ຮ່າໂນ້ຍພັດທະນາໝູ່ບ້ານຫັດຖະກຳ, ປະກອບສ່ວນຍົກສູງຊີວິດການເປັນຢູ່ໃຫ້ແກ່ຊາວກະສິກອນ
25/08/2024 04:00
(VOVWORLD) - ແຕ່ດົນນານແລ້ວ, ຮ່າໂນ້ຍແມ່ນບ່ອນເຕົ້າໂຮມສິ່ງຍອດຢ້ຽມຂອງໝູ່ບ້ານຫັດຖະກຳຫວຽດນາມ. ການພັດທະນາຂອງໝູ່ບ້ານຫັດຖະກຳນະຄອນຫລວງໄດ້ແລະພວມນຳມາເຊິ່ງບັນດາຄຸນຄ່າໃຫຍ່ດ້ານເສດຖະກິດ - ສັງຄົມ. ວຽກງານອະນຸລັກຮັກສາແລະພັດທະນາໝູ່ບ້ານຫັດຖະກຳແມ່ນສວມບົດບາດສຳຄັນໃນການຫັນປ່ຽນອົງປະກອບເສດຖະກິດເຂດຊົນນະບົດ, ປະກອບສ່ວນກໍ່ສ້າງຊົນນະບົດພັດທະນາຮອບດ້ານ, ຍືນຍົງ; ພ້ອມທັງຍົກສູງລາຍຮັບ, ປັບປຸງຊີວິດທາງດ້ານວັດຖຸແລະຈິດໃຈໃຫ້ແກ່ປະຊາຊົນ.

ເຕົາໄຟຜະລິດເຄື່ອງປັ້ນດິນເຜົາ. ພາບ: Dương Đình Tường. ຕາມສະຫະສະມາຄົມໝູ່ບ້ານຫັດຖະກຳຫວຽດນາມແລ້ວ, ຮ່າໂນ້ຍແມ່ນບ່ອນເຕົ້າໂຮມໝູ່ບ້ານຫັດຖະກຳຫລາຍກວ່າໝູ່ຂອງທົ່ວປະເທດດ້ວຍກວ່າ 1.350 ແຫ່ງ. ຊຸມປີຜ່ານມາ, ບັນດາໝູ່ບ້ານຫັດຖະກຳນະຄອນຫລວງໄດ້ມີການເຕີບໂຕທັງລາຍຮັບ, ມູນຄ່າການຜະລິດແລະການສົ່ງອອກ. ໃນນັ້ນມີປະມານ 100 ໝູ່ບ້ານຫັດຖະກຳບັນລຸລາຍຮັບແຕ່ 10- 20 ຕື້ດົ່ງ/ປີ, ເກືອບ 70 ໝູ່ບ້ານບັນລຸແຕ່ 20 – 50 ຕື້ດົ່ງ/ປີແລະ 20 ໝູ່ບ້ານບັນລຸກວ່າ50 ຕື້ດົ່ງ/ປີ, ປະກອບສ່ວນຫລາຍສົມຄວນເຂົ້າງົບປະມານຂອງທ້ອງຖິ່ນ. ການພັດທະນາໝູ່ບ້ານຫັດຖະກຳໄດ້ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານຫລາຍຄົນໃນເກນອາຍຸອອກແຮງງານ, ຄົນພິການ... ລາຍຮັບສະເລ່ຍຂອງຜູ້ອອກແຮງງານຢູ່ບັນດາໝູ່ບ້ານແມ່ນແຕ່ 4- 5,5 ລ້ານດົ່ງ/ຄົນ/ເດືອນ. ເພື່ອເສີມຂະຫຍາຍຄຸນຄ່າຂອງບັນດາໝູ່ບ້ານຫັດຖະກຳ, ໄລຍະຜ່ານມາມີໝູ່ບ້ານຫລາຍແຫ່ງໄດ້ມີວິທີການເຮັດໃຫມ່, ປະດິດຄິດສ້າງ, ຜ່ານນັ້ນກໍ່ດຶງດູດຄວາມສົນໃຈຂອງບັນດາຄູ່ຮ່ວມມືກໍ່ຄືນັກທ່ອງທ່ຽວຢູ່ພາຍໃນແລະຕ່າງປະເທດ. ທ່ານນາງຮ່າທິວິງ, ນັກສິລະປະການ, ຜູ້ອຳນວຍການບໍລິສັດເຄື່ອງປັ້ນດິນເຜົາກວາງວິງຈຳກັດ, ຢູ່ໝູ່ບ້ານຫັດຖະກຳບາດຈ່າງໃຫ້ຮູ້ວ່າ:
TAG
VOV/VOVworld/ໝູ່ບ້ານຫັດຖະກຳ/ເຄື່ອງປັ້ນດິນເຜົາບາດຈ່າງ
Related








