VOV WorldVOV World
ການວາງແຜນຜັງນະຄອນ ໂຮ່ຈິມິນ ເປີດໄລຍະແຫ່ງການພັດທະນາໃຫມ່
20/01/2025 15:00
(VOVWORLD) - ການວາງແຜນຜັງພັດທະນານະຄອນ ໂຮ່ຈິມິນ ໄລຍະ 2021-2030, ວິໄສທັດຮອດປີ 2050 ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫາກໍເຊັນປະກາດໃຊ້, ສ້າງຂີດໝາຍບາດກ້າວສຳຄັນໃນການສ້າງອະນາຄົດຂອງ ນະຄອນ ໂຮ່ຈິມິນ. ດ້ວຍເປົ້າໝາຍບໍ່ພຽງແຕ່ພັດທະນາແບບຍືນຍົງເທົ່ານັ້ນ ຫາກຍັງສ້າງຕົວເມືອງອັດສະລິຍະ, ຂະຫຍັນຂັນເຄື່ອນ ແລະ ເປັນຫນ້າດຳລົງຊີວິດອີກດ້ວຍ, ການວາງແຜນຜັງ ແມ່ນໄດ້ຕອບສະຫນອງຄວາມຮຽກຮ້ອງຕ້ອງການການພັດທະນາໃນໄລຍະບຸກທະລຸ, ຫັນປ່ຽນຕົນຂອງປະເທດຊາດປະຈຸບັນ.
ການວາງແຜນຜັງນະຄອນ ໂຮ່ຈິມິນ ເປີດໄລຍະແຫ່ງການພັດທະນາໃຫມ່
ນາຍົກລັດຖະມົນຕີອະນຸມັດແຜນຜັງນະຄອນໂຮ່ຈິມິນແມ່ນຕົວເມືອງທົ່ວໂລກ, ສິວິໄລ. (ພາບ:VOV) ການວາງແຜນຜັງພັດທະນານະຄອນ ໂຮ່ຈິມິນ ໄລຍະ 2021-2030, ວິໄສທັດຮອດປີ 2050 ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫາກໍເຊັນປະກາດໃຊ້, ສ້າງຂີດໝາຍບາດກ້າວສຳຄັນໃນການສ້າງອະນາຄົດຂອງ ນະຄອນ ໂຮ່ຈິມິນ. ດ້ວຍເປົ້າໝາຍບໍ່ພຽງແຕ່ພັດທະນາແບບຍືນຍົງເທົ່ານັ້ນ ຫາກຍັງສ້າງຕົວເມືອງອັດສະລິຍະ, ຂະຫຍັນຂັນເຄື່ອນ ແລະ ເປັນຫນ້າດຳລົງຊີວິດອີກດ້ວຍ, ການວາງແຜນຜັງ ແມ່ນໄດ້ຕອບສະຫນອງຄວາມຮຽກຮ້ອງຕ້ອງການການພັດທະນາໃນໄລຍະບຸກທະລຸ, ຫັນປ່ຽນຕົນຂອງປະເທດຊາດປະຈຸບັນ. ນະຄອນ ມີແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ການບໍລິການ -ອຸດສາຫະກຳທັນສະໄຫມ, ນຳຫນ້າດ້ານເສດຖະກິດສີຂຽວ, ເສດຖະກິດດິຈິຕອນ, ສັງຄົມດິຈິຕອນ, ສູນກາງເສດຖະກິດ, ການເງິນ, ການຄ້າ ການບໍລິການ, ວັດທະນະທຳ ການສຶກສາ, ວິທະຍາສາດເຕັກໂນໂລຊີຂອງທັງປະເທດ. ນັ້ນແມ່ນເປົ້າໝາຍສັງລວມຂອງການວາງແຜນຜັງ, ຄຽງຂ້າງນັ້ນ ການວາງແຜນຜັງກໍ່ກຳນົດວ່າ ນະຄອນ ໂຮ່ຈິມິນ ແມ່ນນະຄອນເຊື່ອມໂຍງເຂົ້າກັບສາກົນ, ມີຖານະບົດບາດພົ້ນເດັ່ນໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ພ້ອມກັນນັ້ນ ກໍ່ແມ່ນບ່ອນທີ່ມີຄຸນນະພາບການດຳລົງຊີວິດມີຄຸນນະພາບສູງ, ມີຫລາກຫລາຍສີສັນ, ສິ່ງແວດລ້ອມຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.               ທ່ານເລຂາຄະນະພັກ ນະຄອນ ໂຮ່ຈິມິນ ຫງວຽນວັນເນນ ຢືນຢັນວ່າ: ນີ້ແມ່ນຊ່ວງເວລາສຳຄັນເພື່ອໃຫ້ນະຄອນຫັນປ່ຽນຕົນ, ແກ້ໄຂຂໍ້ຕິດຄັດ, ຄວາມຫຍຸ້ງຍາກເພື່ອເສີມຂະຫຍາຍແຫລ່ງກຳລັງທີ່ດິນ, ການກໍ່ສ້າງພື້ນຖານໂຄງລ່າງ, ສ້າງກຳລັງຫນູນໃຫມ່ເພື່ອໃຫ້ນະຄອນບຸກທະລຸໃນໄລຍະຈະມາເຖິງ ແລະ ນະຄອນຕັດສິນໃຈເພື່ອຜັນຂະຫຍາຍໃຫ້ສຳເລັດຜົນ. ຕາມທ່ານ ປອ ເຈີນຢູລິກ, ປະທານ ສະພາໃຫ້ຄຳປຶກສາການຜັນຂະຫຍາຍປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍພິເສດພັດທະນານະຄອນ ໂຮ່ຈິມິນ, ການວາງແຜນຜັງ ຄືດັ່ງລັດຖະດຳລັດຢັ້ງຢືນທິດພັດທະນານະຄອນ ເມື່ອເຕົ້າໂຮມທຸກຂະແຫນງການ, ຂົງເຂດຕ່າງໆ, ກຳນົດພື້ນທີ່ພັດທະນາ, ບັນດາໂຄງການຈຸດສຸມ: “ ຜ່ານບັນດາຕົວເລກຂອງການວາງແຜນຜັງນັ້ນ, ພວກເຮົາ ສາມາດວາດພາບໄດ້ນະຄອນໃນອະນາຄົດ, ກຽມພ້ອມພັດທະນາ. ພິເສດ ນີ້ແມ່ນພື້ນຖານດ້ານນິຕິກຳເພື່ອຜັນຂະຫຍາຍການວາງແຜນຜັງບັນດາເຂດພາລະບົດບາດ, ການວາງແຜນຜັງບັນດາຂະແຫນງການ ແລະ ບັນດາໂຄງການຮຽກຮ້ອງການລົງທຶນ. ແລະ ຜ່ານການວາງແຜນຜັງ, ກໍ່ຈະເຮັດແຈ້ງຄວາມຕ້ອງການແຫລ່ງການເງິນ, ຊັບພະຍາກອນມະນຸດຄືແນວໃດເພື່ອລະດົມ”. ທ່ານ ຫງວຽນວັນເນນ ເລຂາຄະນະພັກນະຄອນ ໂຮ່ຈິມິນ ກ່າວຄຳເຫັນທີ່ພິທີປະກາດການວາງແຜນຜັງ. (ພາບ: VOV) ການວາງແຜນກຳນົດທິດພັດທະນາຂອງບັນດາໂຄງການໃຫຍ່ຢູ່ນະຄອນຄື: ແຫລມ ບິ່ງກວັຍ - ແທງດາ,
TAG
VOV/VOVworld/ແຜນກຳນົດ/ເສັ້ນທາງລົດໄຟຕົວເມືອງ/ບັນດາໂຄງການໃຫຍ່