ໂຮງຮຽນມັດທະຍົມຕອນຕົ້ນກິນນອນຊົນເຜົ່າ ເມືອງ ຈືປັນ ແຂວງ ຢາລາຍ ດູແລເອົາໃຈໃສ່ໃຫ້ແກ່ນັກຮຽນກິນນອນຊົນເຜົ່າສ່ວນຫນ້ອຍ
29/12/2024 04:00
(VOVWORLD) -ໂຮງຮຽນມັດທະຍົມຕອນຕົ້ນກິນນອນຊົນເຜົ່າ ເມືອງ ຈືປັນ ແຂວງ ຢາລາຍ ໄດ້ຮັບການສ້າງຕັ້ງຂຶ້ນກ່ອນນີ້ 25 ປີ, ວັນທີ 20 ພະຈິກປີ 1999. ໂຮງຮຽນແຫ່ງນີ້ ໄດ້ສະຫງວນໃຫ້ແກ່ນັກຮຽນຊາວຊົນເຜົ່າສ່ວນຫນ້ອຍຢູ່ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດນີ້ ໄດ້ກາຍເປັນຫນຶ່ງໃນບັນດາໂຮງຮຽນດີເດັ່ນຂອງຂະແຫນງການສຶກສາແຂວງ ຢາລາຍ.

ຫໍສະມຸດຂອງໂຮງຮຽນ. (ພາບ: Ngọc Anh/VOV5) ໂຮງຮຽນແຫ່ງນີ້ ມີຄູອາຈານ 20 ຄົນ, ນັກຮຽນ 150 ຄົນ ແລະ ໄດ້ແບ່ງປັນ 4 ຊັ້ນຮຽນ (ຄື ມໍ1, ມໍ2, ມໍ3, ມໍ4, ແຕ່ລະຊັ້ນຮຽນມີ 1 ຫ້ອງ). ໂຮງຮຽນມີຮາກຖານດ້ານວັດຖຸຢ່າງຄົບຖ້ວນພໍສົມຄວນ. ໃນບໍລິເວນໂຮງຮຽນທີ່ກວ້າງຂວາງນີ້ ມີຫໍພັກທີ່ໃຫຍ່ກວ້າງ, ມີເຂດລະຫລິ້ນ, ຫັດແອບກິລາໃຫ້ແກ່ພວກນ້ອງ, ມີຫໍສະຫມຸດດ້ວຍປຶ້ມອ່ານເປັນຫລາກຫລາຍຊະນິດ. ຄະນະອຳນວຍການໂຮງຮຽນ ພວມຄິດໄລ່ເຖິງການກໍ່ສ້າງສະລ່ອຍນຳ້. ອາຈານ ຫງວຽນຈ້ອງວິງ, ອຳນວຍການໂຮງຮຽນ ໃຫ້ຮູ້ວ່າ: “ນັກຮຽນໃນໂຮງຮຽນ ແມ່ນມາຈາກ 6 ຊົນເຜົ່າ, ໃນນັ້ນ ສ່ວນຫລາຍແມ່ນຊົນເຜົ່າ ຢາຣາຍ ແລະ ເຜົ່່າ ບານາ. ເງື່ອນໄຂກິນນອນຮຳ່ຮຽນຂອງພວກນ້ອງແມ່ນດີທີ່ສຸດ. ເພື່ອຮັບປະກັນໃຫ້ນັກຮຽນກິນນອນຊົນເຜົ່າ ທາງໂຮງຮຽນຕອບສະຫນອງໄດ້ທຸກຢ່າງໂດຍພື້ນຖານ. ແຕ່ລະອາທິດ, ໃນຕອນຄ່ຳວັນເສົາ, ທາງໂຮງຮຽນ ຈັດຕັ້ງການດຳເນີນຊີວິດພາຍໃນໂຮງຮຽນ ເພື່ອໂຄສະນາ, ເຜີຍແຜ່, ສຶກສາໃຫ້ພວກນ້ອງກ່ຽວກັບທັກສະການດຳລົງຊີວິດ. ນອກນັ້ນ ໂຮງຮຽນ ກໍ່ແນະນຳພວກນ້ອງກ່ຽວກັບການຖັກແສ່ວ, ຕັດຫຍິບ, ຈັກສານ...”. ເພື່ອເພີ່ມທາດບຳລຸງ, ປ່ຽນລົດຊາດໃນອາຫານໃຫ້ແກ່ນັກຮຽນ, ທາງໂຮງຮຽນກໍ່ໄດ້ປ່ຽນເຍື່່ອງອາຫານເປັນປະຈຳ, ເພີ່ມເຍື່ອງອາຫານທ່ຽງໃນວັນພະຫັດ ແລະ ວັນອາທິດ. ຕົວຢ່າງຄື: ເພີ່ມເຂົ້າປຸ້ນ, ໝີ່ກວ໋າງ. ນັກຮຽນລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່ແນະນຳທັກສະການດຳລົງຊີວິດ, ການປະພຶດຂອງພວກນ້ອງ, ຊ່ວຍໃຫ້ພວກນ້ອງເຕີບໃຫຍ່ພັດທະນາກວ່າ. ນ້ອງ ເຣີເຈີມຈາ, ຊາວເຜົ່າ ຢາຣາຍ, ນັກຮຽນຊັ້ນ ມໍ4 ໃຫ້ຮູ້ວ່າ:
TAG
VOV/VOVworld/ກິນນອນຊົນເຜົ່າ/ເສີມຂະຫຍາຍສີສັນວັດທະນະທຳ/ຊາວຊົນເຜົ່າສ່ວນຫນ້ອຍ
Related








