VOV WorldVOV World
ແຜ່ຂະຫຍາຍແບບຢ່າງດີເດັ່ນ “ຢູ່ໃນສິນກິນໃນທຳ” ໃນວົງຄະນາຍາດຊາວຄຼິດ
24/12/2023 07:00
(VOVWORLD) -ປະຈຸບັນ ຫວຽດນາມ ມີຊາວຄຼິດ ເກືອບ 7 ລ້ານຄົນ ພວມດຳລົງຊີວິດຢູ່ທຸກແຖບຖິ່ນຂອງປະເທດຊາດ. ໃນຊຸມປີຜ່ານມາ, ຊາວຄຼິດ ຍາມໃດກໍ່ປະຕິບັດທິດນຳ “ເຄົາລົບນັບຖືພະເຢຊູ ແລະ ຮັກຊາດ”; ຢູ່ໃນສິນກິນທຳ, ເສີມຂະຫຍາຍຈິດໃຈສາມັກຄີລະຫວ່າງຊາວຄຼິດ ແລະ ຊາວກິງ, ຮ່ວມແຮງຮ່ວມໃຈສ້າງສາບ້ານເກີດເມືອງນອນ. ພ້ອມກັບປະຊາຊົນທຸກຊັ້ນວັນນະ, ຊາວຄຼິດໃນທົ່ວປະເທດ ຍາມໃດກໍ່ປະກອບສ່ວນຕັ້ງຫນ້າເຂົ້າໃນການພັດທະນາລວມຂອງປະເທດຊາດ. ມີຊາວຄຼິດ ຫລາຍຄົນ ໄດ້ກາຍເປັນແບບຢ່າງດີເດັ່ນໃນຂະບວນການຮັກຊາດ; ພັດທະນາເສດຖະກິດ ສັງຄົມ.
ແຜ່ຂະຫຍາຍແບບຢ່າງດີເດັ່ນ “ຢູ່ໃນສິນກິນໃນທຳ” ໃນວົງຄະນາຍາດຊາວຄຼິດ
ບັນຍາກາດວັນບຸນຄຼິດສະມາດ ຢູ່ ໂບດໃຫຍ່ ຮ່າໂນ້ຍ. ພາບ:VOV2. ເມື່ອເວົ້າເຖິງ ລຸງ ຟ້າມວັນຢ້ຽມ ຢູ່ ຕາແສງ ງອກໂຮ່ຍ ເມືອງ ແທງຈີ່ ຮ່າໂນ້ຍ, ປະຊາຊົນທຸກຄົນໃນຕາແສງ ລ້ວນແຕ່ຮູ້ຈັກເຖິງລຸງແມ່ນແບບຢ່າງດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ, ພັດທະນາເສດຖະກິດ, ເຂົ້າຮ່ວມການເຄື່ອນໄຫວສັງຄົມ. ໃນຊຸມປີຜ່ານມາ, ລຸງ ຢ້ຽມ ຍາມໃດກໍ່ໂຄສະນາ, ຂົນຂວາຍໃຫ້ຊາວຄຼິດ ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດ, ຂອງທ້ອງຖິ່ນ, ເສີມຂະຫຍາຍບົດບາດເປັນຂົວຕໍ່ລະຫວ່າງຊາວຄຼິດ ກັບບັນດາຄະນະ, ຂະແຫນງການ, ໝູ່ຄະນະ, ຄວາມສາມັກຄີລະຫວ່າງຊາວຄຼິດ ກັບຊາວກິງ. ລຸງກໍ່ໄດ້ເຂົ້າຮ່ວມຢ່າງຕັ້ງຫນ້າໃນການເຄື່ອນໄຫວວຽກງານການກຸສົນ, ຊ່ວຍພໍ່ແມ່ປະຊາຊົນຢູ່ທ້ອງຖິ່ນ ພັດທະນາເສດຖະກິດ.  “ເມື່ອຄະນະກຳມະການສາມັກຄີ ຊາວຄຼິດ ຢູ່ ນະຄອນ ປຸກລະດົມການສະຫນັບສະຫນູນກອງທຶນເພື່ອຜູ້ທຸກຍາກ ຫລື ປະຊາຊົນ ທີ່ ຖືກຜົນສະທ້ອນຈາກໄພທຳມະຊາດ, ຄອບຄົວຂ້າພະເຈົ້າລ້ວນຍັງສ້າງກອງທຶນ ເພື່ອຄົນ ທຸກຍາກໃນທຸກປີເພື່ ອ ແບ່ງປັນຄວາມຫຍຸ້ງຍາກກັບຜູ້ທຸກຍາກ” .           ຢູ່ ບ້ານ ເຕີນເຊີນ, ຕາແສງ ຫວ້ານທັງ ເມືອງນົງກົງ ແຂວງແທງຮ່ວາ, ລຸງ ຫງວຽນວັນຫວນ, ຫົວຫນ້າກຸ່ມ ຊາວຄຼິດ ເຕີນດ້າວ ແມ່ນແບບຢ່າງດີເດັ່ນ “ຢູ່ໃນສິນກິນໃນທຳ” ຂອງທ້ອງຖິ່ນ. ພ້ອມກັບເລື່ອງ ຍາມໃດກໍ່ປະຕິບັດທຸກແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ, ລຸງ ຫງວຽນວັນຫວນ ຍາມໃດກໍ່ເສີມຂະຫຍາຍບົດບາດສາມັກຄີໃນທົ່ວປວງຊົນ, ຮັກສາຄວາມໝັ້ນຄົງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ ຄຸ້ມ, ບ້ານ, ນຳຫນ້າໃນຂະບວນການພັດທະນາເສດຖະກິດສັງຄົມ ແລະ ເຂົ້າຮ່ວມການເຄື່ອນໄຫວຢູ່ທ້ອງຖິ່ນ. ລຸງ ຫງວຽນວັນຫວນ ແບ່ງປັນວ່າ:
TAG
VOV/VOVworld/ຢູ່​ໃນ​ສິນ​ກິນ​ໃນ​ທຳ/ຊາວ​ຄຼິດ/ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ