VOV WorldVOV World
ບັນດາແມ່ຍິງ ຫັນອຸປະກອນເສດເຫລືອກາຍເປັນສິນຄ້າ
23/06/2024 08:00
(VOVWORLD) - ຈາກບັນດາອຸປະກອນເສດເຫລືອທີ່ຖືກປະຖິ້ມໄວ້, ມີແມ່ຍິງຫລາຍຄົນຢູ່ ດັກລັກ ໄດ້ນຳໃຊ້ເພື່ອຜະລິດອອກເປັນສິນຄ້າ, ສ້າງວຽກເຮັດງານທຳ ແລະ ນຳມາເຊິ່ງລາຍຮັບ. ວຽກງານນີ້ຍັງປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ, ມຸ່ງໄປເຖິງການບໍລິໂພກທີ່ເປັນມິດກັບສິ່ງແວດລ້ອມ.
ບັນດາແມ່ຍິງ ຫັນອຸປະກອນເສດເຫລືອກາຍເປັນສິນຄ້າ
                                 ບັນດາຜະລິດຕະພັນເຮັດຈາກກາບຕົ້ນໝາກ.ພາບ: VOV ພາຍຫລັງຕິດພັນກັບການຜະລິດຖົງຜະລິດຄືນໃຫມ່ຈາກເຄື່ອງນຸ່ງເຮັດດ້ວຍຜ້າແພຢີນເກົ່າ, ເອື້ອຍ ຫລີທິກິມບິ່ງ ຢູ່ ບ້ານ ປັນລຳ ນະຄອນ ບວນມາທວດ ແຂວງ ດັກລັກ ໄດ້ກໍ່ສ້າງຮາກຖານດຳເນີນທຸລະກິດຂຶ້ນ ດ້ວຍແຮງງານ 5 ຄົນ. ແຕ່ລະປີ, ຮາກຖານນີ້ຂາຍຜະລິດຕະພັນຖົງທີ່ເຮັດຈາກຜ້າແພຊະນິດຕ່າງໆອອກສູ່ຕະຫລາດກວ່າ 7.500 ຖົງ, ລາຍຮັບບັນລຸກວ່າ 1,5 ຕື້ດົ່ງ (ເກືອບ 60.000 USD). ເອື້ອຍ ຫລີທິກິມບິ່ງ ແບ່ງປັນວ່າ: ເບື້ອງຕົ້ນ ເອື້ອຍພຽງແຕ່ເອົາໂສ້ງເສື້ອເກົ່າມາເຮັດເປັນເຄື່ອງໃຊ້ໃຫມ່ ແລະ ຫລັງຈາກນັ້ນ ກໍ່ມີລູກຄ້າມັກມາຊື້ຊ່ວຍ, ຮາກຖານຂອງເອື້ອຍ ຈຶ່ງມີກຳລັງໃຈເພື່ອສືບຕໍ່ຜະລິດອອກຫລາຍຜະລິດຕະພັນໃຫມ່.
TAG
VOV/VOVworld/​ວັດຖຸອຸ​ປະ​ກອນ​ເສດ​ເຫລືອ/​ເຄື່ອງ​ຫັດ​ຖະ​ກຳ/Start up