VOV WorldVOV World
ບຸນໄຫວ້ພະຈັນພິເສດ
26/09/2021 05:00
(VOVWORLD) - ເດັກນ້ອຍ ຫວຽດນາມ ຕ້ອນຮັບບຸນໄຫວ້ພະຈັນປີນີ້ ໃນສະພາບການພິເສດທີ່ສຸດ ຍ້ອນໂລກລະບາດໂຄວິດ -19 ພວມຜັນແປໄປຢ່າງສັບສົນ. ພວກນ້ອງບໍ່ໄດ້ຈັດພາເຂົ້າຫນົມພື້ນເມືອງ, ໝາກໄມ້, ແຫ່ໂຄມໄຟຮູບດວງດາວ, ບໍ່ໄດ້ຈັດຕັ້ງການຮ້ອງລຳທຳເພງ, ສະແດງສິລະປະວັນນະຄະດີແບບມ່ວນຊື່ນຄືຊຸມປີຜ່ານມາ. ແທນທີ່ນັ້ນ ແຕ່ລະທ້ອງຖິ່ນ, ເຂດຊຸມຊົນ, ຄອບຄົວ ໄດ້ຈັດວັນບຸນໄຫວ້ພະຈັນໃຫ້ພວກນ້ອງດ້ວຍຮູບການທີ່ເໝາະສົມ ແລະ ຮັບປະກັນຂໍ້ກຳນົດກ່ຽວກັບການປ້ອງກັນຕ້ານໂລກລະບາດ.
ຊຸມປີກ່ອນນີ້ ເມື່ອໂລກລະບາດໂຄວິດ 19 ບໍ່ທັນເກີດຂຶ້ນ, ໃນໂອກາດວັນບຸນໄຫວ້ພະຈັນ, ອົງການຈັ້ງຕັ້ງມະຫາຊົນຢູ່ເຂດຊຸມຊົນ, ບ້ານ, ຕາແສງ ລ້ວນແຕ່ຮ່ວມແຮງຮ່ວມໃຈປະກອບກຳລັງເຫື່ອແຮງເພື່ອຈັດວັນບຸນໄຫວ້ພະຈັນໃຫ້ພວກນ້ອງເຍົາວະຊົນຢ່າງເບີກບານມ່ວນຊື່ນ. ແຕ່ປີນີ້ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19 ສະນັ້ນ ຫ້າງຮ້ານຂາຍເຂົ້າໜົມພື້ນເມືອງໃນໂອກາດບຸນໄຫວ້ພະຈັນ ແລະ ເຄື່ອງລະຫລິ້ນ ຈຶ່ງບໍ່ມີຫລາຍຄືແຕ່ກ່ອນ. ບັນດາທ້ອງຖິ່ນ ພວມປະຕິບັດຄຳສັ່ງເລກທີ 15, 16 ຂອງນາຍົກລັດຖະມົນຕີ, ທົ່ວປວງຊົນປະຕິບັດການແຍກຫ່າງສັງຄົມຢ່າງເຂັ້ມງວດ ເພື່ອຮັບປະກັນຄວາມປອດໄພ ແລະ ຮັກສາສຸຂະພາບໃຫ້ແກ່ທຸກຄົນ. ເພື່ອໃຫ້ພວກນ້ອງນ້ອຍໄດ້ຕ້ອນຮັບບຸນໄຫວ້ພະຈັນ, ຢູ່ພາຍໃນຄອບຄົວ ຜູ້ເປັນແມ່ກໍ່ແຕ່ງອາຫານທີ່ແຊບນົວ, ຜູ້ເປັນພໍ່ກໍ່ເຮັດໂຄມໄຟຮູບດວງດາວໃຫ້ກັບລູກໆຂອງຕົນ. ໃນວັນບຸນໄຫ ວ້ ພະຈັນ, ເອື້ອຍ ໂງທ ໊ າຍ ຮ່າ ຢູ່ ເມືອງ ແທງຊວນ ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງການລະຫລິ້ນຕ່າງໆໃຫ້ພວກລູກ ຈາກສິ່ງຂອງທີ່ລຽບງ່າຍໃນບ້ານ. “ບຸນໄຫວ້ພະຈັນທຸກປີ ຂ້າພະເຈົ້າເຄີຍໄປຊື້ເຄື່ອງລະຫລິ້ນໃຫ້ພວກລູກ ແຕ່ປີນີ້ຍ້ອນໂລກລະບາດ ໄປມາກໍ່ຫຍຸ້ງຍາກ ສະນັ້ນ ຂ້າພະເຈົ້າພ້ອມກັບລູກ ໆ ໄດ້ ໝູນໃຊ້ ສິ່ງຂອງໃນບ້ານເພື່ອເຮັດເຄື່ອງລະຫລິ້ນໃນໂອກາດບຸນໄ ຫ ວ້ພະຈັນ. ຂ້າພະເຈົ້າເຮັດຫນ້າກາກ, ໂຄມໄຟຮູບດວງດາວ ພວກລູກມັກຫລາຍ ແຕ່ເວົ້າລວມແລ້ວເຄື່ອງລະຫລິ້ນ ທີ່ ເຮັດເອງກໍ່ບໍ່ງາມຄື ຂາຍ ຢູ່ຮ້ານ ແຕ່ໄດ້ເຮັດນຳລູກ ສະນັ້ນ ໃນຄອບຄົວຈຶ່ງມີ ບັນຍາກາດ ທີ່ເບີກບານ ມ່ວນຊື່ນ ແລະ ສະຫນິດສະຫນົມທີ່ສຸດ. ພວກລູກ ຫຼີ້ ນເຄື່ອງທີ່ຕົນເອງເຮັດ ຮູ້ສຶກ ດີໃຈ ” ໂຄມໄຟພວກນ້ອງນ້ອຍເຮັດເອງ ບຸນໄຫວ້ພະຈັນປີນີ້ ບັນດາທ້ອງຖິ່ນທີ່ບໍ່ເກີດໂລກລະບາດ ກໍ່ບໍ່ໄດ້ຈັດພິທີຕ້ອນຮັບ “ຄືນວັນເພງ” ຄືທຸກປີ ແທນທີ່ນັ້ນ ແມ່ນການເຄື່ອນໄຫວແທດຈິງ ເບິ່ງແຍງ, ດູແລເດັກທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ທ່ານນາງ ຫງວຽນທິລານເຮືອງ, ຮອງຫົວຫນ້າພະແນກແຮງງານ ທະ ຫານເສຍອົງຄະ ແລະ ສັງຄົມ ນະຄອນ ຫ໋າຍເຢືອງ ໃຫ້ຮູ້ວ່າ: “ອຳນາດການປົກຄອງ ນະຄອນ ໄດ້ຫັກງົບປະມານ ເພື່ອຊື້ຂອງຂວັນ 125 ພູດໃຫ້ເດັກກຳພ້າ, ເດັກພິການ, ເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ການເຄື່ອນໄຫວໃນໂອກາດບຸນໄຫວ້ພະຈັນສະຫງວນໃຫ້ ພວກນ້ອງນັ້ນມີ ຄວາມໝາຍແທດຈິງ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບຂອງທຸກຂັ້ນ, ທຸກຂະແຫນງການ ແລະ ທົ່ວສັງຄົມ ທີ່ມີຕໍ່ ເດັກນ້ອຍ ເປັນຕົ້ນ ແມ່ນ ເປົ້າໝາຍ ທີ່ ປະສົບກັບຄວາມຫຍຸ້ງຍາກເປັນພິເສດ.” ຫນ້າກາກ ພວກນ້ອງນ້ອຍເຮັດເອງ ພ້ອມກັບຄວາມມານະພະຍາຍາມຂອງລັດ ເພື່ອແນໃສ່ເບິ່ງແຍງພວກນ້ອງນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ນະຄອນ ເ ກິ່ ນເທີ ໄດ້ ສົມທົບກັບຫົວຫນ່ວຍ, ຜູ້ໃຈບຸນໃຈກຸສົນ ຈັດຕັ້ງຫລາຍລາຍການ “ບຸນໄຫວ້ພະຈັນທີ່ມ່ວນຊື່ນ” ໃຫ້ແກ່ເດັກນ້ອຍຊາວຊົນເຜົ່າສ່ວນຫນ້ອຍ, ເດັກທຸກຍາກ, ເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດ ຢູ່ 9 ເມືອງໃນບໍລິເວນນະຄອນ ເກິ່ນເທີ. ຢູ່ຕາມສະຖານທີ່ແຈກຢາຍຂອງຂວັນ, ພວກນ້ອງຢືນລຽນເປັນແຖວຫ່າງກັນຕາມທີ່ກຳນົດໄວ້ເພື່ອຮັບຂອງຂວັນລວມມີ: ເຂົ້າຫນົມພື້ນເມືອງບຸນໄຫວ້ພະຈັນ, ໂຄມໄຟຮູບດວງດາວ. ທ່ານ ຕຽວມີງເຢືອງ ຮອງຫົວຫນ້າພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ນະຄອນ ເກິ່ນເທີ ໃຫ້ຮູ້ວ່າ:  “ປີນີ້ ລາຍການສະແດງສິລະປະລ້ວນແຕ່ໂດຍແມ່ນພວກນ້ອງໃນສະໂມສອນສະແດງເອງ ເພື່ອແນໃສ່ລະດົມກຳລັງໃຈໃຫ້ພວກນ້ອງ. ພວກນ້ອງນ້ອຍໃນສະໂມສອນ ຕວ໋ຍຮົ່ງ ລ້ວນແຕ່ແມ່ນ ຜູ້ທີ່ ມີຄອບຄົວປະສົບກັບຄວາມຫຍຸ້ງຍາກ ສະນັ້ນ ໃນໂອກາດຄືແນວນີ້ ພວກນ້ອງໄດ້ ຝຶກຝົນ
TAG
VOV/VOVworld/ບຸນໄຫວ້ພະຈັນ/ດູແລເດັກ