ເຈື່ອງຊາ ຍາມໃດກໍ່ຝັງເລິກໃນດວງໃຈຂອງຊາວ ຫວຽດນາມ ແຕ່ລະຄົນ
30/06/2024 06:00
(VOVWORLD) - ເມືອງເກາະ ເຈື່ອງຊາ ແຂວງ ແຄງຮ່ວາ ແມ່ນສະຖານທີ່ຊື່ງຊາວຫວຽດນາມຫລາຍໆຄົນປາດຖະຫນາຢາກໄດ້ມາຢ້ຽມຢາມຄັ້ງຫນຶ່ງ. ໃນຊຸມມື້ທ້າຍເດືອນພຶດສະພາຜ່ານມາ, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມໄດ້ມີການໄປປະຕິບັດງານຢ້ຽມຢາມເມືອງເກາະ ແລະ ບັນທຶກຄວາມຮູ້ສຶກ, ອາລົມຈິດຄວາມຮັກແພງພິເສດຂອງບັນດາສະມາຊິກໃນຄະນະປະຕິບັດງານທີ່ສະຫງວນໃຫ້ເຈື່ອງຊາ, ເຂດດິນທີ່ສັກກະລະບູຊາຂອງປະເທດຊາດຊື່ງຕັ້ງຢູ່ກາງທະເລທີ່ຫ່າງໄກ.

ນັກສິລະປິນຖ່າຍຮູບເຢືອງທິແອງ ຖ່າຍຮູບກັບນັກຮົບຢູ່ເກາະ ຊິງໂຕນດົງ. ພາບ: ເຢືອງທິແອງ ນັກສິລະປິນຖ່າຍຮູບເຢືອງທິແອງ ຊື່ງແມ່ນສະມາຊິກໃນຄະນະໄປປະຕິບັດງານຢູ່ ເຈື່ອງຊາ ໄດ້ແບ່ງປັນວ່າຫລາຍປີຜ່ານມາເອື້ອຍໄດ້ຮູ້ຈັກເຖິງເຈື່ອງຊາຜ່ານປື້ມ, ຫນັງສືພິມ… ໃນໃຈຕົວເອງ, ເຈື່ອງຊາແມ່ນສັກກະລະບູຊາແລະເອື້ອຍມີຄວາມໄຝ່ຝັນຢາກໄດ້ໄປຢ້ຽມຢາມເກາະແຫ່ງນີ້ຄັ້ງຫນຶ່ງ. “ ເມື່ອ ໄດ້ ຮູ້ ຂ່າວ ວ່າຂ້ າ ພະ ເຈົ້າ ໄດ້ ໄປ ເຈື່ອງ ຊາ ໃນວັນ ທີ 26 ເມ ສາ . ນັບ ແຕ່ນັ້ນຂ້າ ພະ ເຈົ້າ ກໍ່ ໄດ້ ກະ ກຽມ ດ້ານ ຈິດ ໃຈ ທີ່ ດີ ທີ່ ສຸດໃຫ້ ຕົນ ເອງ ເພື່ອ ເດີນ ທາງ . ເມື່ອ ໄດ້ ຮັບ ຂ່າວຂ້າ ພະ ເຈົ້າ ມີ ຄວາມ ຕື້ນ ຕັນ ໃຈ ຫລາຍແລະຢາກ ອວດ ໃຫ້ ທຸກ ຄົນ ຮູ້ ຂ່າວ ດີນັ້ນ . ເມື່ອ ໄປ ຮອດ ເກາະຈຶ່ງ ເຫັນ ວ່າເຈື່ອງ ຊາແມ່ນຍອດ ຢ້ຽມ ແທ້ ຈິງ . ທຸກ ຄົນ ລ້ວນ ແຕ່ ຮູ້ ໄດ້ ວ່າປະ ເທດ ຊາດຫວຽດ ນາມຢູ່ ບ່ອນ ໃດ ກໍ່ ມີ ຄວາມ ສັກ ກະ ລະ ບູ ຊາ ”. ໂດຍເດີນທາງເກືອບ 1.000 ກິໂລແມັດ ເພື່ອໄປຫາ ເຈື່ອງຊາ, ເຖິງວ່າ ປະສົບກັບຄວາມຫຍຸ້ງຍາກຍ້ອນຄື້ນທະເລ, ລົມແຮງກໍ່ຕາມ ແຕ່ເມື່ອກຳປັ່ນໄປຮອດເກາະ, ຄວາມອິດເມື່ອຍເກືອບຄືວ່າຈາງຫາຍໄປເລີຍ ແທນທີ່ນັ້ນແມ່ນຢາກໄດ້ພົບປະກັບຜູ້ທີ່ພວມຜ່ານຜ່າຄວາມຫຍຸ້ງຍາກເພື່ອປົກປັກຮັກສາເຂດທະເລໝູ່ເກາະຂອງປະເທດຊາດ. ນັກຂ່າວ ເລທູຮັ່ງ, ສັງກັດ ຫນັງສືພິມ ວິສາຫະກິດ ແລະ ການເຊື່ອມໂຍງ ແບ່ງປັນວ່າ: ໄດ້ໄປຢ້ຽມຢາມ ເຈື່ອງຊາ ແມ່ນໂອກາດໄດ້ຄົ້ນຫາປະເທດຊາດ, ມີເອກະສານຕື່ມອີກເພື່ອຮັບໃຊ້ວຽກງານ ແລະ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບພາລະກິດແຫ່ງການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ. “ ກ່ອນ ອອກ ເດີນ ທາງ , ຂ້າ ພະ ເຈົ້າ ໄດ້ ກະ ກຽມ ບັນ ດາ ຂອງ ຂວັນ ເລັກ ນ້ອຍ ເພື່ອມອບ ໃຫ້ ພະ ນັກ ງານ , ນັກ ຮົບແລະປະ ຊາ ຊົນ ຢູ່ ເມືອງ ເກາະ . ຂ້າ ພະ ເຈົ້າ ກໍ່ແມ່ນ ຊາວຫວຽດ ນາມເມື່ອ ໄດ້ ມາ ຢ້ຽມ ຢາມ ເຂດ ດິນ ທີ່ ສັກ ກະ ລະ ບູ ຊາ ຂອງ ປະ ເທດ ຊາດ , ແມ່ນ ນຳ ເອົາ ຈິດ ໃຈ ສະ ຫງ່າອົງ ອາດຂອງ ຊາດ , ນຳ ເອົາ ຄວາມ ຮັກ ແພງ ປະ ເທດ ຊາດ ຂອງ ຕົນ .. ເພື່ອ ເມື່ອ ກັບ ຄືນ ເມືອ ເຂດ ດິນ ຕໍ່ ແຜ່ນ ຈະ ສາ ມາດ ແຜ່ ຂະ ຫ ຍາຍ ຈິດ ໃຈ ຊາດ , ຄວາມ ເອກ ອ້າງ ທະ ນົງ ໃຈ ເມື່ອ ໄດ້ ໄປ ຫາ ເຈື່ອງ ຊາ ” . ນັກຂ່າວ ເລທູຮັ່ງ ມອບຂອງຂວັນໃຫ້ແກ່ນັກຮົບຢູ່ເກາະ ດາໄຕບີ. ພາບ: ທູຮັ່ງ. ສຳລັບເອື້ອຍຮວ່າງທິງອກກວຽນ, ຜູ້ອຳນວຍການບໍລິສັດການຄ້າແລະໃຫ້ຄຳປຶກສາພັດທະນາເຕັກໂນໂລຊີ DNA ຈຳກັດແລ້ວ, ເຈື່ອງຊາແມ່ນຄວາມຝັນທີ່ເອື້ອຍໄດ້ປາດຖະຫນາຢາກໄປຢ້ຽມຢາມກ່ອນນີ້ 15 ປີແລະປະຈຸບັນໄດ້ປະກົດຜົນເປັນຈິງແລ້ວ. ເອື້ອຍແບ່ງປັນວ່າຍ້ອນວຽກງານມີລັກສະນະພິເສດສະນັ້ນພຽງແຕ່ມີນັກເຕັກນິກ, ລັດຖະກອນຂອງບໍລິສັດໄປຢ້ຽມຢາມເກາະຫລືໄປຢ້ຽມຢາມເຮືອນຍາມ. ວາທີຮ້ອຍຕີ, ນັກຮ້ອງມິງງອັກສັງກັດໂຮງລະຄອນກອງທັບແບ່ງປັນວ່າ: “ ຂ້າ ພະ ເຈົ້າ ໄດ້ ໄປ ຖະ ຫວາຍ ທູບ ທຽນ ຢູ່ພິ ທີ ອາ ໄລ ຫາ ບັນ ດາ ນັກ ຮົບ ວິ ລະ ຊົນ ເສຍ ສະ ຫລະ ຊີ ວິດ ເພື່ອ ຊາດ ຢູ່ກາກ ມາ , ຂ້າ ພະ ເຈົ້າ ມີ ຄວາມ ຕື້ນ ຕັນ ໃຈ ຫລາຍຈົນ ນ້ຳ ຕາ ໄຫລ ອອກມາ . ເມື່ອ ປ່ອຍ ນົກ ເຈ້ຍ , ດອກ ໄມ້ ສົ່ງ ເຖິງ ພວກ ອ້າຍ ທີ່ ໄດ້ ເສຍ ສະ ຫລະ ຊີ ວິດ ເພື່ອ ຊາດຂ້າ ພະ ເຈົ້າ ມີຄວາມ ຮູ້ສຶກ ຮູ້ ບຸນ ຄຸນ ອັນ ລົ້ນ ເຫລືອ ຕໍ່ ເຂົາ ເຈົ້າ . ນີ້ ແມ່ນ ຄັ້ງ ທຳ ອິດ ໃນ ພາ ລະ ກິດ ແຫ່ງ ການ ເປັນນັກ ຮ້ອງ ຂອງ ຕົນ , ຂ້າ ພະ ເຈົ້າ ໄດ້ ສະ ແດງ ຢູ່ ເທິງ ກຳ ປັ່ນ , ຢູ່ ບັນ ດາ ເກາະ ທີ່ ຕັ້ງ ໃນ ກາງ ທະ ເລ ຫ່າງ ໄກ ຂອງ ປະ ເທດ ຊາດ . ຂ້າ ພະ ເຈົ້າ ຮູ້ ສຶກ ຕື້ນ ຕັນ ໃຈ ຫລາຍ ” . ໃນຄະນະໄປປະຕິບັດງານເລກທີ 21 ຢ້ຽມຢາມ ເຈື່ອງຊາ ຄັ້ງນີ້, ມີ ເອື້ອຍ ຈ້ຽວທິບິ່ງ ຊາວຊົນເຜົ່າຢ້າວ ມາຈາກເມືອງພູດອຍ ລຸກອຽນ ແຂວງ ອຽນບາຍ, ເອື້ອຍ ຈ້ຽວທິບິ່ງ ແບ່ງປັນວ່າ ນີ້ແມ່ນການໄປປະຕິບັດງານພິເສດໃນຊີວິດຂອງເອຶ້ອຍ. “ ຂ້າ ພະ ເຈົ້າ ຮູ້ ສຶກ ຕື້ນ ຕັ້ໍນ ໃຈ ຫລາຍ ເມື່ອ ໄດ້ ໄປ ຢ້ຽມ ຢາມ ບັນ ດາ ໝູ່ ເກາະ . ຄວາມ ຮູ້ ສຶກ ແມ່ນບໍ່ ອາດ ພັນ ລະ ນາ ໄດ້ . ບັນ ດາ ນັກ ຮົບ ຢູ່ ເກາະຍັງ ປະ ສົບ ກັບ ຄວາມ ຫ ຍຸ້ງ ຍາກ ລຳ ບາກ ຫລາຍແຕ່ ເຂົາ ເຈົ້າ ລ້ວນ ແຕ່ ມີ ຈິດ ໃຈ ທີ່ ເຂັ້ມ ແຂງແຮງ ກ້າ , ອຸ່ນ ອ່ຽ ນ ໃຈເພື່ອ ປົກ ປັກ ຮັກ ສາ ເຂດ ທະ ເລ ໝູ່ ເກາະ ຂອງ ປະ ເທດ ຊາດ . ຂ້າ ພະ ເຈົ້າຂໍ ສະ ແດງ ຄວາມ ຮູ້ ບຸນ ຄຸນ ຕໍ່ ບັນ ດາ ນັກ ຮົບ ຢູ່ ທີ່ນີ້ ” . ສຳລັບຫລາຍຄົນແລ້ວ, ການເດີນທາງໄປປະຕິບັດງານ ແລະ ຢ້ຽມຢາມເຈື່ອງຊາອາດຈະແມ່ນເທື່ອດຽວໃນຊີວິດຂອງຕົນແຕ່ການຄວາມຮູ້ສຶກຂອງເຂົາເຈົ້າແມ່ນຝັງເລິກໃນໃຈຕະຫລອດການ. ເຈື່ອງຊາ ປະຈຸບັນບໍ່ແມ່ນຫ່າງໄກອີກແລ້ວ... ຫາກຍາມໃດກໍ່ຢູ່ໃນໃຈຂອງຊາວຫວຽດນາມແຕ່ລະຄົນຕະຫລອດໄປ.
TAG
VOV/VOVworld/ຝັງເລິກໃນໃຈ/ເຈື່ອງຊາ/ສັກກະລະບູຊາ
Related








