VOV WorldVOV World
ແຂວງ ຊອັກຈັງ ເອົາໃຈໃສ່, ເບິ່ງແຍງດູແລໃຫ້ແກ່ນັກຮຽນກິນນອນຊົນເຜົ່າ
05/09/2024 03:00
(VOVWORLD) -ບັນດາໂຮງຮຽນກິນນອນຊົນເຜົ່າຢູ່ ແຂວງ ຊອັກຈັງ ຍາມໃດກໍ່ມານະພະຍາຍາມສິດສອນ, ເບິ່ງແຍງດູແລໃຫ້ແກ່ນັກຮຽນກິນນອນຊົນເຜົ່າ. ການເຄື່ອນໄຫວສຶກສາພິເສດສະເພາະເໝາະສົມກັບນັກຮຽນກິນນອນຊົນເຜົ່າໄດ້ປະກອບສ່ວນຍົກສູງຄຸນນະພາບການສິດສອນ ແລະ ການຮຽນໃຫ້ແກ່ພວກນ້ອງນັກຮຽນ ແລະ ຄູອາຈານ.
ແຂວງ ຊອັກຈັງ ເອົາໃຈໃສ່, ເບິ່ງແຍງດູແລໃຫ້ແກ່ນັກຮຽນກິນນອນຊົນເຜົ່າ
ພວກນ້ອງນັກຮຽນ ໂຮງຮຽນກິນນອນຊົນເຜົ່າມັດທະຍົມຕອນຕົ້ນ ເມືອງ ເຈົາແທ່ງ. (ພາບ: VOV) ມາຢ້ຽມຢາມໂຮງຮຽນກິນນອນຊົນເຜົ່າມັດທະຍົມຕອນຕົ້ນ ເມືອງ ເຈົາແທ່ງ, ແຂວງ ຊອັກຈັງ, ສິ່ງທີ່ຮູ້ສຶກເບື້ອງຕົ້ນແມ່ນພື້ນຖານດ້ານວັດຖຸໄດ້ຮັບການກໍ່ສ້າງໃຫຍ່ໂຕສວຍງາມ, ທັນສະໄຫມ. ເມື່ອແບ່ງປັນພາຍຫລັງ 4 ປີທີ່ຮ່ຳຮຽນ ແລະ ດຳເນີນຊີວິດຢູ່ໂຮງຮຽນແຫ່ງນີ້, ນ້ອງ ເຈີນທິແຈງທາ, ນັກຮຽນຫ້ອງ ມໍ4A2 ໃຫ້ຮູ້ວ່າ: ສະພາບແວດລ້ອມຮ່ຳຮຽນຢູ່ທີ່ນີ້ແມ່ນດີທີ່ສຸດ, ຄອບຄົວຂອງນັກຮຽນບໍ່ຕ້ອງເສຍຄ່າຮຽນ.     “ຕົ້ນສົກຮຽນ ພວກນ້ອງໄດ້ຮັບປຶ້ມ, ຕຳລາຮຽນ… ຢ່າງຄົບຖ້ວນ. ຄູອາຈານ ຍາມໃດກໍ່ເອົາໃຈໃສ່ເບິ່ງແຍງພວກນ້ອງ, ສົ່ງເສີມພວກນ້ອງຮ່ຳຮຽນກໍ່ຄືທຳຄວາມສະອາດບ່ອນຢູ່ບ່ອນກິນ”. ຮ່ຳຮຽນຢູ່ທີ່ນີ້ ພວກນ້ອງນັກຮຽນ ຍັງໄດ້ເຂົ້າຮ່ວມການເຄື່ອນໄຫວດ້ານວັດທະນະທຳ, ກິລາ, ສິລະປະໂດຍໂຮງຮຽນຈັດຕັ້ງ. ທຸກປີ ຍາມໃດໂຮງຮຽນກໍ່ມີການເຄື່ອນໄຫວສຶກສາວັດທະນະທຳຊົນເຜົ່າ ເພື່ອປະກອບໃຫ້ນັກຮຽນກ່ຽວກັບບັນດາຄວາມຮູ້ພື້ນຖານ, ຄວາມຮູ້ວັດທະນະທຳພື້ນເມືອງຂອງບັນດາຊົນເຜົ່າສ່ວນຫນ້ອຍ, ແນະນຳກ່ຽວກັບບັນດາງານບຸນ, ຮີດຄອງປະເພນີ, ການລະຫລິ້ນພື້ນເມືອງ, ຮ້ອງລຳທຳເພງ.. ອ້າຍຄູ ໂດ່ວັນໂນຍ, ຫົວຫນ້າໂຮງຮຽນກິນນອນຊົນເຜົ່າມັດທະຍົມຕອນຕົ້ນ ເມືອງ ເຈົາແທ່ງ ໃຫ້ຮູ້ວ່າ: “ ເພື່ອປະກອບສ່ວນກຳລັງເຫື່ອແຮງໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳພື້ນເມືອງຂອງບັນດາຊົນເຜົ່າ , ໃນນັ້ນ ມີຊົນເຜົ່າຂະແມ . ໃນໄລຍະຜ່ານມາ , ໂຮງຮຽນຍາມໃດກໍ່ຈັດຕັ້ງບັນດາການເຄື່ອນໄຫວດ້ານສິລະປະ , ກິລາກາຍຍະກຳ ເພື່ອສ້າງເງື່ອນໄຂໃຫ້ແກ່ນັກຮຽນມີບ່ອນຫລິ້ນທີ່ມີປະໂຫຍດກໍ່ຄືປະກອບສ່ວນສ້າງຈິດໃຈທີ່ສະບາຍເບີກບານມ່ວນຊື່ນໃຫ້ແກ່ພວກນ້ອງ , ຊ່ວຍພວກນ້ອງຍົກສູງຄຸນນະພາບການຮ່ຳຮຽນ ” . ຮູບພາບຄູອາຈານ ແລະພວກນ້ອງນັກຮຽນຢູ່ ໂຮງຮຽນກິນນອນຊົນເຜົ່າ ຮີ່ງເກືອງ, ແຂວງ ຊອັກຈັງ. (ພາບ:VOV) ໂຮງຮຽນກິນນອນຊົນເຜົ່າມັດທະຍົມຕອນຕົ້ນ ເມືອງ ເຈົາແທ່ງ ບັນລຸມາດຕະຖານແຫ່ງຊາດປີ 2016 ແລະ ບັນລຸມາດຕະຖານແຫ່ງຊາດອີກໃນປີ 2021. ທຸກປີ ໂຮງຮຽນຍາມໃດໄດ້ຮັບການລົງທຶນ, ສ້ອມແປງເຮືອນຢູ່, ປະກອບອຸປະກອນການສອນການຮຽນ, ກໍ່ສ້າງບ່ອນລະຫລິ້ນກາງແຈ້ງຮັບໃຊ້ພວກນ້ອງນັກຮຽນນອກຊົ່ວໂມງຮຽນ. ຫວ່າງແລ້ວນີ້ ທາງໂຮງຮຽນໄດ້ລົງທຶນກໍ່ສ້າງຫນອງລອຍນ້ຳ, ເຄື່ອງດົນຕີຂອງຊາວເຜົ່າຂະແມໃຫ້ແກ່ພວກນ້ອງຮ່ຳຮຽນ ແລະ ເຂົ້າຮ່ວມການສະແດງສິລະປະ. ສະເພາະໃນສົກຮຽນນີ້, ໂຮງຮຽນ ໄດ້ສ້ອມແປງ, ບູລະນະເຂດກິນນອນ, ຫ້ອງຄອມພິວເຕີ ແລະ ຫ້ອງອື່ນອີກ ດ້ວຍລາຍຈ່າຍເກືອບ 8 ຕື້ດົ່ງ. ຈາກຄວາມເອົາໃຈໃສ່ຂອງທ້ອງຖິ່ນ, ບັນດາຄວາມມານະພະຍາຍາມຂອງຄູອາຈານ, ຄຸນນະພາບການຮຽນຂອງພວກນ້ອງນັກຮຽນ ກໍ່ໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ. ໃນສົກຮຽນຜ່ານມາ, ມີນັກຮຽນກວ່າ 70% ໃນໂຮງຮຽນບັນລຸລະດັບຮຽນເກັ່ງ. ຄູ ໂດ່ວັນໂນຍ, ຫົວຫນ້າໂຮງຮຽນໃຫ້ຮູ້ວ່າ:  “ ດ້ວຍສະພາບແວດລ້ອມທີ່ດີ , ຄູອາຈານ , ພາລະກອນໃນໂຮງຮຽນ ກໍ່ເຫັນໄດ້ຄວາມຮັບຜິດຊອບຂອງຕົນ . ໝູ່ຄະນະໃນໂຮງຮຽນ ຍາມໃດກໍ່ເອົາໃຈໃສ່ໃກ້ຊິດກັບການຮ່ຳຮຽນຂອງພວກນ້ອງນັກຮຽນ ພິເສດແມ່ນໃນການດຳເນີນຊີວິດ , ເປັນຕົ້ນແມ່ນພວກນ້ອງນັກຮຽນ ຊັ້ນ ມໍ1 ທີ່ຫາກໍ່ເຂົ້າໂຮງຮຽນ ແລະ ເປັນຄັ້ງທຳອິດທີ່ຫ່າງໄກຈາກຄອບຄົວ . ສະນັ້ນ ພວກນ້ອງຕ້ອງການຄວາມເອົາໃຈໃສ່ທີ່ໃກ້ຊິດ ແລະ ການຫນູນຊ່ວຍຂອງຄູອາຈານໃນໂຮງຮຽນ ຊ່ວຍໃຫ້ພວກນ້ອງມີທັກສະໃນການດຳເນີນຊີວິດ ” . ຮູບແບບການສຶກສາຂອງບັນດາໂຮງຮຽນກິນນອນຊົນເຜົ່າຊັ້ນມັດທະຍົມ ໄດ້ສວມບົດບາດສຳຄັນໃນການພັດທະນາການສຶກສາແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບຢູ່ເຂດຊົນເຜົ່າສ່ວນຫນ້ອຍ, ເຂດພູດອຍ. ຢູ່ແຂວງ ຊອັກຈັງ ປະຈຸບັນ ມີ 10 ໂຮງຮຽນກິນນອນຊົນເຜົ່າຊັ້ນມັດທະຍົມ, ດ້ວຍຫ້ອງຮຽນກວ່າ 100 ຫ້ອງ ແລະ ນັກຮຽນຊາວຊົນເຜົ່າສ່ວນຫນ້ອຍກວ່າ 3.300 ຄົນ. ພິເສດ ບັນດາໂຮງຮຽນ ລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່ລົງທຶນ, ກໍ່ສ້າງ, ສ້ອມແປງຈາກອຳນາດການປົກຄອງແຂວງ. ແລະ ຍ້ອນມີຄວາມເອົາໃຈໃສ່ຂອງຂະແຫນງການສຶກສາແຂວງ ຊອັກຈັງ ສຳລັບເຂດຊົນເຜົ່າສ່ວນຫນ້ອຍ ພ້ອມກັບນະໂຍບາຍບຸລິມະສິດພິເສດຕໍ່ນັກຮຽນຊົນເຜົ່າສ່ວນຫນ້ອຍ ໄດ້ຊ່ວຍໃຫ້ລູກຫລານພໍ່ແມ່ປະຊາຊົນໄດ້ຮ່ຳຮຽນຢ່າງຕໍ່ເນື່ອງ, ຄຸນນະພາບໃນການສິດສອນກໍ່ໄດ້ຍົກສູງຂຶ້ນ. ມີພວກນ້ອງຫລາຍຄົນ ພາຍຫລັງຮຽນຈົບ ໄດ້ຮຽນຕໍ່ຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລ, ໂຮງຮຽນອາຊີວະຊັ້ນກາງຢູ່ພາຍໃນ ແລະ ຕ່າງແຂວງ, ເປັນການປະກອບສ່ວນສ້າງແຫລ່ງຊັບພະຍາກອນມະນຸດເພື່ອໃຫ້ທ້ອງຖິ່ນພັດທະນາ.
TAG
VOV/VOVworld/​​ກິນນອນ​ຊົນ​ເຜົ່າ/ຊົນ​ເຜົ່າ​ສ່ວນ​ຫ​ນ້ອຍ