າພະເຈົ້າແລ້ວ, ພາລະກຳຫນຶ່ງດຽວແມ່ນຕ້ອງຮ່ວມເດີນທາງພ້ອມກັບຂະແຫນງການແພດ ເພື່ອຫັນປ່ຽນຈາກການ ເຮັດດ້ວຍ ມືມາເປັນ ການ ໃຊ້ເຕັກໂນໂລຊີ ໝາຍຄວາມວ່າ ບໍ່ໃຊ້ເຈ້ຍ. ນັ້ນແມ່ນຄວາມນຶກຄິດຂອງຂ້າພະເຈົ້າ. ບໍລິສັດພວມກໍ່ສ້າງຖານຂໍ້ມູນໃຫຍ່ (Big Data), ສ້າງເປັນລະບົບເພື່ອເອົາລົງໃນປະຕູຖານຂໍ້ມູນເອເລັກໂຕນິກຂອງກະຊວງສາທາລະນະສຸກ” . ພາຍຫລັງ 15 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ປະຈຸບັນ ບໍລິສັດການຜະລິດການຄ້າ ແລະ ການບໍລິການ ຊອງເອີນ ຈຳກັດ, ໄດ້ກາຍເປັນຫນຶ່ງໃນບັນດາຫົວຫນ່ວຍມີອິດທິພົນຊື່ສຽງແຖວຫນ້າໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານຮັບໃຊ້ຂະແຫນງການແພດ. ນອກນັ້ນ ບໍລິສັດຍັງແມ່ນຫົວຫນ່ວຍສະຫນອງອຸປະກອນຮາດແວທີ່ທັນສະໄຫມໃຫ້ແກ່ບັນດາໂຮງໝໍໃນທົ່ວປະເທດ. ນີ້ແມ່ນຫມາກຜົນທີ່ເປັນຫນ້າຮັບຮູ້ ສົມກັບອ້າຍ ຫງວຽນມິງກ່ຽວ ແລະ ບັນດາເພື່ອນຮ່ວມງານ.
TAG
VOV/VOVworld/ຊອບແວ/ການແພດ