VOV WorldVOV World
ຫ້ອງຮຽນ ນຳມາເຊິ່ງຄວາມມ່ວນຊື່ນໃຫ້ແກ່ຄົນເຈັບເດັກຢູ່ ນະຄອນໂຮ່ຈີມິນ
16/06/2024 06:00
(VOVWORLD) - ເພື່ອແນໃສ່ຊ່ວຍໃຫ້ຄົນເຈັບເດັກທີ່ພວມໃນໄລຍະປິ່ນປົວຢູ່ ໂຮງໝໍ ມີກຳລັງໃຈ, ມີຄວາມມ່ວນຊື່ນ, ບໍ່ໂສກເສົ້າຫງ່ວມເຫງົາຍ້ອນຫ່າງໄກກັບໂຮງຮຽນ, ບໍ່ໄດ້ໄປຮຽນ, ບໍ່ໄດ້ພົບກັບໝູ່ເພື່ອນ... ມີໂຮງໝໍເດັກຫລາຍແຫ່ງຢູ່ ນະຄອນ ໂຮ່ຈີມິນ ໄດ້ສ້າງຕັ້ງ “ຫ້ອງຮຽນມ່ວນຊື່ນ” ຊ່ວຍພວກນ້ອງນ້ອຍໄດ້ຮ່ຳຮຽນເອົາຄວາມຮູ້ ແລະ ທັກສະໃນການດຳລົງຊີວິດຂອງຕົນ.
ຫ້ອງຮຽນ ນຳມາເຊິ່ງຄວາມມ່ວນຊື່ນໃຫ້ແກ່ຄົນເຈັບເດັກຢູ່ ນະຄອນໂຮ່ຈີມິນ
ນ້ອງ ຫງວຽນຮວ່າງບ໋າວ, ອາຍຸ 9 ປີ ຢູ່ ແຂວງ ເລີມດົ່ງ ພວມໂອ້ລົບກັບເອື້ອຍຄູດ້ວຍພາສາອັງກິດ. ພາບ:Như Thiện ທຸກມື້ ບັນຍາກາດຢູ່ ຫ້ອງຮຽນພາສາອັງກິດ ຢູ່ ພະແນກໄຂ່ຫລັງ ຮໍໂມນ ໂຮງໝໍເດັກເລກ 1 ນະຄອນ ໂຮ່ຈີມິນ ແມ່ນຟົດຟຶ້ນທີ່ສຸດ ດ້ວຍສຽງທີ່ສົດໃສຂອງພວກນ້ອງນ້ອຍກຳລັງຫັດອ່ານພາສາອັງກິດ ດັງກ້ອງຂຶ້ນ. ຫ້ອງຮຽນນີ້ ມີເອື້ອຍຄູ 3 ຄົນ, ເຂົາເຈົ້າທັງສອນ, ທັງຕິດຕາມ ແລະ ແນະນຳໃຫ້ນ້ອງໆໂອ້ລົມສົນທະນາ, ຂຽນຕົວຫນັງສື. ເຖິງວ່າ ຢູ່ແຂນຂອງເດັກຍັງມີເຂັມສົ່ງຢາກໍ່ຕາມ ແຕ່ພວກນ້ອງນ້ອຍກໍ່ບໍ່ໄດ້ສົນໃຈ, ຜູ້ໃດກໍ່ຕັ້ງໃຈຮັບຟັງຄູສອນ ແລະ ໂອ້ລົມສົນທະນາກັບໝູ່ເພື່ອນ, ຄູອາຈານ. ນ້ອງ ຫງວຽນຮວ່າງບ໋າວ, ອາຍຸ 9 ປີ ຢູ່ ແຂວງ ເລີມດົ່ງ ເຂົ້າໂຮງໝໍຢູ່ ນະຄອນ ໂຮ່ຈີມິນ ເມື່ອຍັງບໍ່ທັນປິດສົກຮຽນ ໄດ້ແບ່ງປັນວ່າ:  “ ຫລານ ຮຽນ ໃນ ຫ້ອງ ຮຽນ ນີ້ ມ່ວນ ຫລາຍ , ມີ ຄວາມ ສະ ດວກ ທີ່ ສຸດ . ໝູ່ ເພື່ອນກໍ່ ສະ ຫ ນິດ ສະ ຫ ນົມ , ມ່ວນ ຊື່ນ , ຮັກ ແພງ ກັນ ພ້ອມ ກັນ ລະ ຫລິ້ນ ແລະ ຮ່ຳ ຮຽນ , ພ້ອມ ກັນ ເຮັດ ວຽກ ເບົາໆ . ຫລານ ເຂົ້າ ຫ້ອ ງ ຮຽນ ນີ້ ໄດ້ ລຶ້ງ ເຄີຍ ກັບ ໝູ່ ເພື່ອນ ອີກ ຫລາຍ ຄົນ ” . ເອື້ອຍ ດິງທິອຸດໄບ໋, ຢູ່ ແຂວງ ບາກລຽວ ພວມເບິ່ງແຍງດູແລລູກທີ່ກຳລັງປິ່ນປົວຢູ່ພະແນກລະບົບລະລາຍ ໃຫ້ຮູ້ວ່າ: ລູກຂອງເອື້ອຍມາປິ່ນປົວຢູ່ໂຮງໝໍໃນເວລາເປັນເດືອນໆ ສະນັ້ນ ເລື່ອງໄປໂຮງຮຽນຂອງລູກຖືກຂາດວັກຂາດຕອນ. ເຖິງວ່າປີນີ້ ມີອາຍຸ 10 ປີແລ້ວກໍ່ຕາມ ແຕ່ລູກກໍ່ຍັງກຳລັງຮຽນຢູ່ຫ້ອງ ປໍ 2. ແຕ່ຕົ້ນປີນີ້ ເມື່ອໄດ້ເຂົ້າຮ່ວມ “ຫ້ອງຮຽນມ່ວນຊື່ນ” ແຕ່ວັນຈັນຮອດວັນສຸກຢູ່ໂຮງໝໍ, ຫລານ ຈີ ລູກຂອງເອື້ອຍ ກໍ່ມີຄວາມເບີກບານມ່ວນຊື່ນ ແລະ ດີໃຈຫລາຍ. ຕາມທ່ານ ຈູວັນແທ່ງ, ຮອງຫົວຫນ້າພະແນກວຽກງານສັງຄົມ, ໂຮງໝໍເດັກເລກ 1 ນະຄອນ ໂຮ່ຈີມິນ ແລ້ວ, ກ່ອນນີ້ ພະແນກໄດ້ຈັດຕັ້ງການເຄື່ອນໄຫວຫນູນຊ່ວຍຄົນເຈັບທຸກຍາກ ແຕ່ຫລັງຈາກນັ້ນ ແມ່ນມີຫນ້າທີ່ເບິ່ງແຍງດູແລດ້ານຈິດໃຈໃຫ້ແກ່ເດັກທີ່ເປັນຄົນເຈັບຕື່ມຄື: ຈັດຕັ້ງການເຄື່ອນໄຫວອວຍພອນວັນເກີດ, ການລະຫລິ້ນໃນໂອກາດວັນບຸນເຕັດ ແລະ ພິເສດແມ່ນເປີດ “ຫ້ອງຮຽນມ່ວນຊື່ນ”. ສະນັ້ນ ເວລາພວກຫລານປິ່ນປົວຢູ່ໂຮງໝໍ ກໍ່ຮູ້ສຶກສະບາຍໃຈ ແລະ ມ່ວນກວ່າ. ຫ້ອງຮຽນນີ້ ທັງສອນຕາມປື້ມຕຳລາຮຽນ ແລະ ທັກສະໃນການດຳລົງຊີວິດ. ທ່ານ ຈູວັນແທ່ງ ໃຫ້ຮູ້ວ່າ:  “ ປ ະ ຈຸ ບັນ ມີ ຫລາຍ ພະ ແນກ ຈົດ ທະ ບຽນ ເປີດ ຊຸດ ຮຽນ ໃຫ້ ແກ່ ເດັກ , ພະ ແນກ ພວມ ພິ ຈາ ລະ ນາ ເມື່ອ ພະ ແນກ ໃດ ມີ ບ່ອນ ຮຽນ ທີ່ ກວ້າງ ແລະ ເດັກ ມ ີ ເກນ ອາ ຍຸ ເໝາະ ສົມ ຈຶ່ງ ອະ ນຸ ຍາດໃຫ້ ເປີດ . ປະ ຈຸ ບັນ ພະ ແນກ ໃດ ເປີດ ຫ້ອງ ຮຽນ ມ່ວນ ຊື່ນ ກໍ່ ລ້ວນ ແຕ່ ເຊີນ ພວກ ນ້ອງ ນ້ອຍ ຢູ່ ພະ ແນກ ອ້ອມຂ້າງ ມາ ຮຽນ ພ້ອມ ກັນ . ກ່ຽວ ກັບ ເລື່ອງ ເປີດ ຊຸດ ຮຽນ ຕື່ມ ອີກ ຕ້ອງ ມີ ການ ຫ ນູນ ຊ່ວຍ ຈາກ ຜູ້ ໃຈ ບຸນ ໃຈ ກຸ ສົນ , ຕ້ອງ ການ ແຫລ່ງ ກຳ ລັງ ເພື່ອ ຊື້ ອຸ ປະ ກອນ ການ ຮຽນ ໃຫ້ ເດັກ ” . ພວກນ້ອງນ້ອຍຕັ້ງໃຈຮຽນພາສາອັງກິດ. ພາບ: Như Thiện ໃນຂະນະນັ້ນ ຫ້ອງຮຽນຢູ່ ພະແນກມະເຮັງ ໂຮງໝໍເດັກເລກ 2, ແຕ່ລະມື້ໄດ້ຕ້ອນຮັບນ້ອງນ້ອຍປະມານ 20 – 25 ຄົນມາຮຽນ. ໄລ່ມາຮອດປະຈຸບັນ, “ຫ້ອງຮຽນມ່ວນຊື່ນ” ຢູ່ ພະແນກແມ່ນດຳເນີນມາໄດ້ 8 ປີແລ້ວ, ໂດຍສະໂມສອນຂຽນຕົວຫນັງສືງາມ ສົມທົບກັບໂຮງໝໍຈັດຕັ້ງຂຶ້ນ. ຕາມທ່ານນາງ ເລທິມາຍ, ຫົວຫນ້າສະໂມສອນຂຽນຕົວຫນັງສືງາມແລ້ວ, ຫ້ອງຮຽນນີ້ ບໍ່ພຽງແຕ່ແມ່ນບ່ອນອີງດ້ານຈິດໃຈໃຫ້ແກ່ເດັກທີ່ເປັນຄົນເຈັບ ຫາກກົງກັນຂ້າມ ກະໂຕພວກນ້ອງເອງກໍ່ແມ່ນແຫລ່ງກຳລັງໃຈ, ແມ່ນແຫລ່ງບັນດານໃຈເພື່ອໃຫ້ເອື້ອຍ ມາຍ ແລະ ຜູ້ອາສາສະໝັກຮູ້ສຶກໄດ້ເຖິງຊີວິດທີ່ສວຍງາມກວ່າ. “ ບັນ ດາ ຄຳ ຕອບ ຂອງ ພວກ ຫລານ ຍາມ ໃດ ກໍ່ ແມ່ນ ຄວາມ ຊົງ ຈຳ ຊື່ງ ຕົນ ເອງບໍ່ ອາດ ຫລົງ ລືມ ໄດ້ . ຜ່ານນັ້ນ ຂ້າ ພະ ເຈົ້າ ຈະ ຈື່ ຈຳ ແຕ່ ລະ ໃບ ຫ ນ້າ , ຄວາມ ຍິ້ມແຍ້ມ ແຈ່ມ ໃສ ຂອງ ພວກ ຫລານ . ຮູບ ພາບ ບາງ ແຜ່ນ ໂດຍ ພວກ ຫລານ ແຕ້ມ ມາ ພາຍ ໃຕ້ ການ ແນະ ນຳ ຂອງ ພວກ ຂ້າ ພະ ເຈົ້າ ກໍ່ ໄດ້ ນຳ ມາ ເຊິ່ງ ຄຸນ ຄ່າ ອັນ ເລິກ ເຊິ່ງ . ຈາກວຽກ ງານ ເລັກໆ ນ້ອຍ ໆ ນັ້ນ ເຮັດ ໃຫ້ ພວກ ຂ້າ ພະ ເຈົ້າ ຍິ່ງ ພະ ຍາ ຍາມ ປະ ຕິ ບັດ ວຽກ ງານນີ້ ໃຫ້ ນັບ ມື້ ນັບ ດີກວ່າ ເກົ່າ ” . ໄລຍະຈະມາເຖິງ, ສະໂມສອນຂຽນຕົວຫນັງສືງາມ ຈະເປີດຕົວ “ໂຄງການອະນາຄົດສີຂຽວ” ສະຫງວນໃຫ້ແກ່ເດັກນ້ອຍເປັນມະເຮັງທີ່ເຕີບໃຫຍ່ ພາຍຫລັງປິ່ນປົວ ແລະ ພວກນ້ອງມີອາຍຸ 15 ປີຂຶ້ນໄປ ເພື່ອຊ່ວຍພວກນ້ອງມີໂອກາດໄດ້ເຂົ້າຮ່ວມກັບວຽກງານຊື່ງຕົນເອງໄດ້ມີຄວາມໄຝ່ຝັນກ່ອນນັ້ນ. ພາຍຫລັງໄດ້ເຮັດທົດລອງແລ້ວ ພວກນ້ອງຈະຮູ້ໄດ້ວ່າ ຕົນເອງມັກວຽກງານນີ້, ເຫັນວ່າເໝາະສົມກັບຄວາມສາມາດ ແລະ ເພື່ອເຊື່ອມຕົວເຂົ້າກັບວົງຄະນາຍາດ, ອຸທິດສ່ວນໃຫ້ແກ່ປະຊາຄົມ ແລະ ສັງຄົມ.
TAG
VOV/VOVworld/ສະໂມສອນຂຽນຕົວຫນັງ/