ຜະລິດຕະພັນຂອງຫວຽດນາມຫລາຍປະເພດໄດ້ສົ່ງໄປຂາຍຢູ່ຕະຫລາດໂລກ
15/10/2024 06:00
(VOVWORLD) - ຜະລິດຕະພັນຂອງຫວຽດນາມຫລາຍປະເພດພວມໄດ້ສົ່ງໄປຂາຍຢູ່ຕະຫລາດເດີມທີ່ເປັນຈຸດສຸມພ້ອມທັງເລີ່ມຕົ້ນຂຸດຄົ້ນບັນດາຕະຫລາດໃຫມ່ທີ່ມີຄວາມສາມາດບົ່ມຊ້ອນຫລາຍຢ່າງຢູ່ບັນດາພາກພື້ນອາຊີໃຕ້, ຕາເວັນອອກກາງຫລືອາເມລິກາໃຕ້.

ຮ້ານວາງສະແດງສິນຄ້າ ຫວຽດນາມ ຢູ່ ງານຕະຫລາດນັດ ຈີນ - ອາຊຽນຄັ້ງທີ 20. ພາບ: moit.gov.vn ຜະລິດຕະພັນຂອງຫວຽດນາມຫລາຍປະເພດມີຈຸດຢືນຢູ່ຕະຫລາດຈຳຫນ່າຍໃຫຍ່ສຸດໃນໂລກ. ໃນບັນດາງານຕະຫລາດນັດຈີນ -ອາຊຽນ ( CAEXPO ) ຊຸມ ປີ ມໍ່ ໆ ມານີ້ , ບັນ ດາ ຮ້ານ ວາງ ສະ ແດງ ສິນ ຄ້າຫວຽດ ນາມຍາມ ໃດ ກໍ່ ມີ ຂອບ ຂະ ຫ ນາດ ໃຫ ຍ່ ແຖວ ຫ ນ້າ , ພຽງ ຖັດ ຈາກປະ ເທດ ເຈົ້າ ພາບຈີນ,ພ້ອມ ກັນນັ້ນ ຜະ ລິດ ຕະ ພັນ ຂອງຫວຽດ ນາມຫລາຍ ປະ ເພດ ຄື: ນ້ຳ ນົມ , ຜະ ລິດ ຕະ ພັນ ກະ ເສດ , ອາ ຫານ ປຸງ ແຕ່ງ , ເຄື່ອງ ເຟີ ນີ ເຈີໄມ້ , ເຄື່ອງ ຕ່ຳ ແຜ່ນ ຕັດ ຫ ຍິບ... ກໍ່ໄດ້ ຢັ້ງ ຢືນ ເຄື່ອງ ໝາຍ ການ ຄ້າ ກັບ ຜູ້ ບໍ ລິ ໂພກຈີນ. ຕົວ ຢ່າງ ຄືຍີ່ ຫໍ້ ນ້ຳ ນົມ TH True Milk ຂອງ ກຸ່ມ ບໍ ລິ ສັດ TH ປະ ຈຸ ບັນໄດ້ ແຊກ ຊຶມ ເຂົ້າ ເລິກ ຢູ່ ຕະ ຫລາດ ຈີນແລະໄດ້ ຮັບ ຖື ວ່າແມ່ນ ເຄື່ອງ ໝາຍ ການ ຄ້າ ມີ ຊື່ ສຽງ ຢູ່ ປະ ເທດນີ້. ທ່ານ ນາງ Duan Xiaoyu ຜູ້ອຳນວຍການໃຫຍ່ບໍລິສັດການຄ້າຂອງປັກກິ່ງຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຜະລິດຕະພັນນ້ຳນົມ TH ຊື່ງຕາມທ່ານນາງແລ້ວແມ່ນມີຄຸນນະພາບສູງແລະມີທ່າແຮງດ້ານທີ່ຕັ້ງດ້ານພູມີສາດລື່ນກາຍຢ່າງເຫັນໄດ້ຊັດ. “ຂ້າ ພະ ເຈົ້າ ຖື ວ່າຜະ ລິດ ຕະ ພັນ ນ້ຳ ນົມ ຂອງຫວຽດ ນາມມີ ທ່າ ໄດ້ ປຽບ ກວ່າ ບັນ ດາ ປະ ເພດ ສິນ ຄ້າ ຂອງເອີ ລົບແລະອາ ເມ ລິ ກາກ່ຽວ ກັບ ດ້ານ ການ ຂົນ ສົ່ງ. ຕາມ ພວກ ຂ້າພະ ເຈົ້າ ໄດ້ ຮູ້ ວ່າຖ້າ ຫາກ ຂົນ ສົ່ງ ທາງ ທະ ເລຫລືທາງ ບົກຈະເສຍ ເວ ລາ ພຽງແຕ່ ປະ ມານ 1 ອາ ທິດຜະ ລິດ ຕະ ພັນ ໄດ້ ສົ່ງ ເຖິງ ຈີນ ແລ້ວແລະຈັດ ສົ່ງ ໄປ ທຸກ ແຫ່ງ. ຈາກ ແງ່ ມູມ ດ້ານ ການ ຄ້າ , ສິ່ງນີ້ ຈະ ຊ່ວຍ ຮັບ ປະ ກັນ ລະ ດັບ ຄວາມ ສົດ ໃໝ່ໄດ້ດີກວ່າ, ເຮັດ ໃຫ້ ຜູ້ ບໍ ລິ ໂພກ ຈີນສາ ມາດ ຊົ ມ ໃຊ້ ບັນ ດາ ຜະ ລິດ ຕະ ພັນ ນ້ຳ ນົມ ຂອງຫວຽດ ນາມໃນ ໄລ ຍະ ໄວ ທີ່ ສຸດ”. ຄຽງ ຄູ່ ກັບຈີນ , ບັນ ດາ ຜະ ລິດ ຕະ ພັນຫວຽດ ນາມກໍ່ ສືບ ຕໍ່ ແຊກ ຊຶ ມ ຢ່າງ ແຮງ ເຂົ້າ ຕະ ຫລາດອາ ເມ ລິ ກາ. ຕາມ ຕົວ ເລກ ສະ ຖິ ຕິ ຂອງ ກະ ຊວງ ອຸດ ສາ ຫະ ກຳແລະການ ຄ້າຫວຽດ ນາມແລ້ວ , ໃນ 8 ເດືອນ ຜ່ານ ມາວົງ ເງິນ ສົ່ງ ອອກ ສິນ ຄ້າ ຂອງ ຫວຽດ ນາມໄປ ຍັງອາ ເມ ລິ ກາບັນ ລຸ ເກືອບ 78 ຕື້ USD, ເພີ່ມ ຂຶ້ນ 25,4 % ເມື່ອ ທຽບ ໃສ່ ໄລ ຍະ ດຽວ ກັນ ຂອງ ປີ ກາຍແລະການ ສົ່ງ ອອກ ເກີນ ດຸນ ໄປ ຍັງອາ ເມ ລິ ກາຄາດ ວ່າບັນ ລຸ 68,1 ຕື້ USD, ເພີ່ມ ຂຶ້ນ 28,6 % ເມື່ອ ທຽບ ໃສ່ ໄລ ຍະ ດຽວ ກັນ ຂອງ ປີ ກາຍ. ທ່ານ ຫວູແອງເຊີນ, ທຸດການຄ້າ ຫວຽດນາມ ປະຈຳ ຝລັ່ງ. ພາບ: VOV ສ່ວນ ຢູ່ຕະ ຫລາດສະ ຫະ ພາບ ເອີ ລົບ , ບັນ ດາ ຜະ ລິດ ຕະ ພັນ ສົ່ງ ອອກ ຂອງ ຫວຽດ ນາມກໍ່ ແຊກ ຊຶມ ເຂົ້າ ເລິກກວ່າ ຢູ່ ບັນ ດາ ລະ ບົບ ຂາຍ ຍ່ອຍ ໃຫ ຍ່ ຂອງ ຫລາຍ ປະ ເທດ ຢູ່ອີ ຢູ. ທ່ານຫວູ ແອງ ເຊີນ , ຫົວ ຫ ນ້າ ອົງການ ການ ຄ້າຫວຽດ ນາມປະຈຳຝ ລັ່ງໃຫ້ ຮູ້ ວ່າ: ນີ້ ແມ່ນ ໝາກ ຜົນ ຂອງ ຮູບ ແບບ ປະ ສົມ ປະ ສານ ຂອງ 3 ຝ່າຍນັ້ນ ແມ່ນ ລະ ຫວ່າງອົງການການຄ້າ , ຜູ້ ນຳ ເຂົ້າແລະຜູ້ຈຳ ຫ ນ່າຍ. “ໃນ ຮູບ ແບບນີ້ຜົນ ປະ ໂຫຍດ ທຳ ອິດ ຂອງຫວຽດ ນາມແມ່ນ ສ້າງ ໄດ້ ພາບ ພົດ ໃນ ສາຍ ຕາ ຂອງ ຜູ້ ບໍ ລິ ໂພກ ສາ ກົນ. ຜົນ ປະ ໂຫຍດ ທີ ສອງໃຫ້ ແກ່ ບັນ ດາ ວິ ສາ ຫະ ກິດຫວຽດ ນາມນັ້ນ ແມ່ນ ມີ ກາ ລະ ໂອ ກາດ ໄດ້ ເຂົ້າ ເຖິງ ຜູ້ ບໍ ລິ ໂພກ ເປັນ ຈຳ ນວນ ຫລວງ ຫລາຍ ໃນ ບັນ ດາ ລະ ບົບ ຮ້ານ ສັບ ພະ ສິນ ຄ້າ ໃຫ ຍ່ ຢູ່ຝ ລັ່ງຊື່ງ ເຄີຍ ແມ່ນ ຕະ ຫລາດ ທີ່ ເຄັ່ງ ຄັດ ກັບ ຄຸນ ນະ ພາບ ຂອງ ສິນ ຄ້າ”. ຮູບແບບນີ້ກໍ່ພວມເສີມຂະຫຍາຍຄຸນປະໂຫຍດຢູ່ຫລາຍຕະຫລາດຫາກໍພົ້ນເດັ່ນຂຶ້ນດ້ວຍສິນຄ້າສົ່ງອອກຂອງຫວຽດນາມຄື: ລັດເຊຍ, ອິນເດຍ, ຕາເວັນອອກກາງ. ທ່ານDmitry Zavgorodny, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດວາງສະແດງແລະເຫດການITEໃຫ້ຮູ້ວ່າ: ລັດເຊຍຮັບຮູ້ບາດກ້າວເດີນຢ່າງແຮງຂອງສິນຄ້າຫວຽດນາມເຂົ້າໃນຕະຫລາດລັດເຊຍແລະຖືນີ້ແມ່ນປັດໄຈຊ່ວຍວົງເງິນການຄ້າສອງຝ່າຍລະຫວ່າງລັດເຊຍແລະຫວຽດນາມໃນ 6 ເດືອນຕົ້ນປີນີ້ເພີ່ມຂຶ້ນ51,4%, ລື່ນກາຍ1,96 ຕື້ USDເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ສ່ວນຢູ່ອິນເດຍ, ຫວຽດນາມໄດ້ຮັບການເລືອກເຟັ້ນແມ່ນ 1 ໃນຈຳນວນ 3 ປະເທດຈຸດສຸມ“Focus Country”ຢູ່ງານຕະຫລາດນັດສາກົນອາຫານການກິນອິນເດຍ(WFI)ຊື່ງດຳເນີນໃນທ້າຍປີ 2023. ມີຂົງເຂດຫນຶ່ງອີກກໍ່ໄດ້ຮັບຮູ້ສັນຍານດີຂຶ້ນຂອງບັນດາຜະລິດຕະພັນຫວຽດນາມນັ້ນແມ່ນປະລິມານການຂາຍສິນຄ້າຜ່ານຊ່ອງການຄ້າເອເລັກໂຕນິກ. ຕາມຕົວເລກຂອງAmazon Global Sellingຫວຽດນາມ, ໃນໄລຍະ 2019 – 2023, ຈຳນວນຜະລິດຕະພັນຫວຽດນາມຂາຍຜ່ານຊ່ອງການຄ້າເອເລັກໂຕນິກAmazonແມ່ນເພີ່ມຂຶ້ນທົບ 3 ເທົ່າ. ຕາມທ່ານເຈີ່ນມິງຕວັນ, ຫົວຫນ້າກົມເສດຖະກິດດິຈີຕອນແລະສັງຄົມດິຈີຕອນ, ກະຊວງຖະແຫລງຂ່າວແລະສື່ສານຫວຽດນາມແລ້ວ, ການຄ້າເອເລັກໂຕນິກຂ້າມຊາຍແດນໄດ້ສ້າງບາດກ້າວກະໂດດຂັ້ນໃຫ້ແກ່ສິນຄ້າຫວຽດນາມບືນຕົວອອກສູ່ທົ່ວໂລກ. “ບັນ ຫາ ຫລັກ ຂອງ ການ ຄ້າ ເອ ເລັກ ໂຕ ນິກ ຂ້າມ ຊາຍ ແດນແມ່ນ ການ ນຳ ໃຊ້ ເຕັກ ໂນ ໂລ ຊີ ດິ ຈິ ຕອນ. ນີ້ ແມ່ນ ທ່າ ອ່ຽງ ໃຫ ຍ່ ໃນ ໄລ ຍະ ຜ່ານ ມາແລະພວກ ເຮົາ ຕີ ລາ ຄາ ຖືກ ຕ້ອງ ກັບ ການ ພັດ ທະ ນາ ຂອງ ມັນ. ຂ້າ ພະ ເຈົ້າ ໄດ້ ມີ ຄວາມ ເຫັນ ດີ ເປັນ ເອ ກະ ພາບ ກັບ ແຜນ ການ ການ ຄ້າ ເອ ເລັກ ໂຕ ນິກ ຂອງລັດ ຖະ ບານ ໃນ ໄລ ຍະຈະ ມາ ເຖິງເມື່ອ ຖື ການ ຄ້າ ເອ ເລັກ ໂຕ ນິກ ຂ້າມ ຊາຍ ແດນແມ່ນ ກາ ລະ ໂອ ກາດ ໃຫ ຍ່ ເພື່ອ ໃຫ້ ພວກ ເຮົາ ສົ່ງ ອອກ ສິນ ຄ້າ ອອກ ໄປ ສູ່ ໂລກ”. ຫວຽດນາມນັບມື້ນັບເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກຢ່າງເລິກເຊິ່ງກວ້າງຂວາງ. ເລື່ອງຜະລິດຕະພັນຂອງຫວຽດນາມຫລາຍປະເພດໄດ້ມີຫນ້າຢູ່ຕະຫລາດເດີມແລະເລີ່ມຕົ້ນມີຫນ້າຢູ່ບັນດາຕະຫລາດໃຫມ່ໄດ້ເປັນການສະແດງໃຫ້ເຫັນບັນດາການປ່ຽນແປງຢ່າງຕັ້ງຫນ້າຂອງສິນຄ້າຫວຽດນາມໃນຕະຫລາດທົ່ວໂລກ.
TAG
VOV/VOVworld/TH True Milk/ສິນຄ້າຫວຽດນາມ/ການຄ້າເອເລັກໂຕນິກ
Related








