VOV WorldVOV World
ຕູ້ປຶ້ມ ດັ້ງຖູ່ຍເຈີມ ທຳອິດ ຢູ່ ຮ່າໂນ້ຍ
14/01/2024 06:00
(VOVWORLD) -ຕູ້ປຶ້ມ ດັ້ງຖູ່ຍເຈີມ ໄດ້ເປີດປະຕູຢ່າງເປັນທາງການໃນທ້າຍປີ 2023 ຢູ່ ຫໍວັດທະນະທຳ ບ້ານ ເຄງວ໋າຍ 3, ຕາແສງ ວັນເຄ ເມືອງ ເມລິງ ຮ່າໂນ້ຍ. ນີ້ແມ່ນ “ຕູ້ປຶ້ມ ດັ້ງຖູ່ຍເຈີມ” ທີ 7 ໃນທົ່ວປະເທດ ແລະ ແມ່ນ “ຕູ້ປຶ້ມ ດັ້ງຖູ່ຍເຈີມ” ທຳອິດ ຢູ່ ນະຄອນຫລວງ ຮ່າໂນ້ຍ.
ຕູ້ປຶ້ມ ດັ້ງຖູ່ຍເຈີມ ທຳອິດ ຢູ່ ຮ່າໂນ້ຍ
“ຕູ້ປຶ້ມ ດັ້ງຖູ່ຍເຈີມ”ຢູ່ຫໍວັດທະນະທຳຂອງ ບ້ານ ເຄງວ້າຍ 3, ຕາແສງ ວັນເຄ. ພາບ:VOV ທ່ານໝໍ, ນັກຮົບເສຍສະຫລະຊີວິດເພື່ອຊາດ ດັ້ງຖູ່ຍເຈີມ ເກີດປີ 1942 ໃນຄອບຄົວປັນຍາຊົນ ດ້ວຍມູນເຊື້ອຂະແຫນງການແພດ ຢູ່ນະຄອນ ເຫວະ ແຕ່ເຕີບໃຫຍ່ແມ່ນຢູ່ ຮ່າໂນ້ຍ. ທ່ານນາງ ເສຍສະຫລະຊີວິດເພື່ອຊາດ ເມື່ອວັນທີ 22 ມິຖຸນາ ປີ 1970 ຢູ່ ສະຫນາມຮົບ ເມືອງ ດຶກໂຝ ແຂວງ ກວ໊າງຫງາຍ ໃນການຕໍ່ຕ້ານຍາດເອົາເອກະລາດຂອງຊາດ ເມື່ອທ່ານຫາກໍ່ມີອາຍຸ 28 ປີ. ປຶ້ມບັນທຶກ ດັ້ງຖູ່ຍເຈີມ ໄດ້ພິມຈຳຫນ່າຍແຕ່ປີ 2005 ແລະ ມີກຳລັງແຜ່ຂະຫຍາຍຢ່າງແຮງເຖິງຜູ້ອ່ານຢູ່ພາຍໃນ ແລະຕ່າງປະເທດ ເປັນຈຳນວນຫລວງຫລາຍ. ໂຄງການ “ຕູ້ປຶ້ມ ດັ້ງຖູ່ຍເຈີມ” ໄດ້ປຸກລະດົມແຕ່ຕົ້ນປີກາຍ, ໂດຍສະມາຄົມວົງຕະກຸນ ດັ້ງ ຢູ່ ຫວຽດນາມ ສົມທົບກັບອົງການ “ຫົວໃຈຂອງນາຍທະຫານ" ວາລະສານ ສິ່ງແວດລ້ອມ ແລະ ຕົວເມືອງ ຫວຽດນາມ, ສະໂມສອນ “ອາຍຸ 20 ປີຕະຫລອດໄປ” ແລະ ຫໍພິພິທະພັນແມ່ຍິງ ຫວຽດນາມ ສົມທົບກັນປະຕິບັດ. ນີ້ແມ່ນໂຄງການມີລັກສະນະວົງປະຊາຄົມສັງຄົມຢ່າງເລິກເຊິ່ງ, ປະກອບສ່ວນຫນູນຊ່ວຍການສິດສອນຮ່ຳຮຽນໃນໂຮງຮຽນ, ຊຸກຍູ້ວັດທະນະທຳການອ່ານ. ພັນເອກ, ນັກປະພັນ ດັ້ງເວືອງຮຶງ, ປະທານ ອົງການ “ຫົວໃຈນາຍທະຫານ”, ຜູ້ລິເລີ່ມສ້າງໂຄງການ “ຕູ້ປຶ້ມ ດັ້ງຖູ່ຍເຈີມ” ໃຫ້ຮູ້ວ່າ:  “ ພວກ ຂ້າ ພະ ເຈົ້າ ບໍ່ ພຽງ ແຕ່ ຢາກ ແຜ່ ຂະ ຫຍາຍ ວັດ ທະ ນະ ທຳ ການ ອ່ານ ເທົ່າ ນັ້ນ ຫາກ ຢາກ ແຜ່ ຂະ ຫຍາຍ ຈິດ ໃຈ ອາ ຍຸ 20 ປີ ຕະ ຫລອດ ໄປ ຂອງ ທ່ານ ໝໍ , ນັກ ຮົບ ເສຍ ສະ ຫລະ ຊີ ວິດ ເພື່ອ ຊາດ ດັ້ງ ຖູ່ຍ ເຈີມ ເຊິ່ງ ແມ່ນ ແບບ ຢ່າງ ທີ່ ມີ ຜົນ ສະ ທ້ອນ ໃຫຍ່ ຫລວງ ເຖິງ ເພື່ອນ ຫນຸ່ມ ຫວຽດ ນາມ . ເຖິງວ່າ ຫາກໍ່ ປະ ຕິ ບັດ ທົດ ລອງ ກໍ ຕາມ ແຕ່ 6 “ຕູ້ປຶ້ມ ດັ້ງຖູ່ຍເຈີມ” ກໍ່ໄດ້ມອບໃຫ້ບັນດາໂຮງຮຽນ ຢູ່ ແຂວງ ບັກນິງ, ບັກຢາງ, ລ້າງເຊິນ, ຈ່າວິງ, ນິງບິ່ງ ແລະ ນະຄອນ ໂຮ່ຈິມີນ. ຄັ້ງນີ້ແມ່ນ“ຕູ້ປຶ້ມ ດັ້ງຖູ່ຍເຈີມ” ທີ 7ແລ້ວ”.  “ຕູ້ປຶ້ມ ດັ້ງຖູ່ຍເຈີມ” ທີ 7 ແມ່ນວາງຢູ່ຫໍວັດທະນະທຳຂອງ ບ້ານ ເຄງວ້າຍ 3, ຕາແສງ ວັນເຄ ລວມມີປຶ້ມກວ່າ 100 ຫົວ ພ້ອມກັບອຸປະກອນການຮຽນອື່ນອີກ. ອ້າຍຄູ ຫງວຽນວັນທ່ວນ, ອຳນວຍການ ໂຮງຮຽນມັດທະຍົມຕອນຕົ້ນ ວັນເຄ ໃຫ້ຮູ້ວ່າ:          “ນັບແຕ່ເມື່ອມີແນວຄວາມຄິດປະຕິບັດ ຕູ້ ປຶ້ມ ດັ້ງ ຖູ່ຍ ເຈີມ , ຂ້າ ພະ ເຈົ້າ ກໍ່ ຕົກ ລົງ ຈະ ຮ່ວມ ເດີນ ທາງ ພ້ອມ ກັບ ການ ນຳ ຕາ ແສງ ວັນ ເຄ , ເລືອກ ເອົາ ປຶ້ມ , ໃຫ້ ຄຳ ປຶກ ສາ ໃນການ ຄັດ ເລືອກປຶ້ມ ຕ່າງໆ ເພື່ອ ຮັບ ໃຊ້ ປະ ຊາ ຊົນ , ນັກ ຮຽນ . ປຶ້ ມ ມີ ຄວາມ ໝາຍ ຕໍ່ ປະ ຊາ ຊົນ , ນັກ ຮຽນ ທີ່ສຸດ . ພໍ່ ແມ່ ປະ ຊາ ຊົນ ມີ ເວ ລາ ຫວ່າງ ສາ ມາດ ມານີ້ ຄົ້ນ ຄ້ ວາ ປຶ້ມ ກ່ຽວ ກັບ ວັດ ທະ ນະ ທຳ , ສັງ ຄົມ , ປະ ຫວັດ ສາດ . .. ຂອງ ປະ ເທດ ຊາດ . ພວກ ນ້ອງ ນັກ ຮຽນ ມ ີ ເວ ລາ ຫວ່າງກໍ່ ມາ ທີ່ ນີ້ ໄດ້ ເພື່ອ ຮ່ຳ ຮຽນ ຕື່ມ ”. ຮູບແບບ “ຕູ້ປຶ້ມ ດັ້ງຖູ່ຍເຈີມ” ໄດ້ປຸກລຸກຄວາມຮັກບ້ານເກີດເມືອງນອນ, ຮັກປະເທດຊາດໃນໃຈພວກນ້ອງນັກຮຽນ, ເພື່ອໃຫ້ພວກນ້ອງມີຄວາມເຂົ້າໃຈຕື່ມອີກກ່ຽວກັບຊີວິດຂອງທ່ານໝໍ ດັ້ງຖູ່ຍເຈີມ. ນ້ອງ ເຈີນທິທູເຟືອງ, ນັກຮຽນ ໂຮງຮຽນມັດທະຍົມຕອນຕົ້ນ ວັນເຄ ແບ່ງປັນວ່າ:           “ ຕູ້ ປຶ້ມ ດັ້ງ ຖູ່ຍ ເຈີມ ມີ ປຶ້ມ ຫລາຍ ຫົວ ມ່ວນ ແຕ່ ຫລານ ມີ ຄວາມ ປະ ທັບ ໃຈ ທີ່ ສຸດ ແມ່ນ ປຶ້ມ ກ່ຽວ ກັບ ສົງ ຄາມ ຢູ່ ຫວຽດ ນາມ . ບັນ ດາ ປຶ້ມນີ້ ໄດ້ ຊ່ວຍ ໃຫ້ ຫລານ ເຂົ້າ ໃຈ ກ່ຽວ ກັບ ສົງ ຄາມຢູ່ ຫວຽດ ນາມ ໄດ້ ເກີດ ຂຶ້ນ ຄື ແນວ ໃດ ແລະ ສະ ແດງ ຄວາມ ຮູ້ ບຸນ ຄຸນ ເຖິງ ນັກ ຮ ົບ ວິ ລະ ຊົນ ທີ່ ເສຍ ສະ ຫລະ ຊີ ວິດ ເພື່ອ ຊາດກວ່າ ອີກ , ໃນ ນັ້ນ ມີ ນັກ ຮົບ ເສຍ ສະ ຫລະ ຊີ ວິດ ເພື່ອ ຊາດ ທ່ານນາງ ດັ້ງ ຖູ່ຍ ເຈີມ . ຫລາ ນ ມີ ຄວາມ ປະ ທັບ ໃຈ ຕໍ່ ປຶ້ມ ກ່ຽວ ກັບ ນັກ ຮົບ ເສຍ ສະ ຫລະ ຊີ ວິດ ເພື່ອ ຊາດ ດັ້ງ ຖູ່ຍ ເຈີມ .” ຕູ້ປຶ້ມ ດັ້ງຖູ່ຍເຈີມ ກໍ່ນຳມາໃຫ້ພວກນ້ອງນັກຮຽນ ເຊິ່ງໂອກາດໄດ້ເຂົ້າເຖິງບັນດາປຶ້ມທີ່ມີເນື້ອໃນມ່ວນ,  ມີຄຸນຄ່າ ແລະ ມີຄວາມໝາຍ. ພ້ອມກັນນັ້ນ ກໍ່ເປັນການສົ່ງເສີມ, ແຜ່ຂະຫຍາຍຂະບວນການອ່ານ, ຍົກສູງພູມປັນຍາ, ປະກອບສ່ວນສ້າງວັດທະນະທຳການອ່ານໃຫ້ແກ່ພວກນ້ອງນັກຮຽນ. ພິທີມອບຮອບຕູ້ປຶ້ມ ດັ້ງຖຸ້ຍເຈິມ. ພາບ: VOV ໂຄງການ “ ຕູ້ປຶ້ມ ດັ້ງຖູ່ຍເຈີມ” ໄດ້ວາງຄາດໝາຍ ໃນໄລຍະ 3 ປີ (2023 -2025) ຈະເປີດຢ່າງຫນ້ອຍສຸດ 15 ຕູ້ປຶ້ມ. ແຕ່ລະຕູ້ປຶ້ມ ມີມູນຄ່າ ແຕ່ 100 ລ້ານຫາ 150 ລ້ານດົ່ງ (ກວ່າ 4.100 – 6.200 USD) ດ້ວຍແຫລ່ງເງິນຊ່ວຍເຫລືອຈາກສັງຄົມມອບໃຫ້ບັນດາໂຮງຮຽນ, ຫໍວັດທະນະທຳ, ໂຮງໝໍ... ຢູ່ສາມພາກຂອງປະເທດຊາດ. ສຳລັບບັນດາໂຮງຮຽນ, ຫໍວັດທະນະທຳ, ໂຮງໝໍທີ່ມີຫໍສະຫມຸດ ຫລື ຕູ້ປຶ້ມແຕ່ກ່ອນແລ້ວ,  ຖ້າຫາກມີຄວາມຕ້ອງການ  ເພີ່ມປຶ້ມ, ຄະນະຈັດຕັ້ງກໍ່ຈະສົ່ງປຶ້ມໄປໃຫ້.
TAG
VOV/VOVworld/ຕູ້ປຶ້ມ ດັ້ງຖູ່ຍເຈີມ/ນັກຮົບເສຍສະຫລະຊີວິດເພື່ອຊາດ

More