VOV WorldVOV World
ບີ່ງເຢືອງ ຕັດສິນໃຈ ຫັນບັນດາເຂດອຸດສາຫະກຳເປັນສີຂຽວ
16/11/2024 09:00
(VOVWORLD) -ດ້ວຍການກຳນົດທິດພັດທະນາອຸດສາຫະກຳແບບຍືນຍົງ ຕິດພັນກັບຕົວເມືອງອັດສະລິຍະ, ປະຈຸບັນ ແຂວງ ບີ່ງເຢືອງ ພວມສ້າງບັນດາເຂດອຸດສາຫະກຳເປັນສີຂຽວ ເພື່ອແນໃສ່ດຶງດູດແຫລ່ງທຶນ “ປອດໃສ”, ເຕັກໂນໂລຊີທັນສະໄຫມ, ເປັນມິດກັບສິ່ງແວດລ້ອມ, ຍົກສູງມູນຄ່າເພີ່ມ ແລະ ກຳລັງແກ້ງແຍ່ງ. ດ້ວຍການກຳນົດທິດຈາກແຂວງ, ບັນດາວິສາຫະກິດ ໄດ້ພວມຫັນປ່ຽນດ້ວຍຕົນເອງເພື່ອໃຫ້ເໝາະສົມກັບທ່າອ່ຽງລວມ.
ບີ່ງເຢືອງ ຕັດສິນໃຈ ຫັນບັນດາເຂດອຸດສາຫະກຳເປັນສີຂຽວ
ບີ່ງເຢືອງ ວາດເປົ້າໝາຍ ໃຫ້ກາຍເປັນເຂດຕົວເມືອງ,  ອຸດສາຫະກຳ,ການບໍລິການທັນສະໄຫມ,ມີລະດັບພາກພື້ນ ແລະ ສາກົນໃນປີ 2050. (ພາບ:Thiên Lý/VOV) ປະຈຸບັນ ບີ່ງເຢືອງ ມີ 33 ເຂດອຸດສາຫະກຳ, ໃນນັ້ນ ມີ 28 ແຫ່ງໄດ້ນຳເຂົ້າເຄື່ອນໄຫວ ດ້ວຍຍອດເນື້ອທີ່ກວ່າ 11.960 ha, ອັດຕາສ່ວນນຳໃຊ້ແມ່ນກວ່າ 93%. ຕາມການວາງແຜນຜັງ ຮອດປີ 2030, ບີ່ງເຢືອງ ຈະພັດທະນາຕື່ມອີກ 10 ເຂດອຸດສາຫະກຳ ດ້ວຍເນື້ອທີ່ປະມານ 16.000 ha. ສຳລັບເຂດໃຫມ່, ບີ່ງເຢືອງ ໄດ້ຄົ້ນຄ້ວາພັດທະນາເຂດອຸດສາຫະກຳຊີວະພາບ, ດຶງດູດການລົງທຶນຢູ່ບັນດາຂົງເຂດຄື: ການຫັນເປັນອັດຕະໂນມັດ, ຂັ້ນຕອນອັດສະລິຍະ ແລະ ນຳໃຊ້ພະລັງງານສະອາດ, ພະລັງງານທົດແທນ, ຜະລິດຕະພັນມີມູນຄ່າສົ່ງອອກໃຫຍ່, ການຜະລິດ ຕິດພັນກັບການພັດທະນາການບໍລິການອຸດສາຫະກຳ. ທ່ານ ເຈືອງວັນຟອງ, ຮອງຫົວຫນ້າຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ ແຂວງ ບີ່ງເຢືອງ ໃຫ້ຮູ້ວ່າ:  “ການ ກຳ ນົດ ທິດ ພັດ ທະ ນາ ໃນ ໄລ ຍະ ຈະ ມາ ເຖິງ ນັ້ນແມ່ນ ແຂວງ ຈະ ພັດ ທະ ນາ ບັນ ດາ ເຂດ ອຸດ ສາ ຫະ ກຳ ຕາມ ຮູບ ແບບ ເຂດ ອຸດ ສາ ຫະ ກຳ ຊີ ວະ ພາບ , ເຂດ ອຸດ ສາ ຫະ ກຳ ສີ ຂຽວ. ແຂວງ ຈະ ວາງ ແຜນ ຜັງ ເສັ້ນ ທາງ ອ້ອມ ຮອບ ເຂດ ອຸດ ສາ ຫະ ກຳ ຢູ່ ທາງ ທິ ດ ເຫ ນືອ ເພື່ອ ສຸມ ໃສ່ ດຶງ ດູດ ບັນ ດາ ໂຄງ ການ ລົງ ທຶນ , ຈັດ ວາງ ການ ຍົກ ຍ້າຍ ບັນ ດາ ໂຄງ ການ ຕັ້ງ ຢູ່ໃນ ເຂ ດ ຊຸມ ຊົນຢູ່ ເຂດ ທາງ ທິດ ໃຕ້ ມາ ຢູ່ ເຂດ ທິ ດ ເຫ ນືອ”.           ເລື່ອງພັດທະນາເຂດອຸດສາຫະກຳຊີວະພາບ ແມ່ນທ່າອ່ຽງທົ່ວໂລກ ແລະ ແຂວງ ບີ່ງເຢືອງ ພວມຜັນຂະຫຍາຍ. ເຖິງຢ່າງໃດກໍຕາມ, ຄວາມຫຍຸ້ງຍາກທີ່ສຸດຂອງແຂວງ ນັ້ນແມ່ນຕ້ອງຫັນປ່ຽນບັນດາເຂດອຸດສາຫະກຳແບບເກົ່າມາເປັນທັນສະໄຫມ. ທ່ານ ມາຍຮຸ່ງຢູ໋ງ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ບີ່ງເຢືອງ ໃຫ້ຮູ້ວ່າ: ແຂວງ ຈະມີບັນດານະໂຍບາຍຫນູນຊ່ວຍໃຫ້ເຈົ້າຂອງການລົງທຶນຕາມການກຳນົດ.  “ ແຂວງ ຈະ ລົງ ທຶນ ບັນ ດາ ເສັ້ນ ທາງ ຕົ້ນ ຕໍ ເຂົ້າ ບັນ ດາ ເຂດ ອຸດ ສາ ຫະ ກຳ ເພື່ອ ເຊື່ອມ ຕໍ່ , ຄຸ້ມ ຄອງ ຄວາມ ເປັນ ລະ ບຽບ ຮຽບ ຮ້ອຍ ທັງ ຫ ນູນ ຊ່ວຍ ໃຫ້ ວິ ສາ ຫະ ກິດ ສ່ວນ ໃດ ຫ ນຶ່ງ ໃນ ໄລ ຍະ ຈະ ມາ ເຖິງ ເພື່ອ ໃຫ້ ທັງ ຫັນ ເປັນ ສີ ຂຽວ , ຫັນເປັນສະ ອາດ , ຫັນ ເປັນ ອັດ ສະ ລິ ຍະ , ຊີ ວະ ພາບ”.           ປະຈຸບັນ ບັນດາວິສາຫະກິດຢູ່ໃນແຂວງ ໄດ້ ແລະ ພວມຫັນປ່ຽນໄປຍັງທ່າອ່ຽງພັດທະນາສີຂຽວ. ຫນຶ່ງໃນຈຳນວນບັນດາວິສາຫະກິດພົ້ນເດັ່ນ, ນຳຫນ້າໃນການເຄື່ອນໄຫວດັ່ງກ່າວ ນັ້ນແມ່ນ ໂຮງງານຂອງກຸ່ມບໍລິສັດ LEGO ຂອງ ແດນມາກ ຕັ້ງຢູ່ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ 3 (VSIP 3). ກຸ່ມບໍລິສັດ LEGO ໄດ້ວາງອອກເປົ້າໝາຍ ຫລຸດຜ່ອນການກະທົບຕໍ່ສິ່ງແວດລ້ອມ, ສະນັ້ນ ພຽງໃນ 1 ປີ ນັບແຕ່ເມື່ອເລີ່ມລົງມືກໍ່ສ້າງ, LEGO ໄດ້ປູກຕົ້ນໄມ້ສຳເລັດ 50.000 ຕົ້ນ ຢູ່ ບໍລິເວນໂຮງງານ. ທ່ານ Preben Elnef, ຮອງປະທານກຸ່ມບໍລິສັດ LEGO ທັງເປັນຜູ້ອຳນວຍການໃຫຍ່ LEGO Manufacturing Vietnam ໃຫ້ຮູ້ວ່າ:  “ນີ້ ເປັນ ຄັ້ງ ທຳ ອິດທີ່ພວກ ຂ້າ ພະ ເຈົ້າ ທົດ ລອງ ມາດ ຕະ ການ ສ້າງ ແຫລ່ງ ພະ ລັງ ງານ ເພື່ ອ ນຳ ໃຊ້ ໃນ ໂຮງ ງານ. ພວກ ຂ້າ ພະ ເຈົ້າ ເລືອກ ເຟັ້ນ ມາດ ຕະ ການ ພະ ລັງ ງານ ແສງ ຕາ ເວັນ. ຢູ່ ຂ້າງ ໂຮງ ງານ ກໍ່ ຈັດ ສັນ ເນື້ອ ທີ່ ດິນກວ້າງ ໃຫ ຍ່ ເປັນ ເຂດ ຕັ້ງ ຖ່ານ ພະ ລັງ ງານ ເພື່ອ ສ້າງ ພະ ລັງ ງານ ໃຫ້ ແກ່ ພວກ ຂ້າ ພະ ເຈົ້າ. ສະ ນັ້ນ ແຫລ່ງ ພະ ລັງ ງານ ຕົ້ນ ຕໍ ຂອງ ພວກ ຂ້າ ພະ ເຈົ້າ ຈະ ໄດ້ ນຳ ໃຊ້ ຈາກ ພະ ລັງ ງານ ແສງ ຕາ ເວັນ”.           ການຫັນມາຜະລິດແບບສີຂຽວກໍ່ຊ່ວຍໃຫ້ວິສາຫະກິດເພີ່ມທີ່ຕັ້ງໃນການແກ້ງແຍ່ງ, ເຖິງຢ່າງໃດກໍຕາມ ການຫັນປ່ຽນການຜະລິດແບບສີຂຽວ ແລະ ຍືນຍົງກໍ່ຍັງປະສົບກັບຄວາມຫຍຸ້ງຍາກດ້ານລະບຽບການ, ສະນັ້ນ ວິສາຫະກິດ ສະເຫນີຕ້ອງມີບັນດາກົນໄກ, ນະໂຍບາຍ, ໂຄງການຫນູນຊ່ວຍທີ່ເໝາະສົມ, ກອບນິຕິກຳທີ່ສະດວກ. ທ່ານ ຫງວຽນວັນເລິ້ຍ, ເລຂາຄະນະພັກແຂວງ ບີ່ງເຢືອງ ໃຫ້ຮູ້ວ່າ: “ຄະ ນະ ພັກ ແຂວງ , ຄະ ນະ ກຳ ມະ ການ ປະ ຊາ ຊົນ ແຂວງ ຈະ ຍາດ ເວ ລາ ເປັນ ສ່ວນ ໃຫ ຍ່ ເພື່ອ ເຮັດ ວຽກ ກັບ ປະ ຊາ ຄົມ ວິ ສາ ຫະ ກິດ ເພື່ອ ຊອກ ຮູ້ ວິ ສາ ຫະ ກິດຍັງ ປະ ສົບ ກັບ ຄວາມ ຫ ຍຸ້ງ ຍາກ ແນວ ໃດ , ມີ ຂໍ້ ສະ ເຫ ນີ ໃດ ແດ່ , ຂໍ້ ຕິດ ຂັດ ໃດ ເພື່ອ ແກ້ ໄຂ. ຖ້າ ຫາກ ຢູ່ເໜືອ ສິດ ອຳ ນາດກໍ່ຈະ ລາຍ ງານ ຕໍ່ ສູນ ກາງ. ດ້ວຍ ວິ ທີ ເຮັດ ແບບນີ້ , ພວກ ຂ້າ ພະ ເຈົ້າ ພ້ອມ ກັນ ເຮັດ , ຮ່ວມ ເດີນ ທາງ ນຳ ກັນ ເພື່ອ ບັນ ລຸ ຜົນ ສຳ ເລັດ ແລະ ພັດ ທະ ນາ”. ທ່ານ ມາຍຮຸ່ງຢູ໋ງ, ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ບີ່ງເຢືອງ. (ພາບ: binhduong.gov.vn )           ຮູບພາບແຂວງ ບີ່ງເຢືອງ ຂະຫຍັນຂັນເຄື່ອນ ຕັດສິນໃຈຫັນບັນດາເຂດອຸດສາຫະກຳເປັນສີຂຽວ ໄດ້ ແລະ ພວມດຶງດູດບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ, ນຳແຂວງ ບີ່ງເຢືອງ ກາຍເປັນຫນຶ່ງໃນບັນດາແຂວງອຸດສາຫະກຳຈຸດສຸມຢູ່ ຫວຽດນາມ. ນີ້ຈະແມ່ນແຫລ່ງກຳລັງເພື່ອໃຫ້ແຂວງ ບີ່ງເຢືອງ ຍູ້ແຮງການພັດທະນາເສດຖະກິດ ສັງຄົມ ໃຫ້ນັບມື້ນັບຍືນຍົງກວ່າ, ຫັນຄວາມຄາດຫວັງກໍ່ສ້າງແຂວງ ບີ່ງເຢືອງ ພັດທະນາ ແລະ ຈະເລີນຮຸ່ງເຮືອງໃຫ້ປະກົດຜົນເປັນຈິງ.
TAG
VOV/VOVworld/ເຂດ​ອຸດ​ສາ​ຫະ​ກຳ/ກອບ​ນິ​ຕິ​ກຳ/​ການ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ