ເປີດສະຫລອງໂຮງຮຽນຫລາຍແຫ່ງໃຫ້ແກ່ສົກຮຽນໃຫມ່
01/09/2024 05:00
(VOVWORLD) -ນະຄອນໂຮ່ຈີມິນ ຫາກໍ່ເປີດສະຫລອງໂຮງຮຽນໃຫມ່ຕື່ມອີກຫລາຍແຫ່ງຢູ່ບັນດາເມືອງ ເພື່ອຮັບໃຊ້ໃຫ້ແກ່ນັກຮຽນ, ຄູອາຈານຢ່າງທັນການໃນສົກຮຽນໃຫມ່ 2024-2025.

ໂຮງຮຽນມັດທະຍົມຕອນຕົ້ນ ບີ່ງຈີ້ດົງ B. (ພາບ:ຫ້ອງການສຶກສາ) ໄລ່ຮອດທ້າຍເດືອນ ກໍລະກົດ, ນະຄອນ ໂຮ່ຈີມິນ ໄດ້ມີໂຮງຮຽນໃຫມ່ຕື່ມອີກ 12 ແຫ່ງ, ໃນນັ້ນ ເມືອງ ບີ່ງເຕີນ ມີຈຳນວນໂຮງຮຽນໃຫມ່ຫລາຍສຸດ ດ້ວຍ 7 ແຫ່ງ, ຖັດຈາກນັ້ນແມ່ນ ເມືອງ ຮອກມົນ, ບີ່ງແຈງ, ເມືອງ 12, 8, 6. ຢູ່ຕາແສງ ບີ່ງຈີ້ດົງ B, ເມືອງ ບີ່ງເຕີນ, ນີ້ແມ່ນປີທຳອິດ, ນັກຮຽນຊັ້ນມັດທະຍົມຕອນຕົ້ນ ບໍ່ຕ້ອງຍ້າຍໄປຮຽນຢູ່ຕາແສງໃກ້ຄຽງອີກແລ້ວ. ໂຮງຮຽນແຫ່ງນີ້ກໍ່ແມ່ນໂຮງຮຽນມັດທະຍົມຕອນຕົ້ນທຳອິດທີ່ໄດ້ຮັບການກໍ່ສ້າງຢູ່ຕາແສງ, ອັນໄດ້ຊ່ວຍຫລຸດຜ່ອນຄວາມຫຍຸ້ງຍາກສ່ວນໃດຫນຶ່ງໃຫ້ແກ່ນັກຮຽນຢູ່ເຂດນີ້ ໂດຍບໍ່ຕ້ອງໄດ້ໄປຮຽນຢູ່ໄກ. ທ່ານ ໂຮ່ແທ່ງແຢງ, ຜູ້ອຳນວຍການໂຮງຮຽນ ມັດທະຍົມຕອນຕົ້ນ ບີ່ງຈີ້ດົງ B ໃຫ້ຮູ້ວ່າ: ປີນີ້ ໂຮງຮຽນ ມີ 16 ຫ້ອງຮຽນ ດ້ວຍນັກຮຽນກວ່າ 660 ຄົນ. ນັກຮຽນ ແລະ ຄູອາຈານທັງໝົດຈະໄດ້ຮ່ຳຮຽນ ແລະ ສອນໃນໂຮງຮຽນຫລັງໃຫມ່.
TAG
VOV/VOVworld/ສົກຮຽນ/ໂຮງຮຽນໃຫມ່/ນະຄອນ ໂຮ່ຈີມິນ
Related








