VOV WorldVOV World
ອວຍພອນອາຍຸຍືນ: ຈຸດວັດທະນະທຳອັນດີງາມຕົ້ນລະດູບານໃຫມ່, ປີໃຫມ່
19/02/2023 04:00
(VOVWORLD) -ຊາວຫວຽດນາມ ມີມູນເຊື້ອເຄົາລົບນັບຖືຜູ້ອາຍຸສູງ, ສ້າງເປັນຮີດຄອງປະເພນີອວຍພອນອາຍຸຍືນໃຫ້ແກ່ຜູ້ອາຍຸສູງ. ຢູ່ ຫວຽດນາມ, ພິທີອວຍພອນອາຍຸຍືນ ບໍ່ພຽງແຕ່ຈັດຕັ້ງຕາມວັນເກີດຄືຢູ່ບັນດາປະເທດຝ່າຍຕາເວັນຕົກເທົ່ານັ້ນ ຫາກເຄີຍໄດ້ຈັດຕັ້ງໃນໂອກາດບຸນເຕັດລະດູບານໃຫມ່ວຽນມາ. ໃນຊຸມວັນນີ້ ພິທີອວຍພອນອາຍຸຍືນ ກຳລັງໄດ້ຈັດຕັ້ງຢູ່ຫລາຍແຫ່ງໃນທົ່ວປະເທດຫວຽດນາມ.
ພິທີອວຍພອນອາຍຸຍືນໃຫ້ຜູ້ອາຍຸສູງຈັດຂຶ້ນໃນໂອກາດຕົ້ນລະດູບານໃຫມ່. (ພາບປະກອບ: Bao Yen Bai) ແຕ່ຮຸ່ງເຊົ້າ, ໂທລະໂຄ່ງຢູ່ ບ້ານ ທິງວຽນ ຕາແສງ ກາວເຢືອງ ເມືອງ ແທງອວາຍ ຮ່າໂນ້ຍ ຍາມໃດກໍ່ເປີດເພງເທດສະການປີໃໝ່ຢູ່ຕະຫຼອດເວລາ ແລະ ແຈ້ງຂ່າວກ່ຽວກັບພິທີອວຍພອນອາຍຸຍືນໃຫ້ຜູ້ອາຍຸສູງ ຊື່ງຈະໄດ້ຈັດຕັ້ງຢູ່ ວິຫານ ທິງວຽນ ແລະ ຫໍວັດທະນະທຳບ້ານ. ສ່ວນຢູ່ຄອບຄົວທີ່ມີຜູ້ອາຍຸສູງ ກໍ່ຈະໄດ້ອວຍພອນອາຍຸຍືນມາໃນໂອກາດນີ້, ບັນຍາກາດກະກຽມຍິ່ງຟົດຟື້ນ, ທຸກຄົນໃນຄອບຄົວກໍ່ພາກັນແຕ່ງເຍື່ອງອາຫານຕ່າງໆເພື່ອອວຍພອນອາຍຸຍືນໃຫ້ພໍ່ເຖົ້າແມ່ເຖົ້າ, ພໍ່ແມ່ທີ່ຮັກແພງຂອງຕົນ. ໃຜໆກໍ່ເລືອກນຸ່ງຊຸດໂສ້ງເສື້ອທີ່ງາມກວ່າໝູ່ໃນຊຸມມື້ນີ້. ບັນຍາກາດເບີກບານມ່ວນຊື່ນ, ອົບອຸ່ນທີ່ສຸດ, ພິທີອວຍພອນກໍ່ໄດ້ຈັດຂຶ້ນຢ່າງເຂັ່ງຂຶມ.
TAG
VOV/VOVworld/ອວຍພອນອາຍຸຍືນ/ຂວັນອັນລ້ຳຄ່າ/ຮີດຄອງປະເພນີ