ຊາວບ້ານປູກດອກໄມ້ ບີ່ງເຄ ຫ້າງຫາກະກຽມຮັບໃຊ້ບຸນເຕັດ
28/01/2024 02:00
(VOVWORLD) -ໃນຊຸມມື້ໃກ້ກັບບຸນເຕັດປີມະໂລງ 2024, ຢູ່ຕາແສງບີ່ງເຄເທດສະບານດົງຈ່ຽວ, ເຂດປູກດອກໄມ້ຂະຫນາດໃຫຍ່ຂອງແຂວງກວ໋າງນິງເບິ່ງຄືວ່າຟົດຟື້ນກວ່າ. ຜູ້ປູກດອກໄມ້, ຕົ້ນໄມ້ປະດັບໄດ້ສຸມກຳລັງເຫື່ອແຮງເພື່ອບົດລະມັດບັນດາເນື້ອທີ່ປູກດອກໄມ້ແລະຕົ້ນໄມ້ປະດັບດ້ວຍຄວາມຫວັງຢາກໃຫ້ບັນດາສວນດອກໄມ້ຈະເບັ່ງບານໃນໂອກາດບຸນປີໃຫມ່ປະຈຳຊາດ.

ເທດສະບານ ດົງຈ່ຽວ ແຂວງ ກວ໋າງນິງ ມີເນື້ອທີ່ດິນກວ່າ 260 ເຮັກຕາ ປູກດອກໄມ້ໃນຍາມບຸນເຕັດ. ພາບ: VOV ແຕ່ຮຸ່ງເຊົ້າ, ຊາວບ້ານປູກດອກໄມ້ ຢູ່ບ້ານ ດົ່ງດໍ່ ຕາແສງ ບີ່ງເຄ ເທດສະບານ ດົງຈ່ຽວ ແຂວງ ກວ໋າງນິງ ພວມຫ້າວຫັນທຳການດູແລ ບົວລະບັດ ຮັກສາດອກໄມ້, ຕົ້ນໄມ້ປະດັບດ້ວຍຄວາມຫວັງວ່າ ບຸນເຕັດປີນີ້ຈະໄດ້ຮັບຜົນດີກວ່າ. ຕາມປະຊາຊົນຢູ່ຕາແສງ ບີ່ງເຄ ແລ້ວ, ຊ່ວງເວລາປະຊາຊົນພາກັນລົງສວນດອກໄມ້ຫລາຍສຸດແມ່ນເລີ່ມກາງເດືອນ 12 ໄລ່ຕາມຈັນທະປະຕິທິນ ເມື່ອລູກຄ້າມາສັ່ງຊື້ ແລະ ປະຊາຊົນມານີ້ເພື່ອຢ້ຽມຊົມ, ສັ່ງຊື້ ແລະ ຖ່າຍຮູບທີ່ລະນຶກ. ເພາະສະນັ້ນ ບຸນເຕັດວຽນມາກັບຊາວບ້ານ ບີ່ງເຄ ໄວກວ່າຢູ່ບ່ອນອື່ນ. ເອື້ອຍ ເຈືອງທິຖູຍ ຢູ່ ບ້ານ ດົ່ງດໍ່ ໃຫ້ຮູ້ວ່າ: ເນື້ອທີ່ກວ່າ 1.000 ຕາແມັດ ປູກຕົ້ນໝາກແປ້ນປະດັບຂອງຄອບຄົວເອື້ອຍ ພວມເຕີບໃຫຍ່ດີ ແລະ ລູກຄ້າມາສັ່ງຊື້ກວ່າເຄິ່ງຫນຶ່ງ ດ້ວຍລາຄາສູງກວ່າປີກາຍ.
TAG
VOV/VOVworld/ຕົ້ນໄມ້ປະດັບ/ຍາມບຸນເຕັດ/ດອກໄມ້
Related








