VOV WorldVOV World
ປ້ອມປ້ອງກັນຊາຍແດນ ເຫງ໊ຍທ້ວນ (ຮ່າຢາງ) - ຊ່ວຍເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກມີໂອກາດໄດ້ໄປໂຮງຮຽນ
27/10/2024 04:00
(VOVWORLD) - ຊຸມປີຜ່ານມາ, ປ້ອມປ້ອງກັນຊາຍແດນ ເຫງ໊ຍທ້ວນ, ກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງຮ່າຢາງ ໄດ້ປະຕິບັດບັນດາໂຄງການໂດຍ ກອງບັນຊາການທະຫານປ້ອງກັນຊາຍແດນປຸກລະດົມເປັນຢ່າງດີ, ໃນນັ້ນ ມີໂຄງການຊ່ວຍເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກໃຫ້ມີໂອກາດໄດ້ໄປໂຮງຮຽນ ແລະ “ລູກລ້ຽງປ້ອມປ້ອງກັນຊາຍແດນ”. ບັນດາວຽກງານເຫລົ່ານີ້ ໄດ້ປະກອບສ່ວນເພີ່ມທະວີຄວາມສາມັກຄີໄມຕິຈິດລະຫວ່າງ ທະຫານ ແລະ ປະຊາຊົນ, ສ້າງຊາຍແດນຂອງປະເທດຊາດໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ.
ປ້ອມປ້ອງກັນຊາຍແດນ ເຫງ໊ຍທ້ວນ (ຮ່າຢາງ) - ຊ່ວຍເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກມີໂອກາດໄດ້ໄປໂຮງຮຽນ
                                  ພໍ່ລ້ຽງ ຍາມໃດກໍ່ເອົາໃຈໃສ່ຕໍ່ການຮຽນຂອງລູກ. ພາບ: hagiangtv.vn ເກືອບ 3 ເດືອນຜ່ານມາ, ເມື່ອສຽງລະຄັງຂອງປ້ອມປ້ອງກັນຊາຍແດນ ເຫງ໊ຍທ້ວນ ເມືອງ ກວ໋ານບະ ແຂວງຮ່າຢາງ ດັງຂຶ້ນ ກໍ່ແມ່ນຮອດເວລາທີ່ ນ້ອງ ຊຸ່ງຊ່າວຖູຍ ແລະ ຢ່າງງອກຟຸກ, ລູກລ້ຽງ 2 ຄົນຂອງປ້ອມຕື່ນນອນ ແລະ ມາອອກກຳລັງກາຍຢູ່ເດີ່ນພ້ອມກັບບັນດາພະນັກງານ, ນັກຮົບ. ໂດຍອອກຈາກຄອບຄົວ, ພວກນ້ອງນ້ອຍຍ້າຍໄປຢູ່ນຳບັນດາພໍ່ລ້ຽງ “ຊື່ງແມ່ນທະຫານປ້ອງກັນຊາຍແດນ” ໄດ້ຮັບການຝຶກຝົນຫລໍ່ຫລອມໃນສະພາບແວດລ້ອມຂອງກອງທັບ, ໄດ້ຮ່ຳຮຽນ, ໄດ້ຮັບຄວາມຮັກແພງ ແລະ ອະນາຄົດຈະພັດທະນາ. ນ້ອງ ຊຸ່ງຊ່າວຖູຍ, ອາຍຸ 13 ປີ ຊາວເຜົ່າມົ້ງ ຢູ່ ບ້ານ ມາຊ່າວໂຟ ພວມຮຽນ ຊັ້ນ ມ3 ໂຮງຮຽນມັດທະຍົມຕອນຕົ້ນ ຕາແສງ ເຫງ໊ຍທ້ວນ ແບ່ງປັນວ່າ:  “ຫລານມານີ້ແຕ່ຕົ້ນສົກຮຽນ. ຢູ່ທີ່ນີ້ ຫລານໄດ້ກິນເຂົ້າພ້ອມກັບພວກອາວ, ໄດ້ດຳເນີນຊີວິດຢູ່ ປ້ອມເລີຍ. ພວກອາວກິນເຂົ້າເຊົ້າແລ້ວ ໄດ້ ໄປ ສົ່ງພວກຫລານໄປໂຮງຮຽນ. ຕອນຄ່ຳ ເວລາ 7 ໂມງຄ່ຳ ພວກຫລານເລີ່ມຮຽນ ແລະ ຖ້າຫາກມີບົດໃດຍາກ ຫລານ ກໍ່ ຖາມພວກອາວ, ລຸງ ບອກສອນໃຫ້” . ພັນຕີ ເລືອງແມ້ງຮຸ່ງ, ກອງຂົນຂວາຍມະຫາຊົນ ປ້ອມປ້ອງກັນຊາຍແດນ ເຫງ໊ຍທ້ວນ ໃຫ້ຮູ້ວ່າ: “ ມາຢູ່ນຳພວກຂ້າພະເຈົ້າ, ພວກຫລານໄດ້ກິນຢູ່ຕາມລະບອບຂອງພະນັກງານ, ນັກຮົບໃນກົມກອງ. ພະນັກງານ, ນັກຮົບ ຈັດເວລາເພື່ອສົ່ງ ແລະ ຮັບພວກຫລານເມື່ອໄປໂຮງຮຽນ. ຕອນຄ່ຳ ພວກຂ້າພະເຈົ້າບອກສອນໃຫ້ພວກຫລານຮ່ຳຮຽນ. ຍ້ອນຢູ່ຫ່າງໄກກັບຄອບຄົວ, ສະນັ້ນ ພວກຂ້າພະເຈົ້າ ໄດ້ຕາງຫນ້າໃຫ້ພໍ່ແມ່ພວກຫລານເພື່ອສຶກສາ ແລະ ບອກສອນພວກຫລານຮ່ຳຮຽນ. ພວກຂ້າພະເຈົ້າ ກໍ່ມີຄວາມປາດຖະຫນາຢາກໃຫ້ພວກຫລານພະຍາຍາມຮ່ຳຮຽນ, ເມື່ອເຕີບໃຫຍ່ຂຶ້ນ ມາ ກໍ່ ຈະມີອະນາຄົດ ທີ່ ດີ” . ພວກເດັກນ້ອຍເປັນລູກລ້ຽງຂອງທະຫານປ້ອງກັນຊາຍແດນ ເຫງ໊ຍທ້ວນ ລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ຜູ້ຫນຶ່ງແມ່ນພໍ່ເສຍຊີວິດ, ຜູ້ຫນຶ່ງແມ່ນແມ່ເສຍຊີວິດ, ຄອບຄົວປະສົບກັບຄວາມຫຍຸ້ງຍາກ ແລະ ການໄປໂຮງຮຽນຂອງພວກຫລານແມ່ນຫຍຸ້ງຍາກລຳບາກແທ້ໆ. ພັນຕີ ຊຸ່ງມີງຟຸກ ຫົວຫນ້າປ້ອມປ້ອງກັນຊາຍແດນ ເຫງ໊ຍທ້ວນ, ກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງຮ່າຢາງ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມໂຄງການ “ທະຫານປ້ອງກັນຊາຍແດນຊ່ວຍໃຫ້ເດັກນ້ອຍໄດ້ໄປໂຮງຮຽນ”, ປ້ອມປ້ອງກັນຊາຍແດນ ເຫງ໊ຍທ້ວນ ກຳລັງຊ່ວຍຄ່າໃຊ້ຈ່າຍໃຫ້ນ້ອງນ້ອຍ 14 ຄົນເພື່ອໄປໂຮງຮຽນ ແລະ ຮັບ 2 ຄົນມາເປັນລູກລ້ຽງ.
TAG
VOV/VOVworld/ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ/ປ້ອມປ້ອງກັນຊາຍແດນ/ໄປໂຮງຮຽນ