ປະເພນີບຸນເຕັດ ສາລີ ຂອງຊາວເຜົ່າ ກົ໊ງ ໃນແຂວງ ລາຍເຈົາ
01/02/2025 09:33
(VOVWORLD) -ພໍ່ແມ່ພີ່ນ້ອງເຜົ່າ ກົ໊ງ ມີປະຊາກອນບໍ່ຮອດ 10.000 ຄົນ ດຳລົງຊີວິດຢູ່ສອງແຂວງ ລາຍເຈົາ ແລະ ດ້ຽນບຽນ. ຊາວເຜົ່າ ກົ໊ງ ມີບັນດາຈຸດວັດທະນະທຳຮີດຄອງປະເພນີທີ່ເປັນເອກະລັກ ໃນນັ້ນຕ້ອງເວົ້າເຖິງບຸນເຕັດ ສາລີ ເຊິ່ງແມ່ນບຸນເຕັດປະເພນີຂອງຊາວເຜົ່າ ກົ໊ງ

ພິທີເອົານ້ຳໃນບຸນເຕັດ ສາລີ ຂອງຊາວເຜົ່າ ກົ໊ງ ສຳລັບຊາວເຜົ່າ ກົ໊ງ ຢູ່ຕາແສງ ນ້ຳຂາວ ເມືອງ ເມື່ອງແຕ່ ແຂວງ ລາຍເຈົາ ແລ້ວ ບຸນເຕັດ ສາລີ ຖືກຈັດຂຶ້ນໃນວັນທີ 1 ເດືອນ 6 ໄລ່ຕາມຈັນທະປະຕິທິນແຕ່ລະປີ. ນີ້ແມ່ນໂອກາດເພື່ອໃຫ້ພໍ່ແມ່ພີ່ນ້ອງລາຍງານຕໍ່ບັນພະບູລຸດກ່ຽວກັບວຽກງານທີ່ໄດ້ເຮັດໃນປີ ແລະ ສະແດງຄວາມຂອບໃຈຕໍ່ບັນພະບູລຸດທີ່ໄດ້ຊ່ວຍໃຫ້ລູກຫຼານມີສຸຂະພາບແຂງແຮງ, ການຜະລິດ ປູກຝັງລ້ຽງສັດມີຄວາມສະດວກ ລະດູການຜະລິດໄດ້ຮັບຜົນດີເຂົ້າ ແລະ ເຂົ້າສານ, ສາລີເຕັມເຮືອນ ເພື່ອຕ້ອນຮັບບຸນເຕັດ ສາລິ, ຊາວເຜົ່າ ກົ໊ງ ກໍ່ຕ້ອງກະກຽມລ່ວງໜ້າເຄິ່ງເດືອນ. ທຸກໆຄົນໃນຄອບຄອບຕ້ອງໄປຫາຟືນ, ເຂົ້າໄປປ່າເອົາໜໍ່ໄມ້, ເດັດເຫັດ, ເອົາສາລີ ແລະ ລົງຫ້ວຍຈັບປາ ເພື່ອກະກຽມໃຫ້ແກ່ບຸນເຕັດ ສາລີ. ໝໍພອນ ຈາງວັນຊາງ ຢູ່ບ້ານ ລັງຟຽວ ຕາແສງ ນ້ຳຂາວ ເມືອງ ເມື່ອງແຕ່ ໃຫ້ຮູ້ວ່າ: “ຄອບຄົວໃດມີເງື່ອນໄຂກໍ່ຂ້າໝູ ແລ້ວກໍ່ເອົາຫົວໝູພ້ອມກັບຂາ ແລະ ຫາງໝູ, ເຄື່ອງໃນ, ເຂົ້າສານຖ້ວຍໜຶ່ງ, ໄຂ່ໜ່ວຍໜຶ່ງ, ເຂົ້າຕົ້ມຄູ່ໜຶ່ງ ພ້ອມກັບເຂົ້າໜົມສາລີ ແລະ ປູສອງຄູ່. ຄອບຄົວໃດບໍ່ມີເງື່ອນໄຂກໍ່ຂ້າໄກ່ ແລະ ມີໝາກໄມ້ເພື່ອຖວາຍບູຊາ”. ຊາວເຜົ່າ ກົ໊ງ ມີຄວາມສຳນຶກວ່າ ປູແມ່ນມີຄວາມໝາຍຢ່າງໃຫຍ່ຫຼວງໃນຊີວິດທາງດ້ານຈິດວິນຍານ. ດັ່ງນັ້ນ ພາເຂົ້າບູຊາບັນພະບູລຸດ ແລະ ເທວະດາຟ້າແຖນຍາມໃດກໍ່ຕ້ອງມີປູ 12 ໂຕ ເຊິ່ງເປັນສັນຍາລັກໃຫ້ແກ່ 12 ເດືອນໃນປີ ແລະ ເປັນສັນຍາລັກໃຫ້ແກ່ສັດ 12 ໂຕ. ສຳລັບຊາວເຜົ່າ ກົ໊ງ ແລ້ວ, ປູແມ່ນສັດປ້ອງກັນລະດູການຜະລິດ. ອ້າຍ ແສນວັນເງິນ ໃຫ້ຮູ້ວ່າ: “ຢ່າງໜ້ອຍສຸດໂຕປູຕ້ອງໃຫຍ່ຊ່ຳສອງນິ້ວມື ຈຶ່ງຈະມີມາດຖານພຽງພໍ ເພື່ອໃຊ້ເປັນເຄື່ອງຖວາຍບູຊາບັນພະບູລຸດ. ພວກປູ່ຍ່າເມື່ອກ່ອນນີ້ກໍ່ຖ່າຍທອດເຊັ່ນນັ້ນ, ປັດຈຸບັນພວກຂ້າພະເຈົ້າກໍ່ເຮັດຕາມປູ່ຍ່າ”. ຢູ່ຂ້າງແທ່ນບູຊາ, ຊາວເຜົ່າ ກົ໊ງ ກໍ່ວາງເຄື່ອງມືຮັບໃຊ້ການຜະລິດອອກແຮງງານໃນແຕ່ລະວັນຄື ມີດ, ຈົກ, ຊວ້ານ, ກ່ຽວ ເພາະວ່າເຂົ້າເຈົ້າມີຄວາມສຳນຶກວ່າ ເຄື່ອງມືຮັບໃຊ້ການຜະລິດນີ້ໄດ້ພ້ອມກັບຜູ້ອອກແຮງງານມີຄວາມລຳບາກໃນຕະຫຼອດປີ ດັ່ງນັ້ນກໍ່ຕ້ອງພັກຜ່ອນເພື່ອຕ້ອນຮັບບຸນເຕັດຄືດັ່ງມະນຸດ. ໝໍພອນ ຈາງວັນຊາງ ໃຫ້ຮູ້ວ່າ: “ຈູດທູບທຽນບູຊາ ເພື່ອລາຍງານຕໍ່ບັນພະບູລຸດວ່າ ມື້ນີ້ແມ່ນມື້ສັນວັນດີຕ້ອງມາເຮືອນຕ້ອນຮັບບຸນເຕັດ ສາລີ, ລາຍງານຕໍ່ບັນພະບູລຸດ ປູ່ຍ່າຕາຍາຍ ບັນດາຜູ້ທີ່ໄດ້ລ່ວງລັບໄປຈົ່ງຊ່ວຍໃຫ້ລູກຫຼານມີສສຸຂະພາບແຂງແຮງ ດິນຟ້າອາກາດອຳນວຍຄວາມສະດວກ ລະດູການຜະລິດໄດ້ຮັບຜົນດີ”. ໃນບຸນເຕັດ ສາລີ ນອກຈາກໄຫວ້ບູຊາບັນພະບູລຸດຢູ່ໃນເຮືອນແລ້ວ ຊາວເຜົ່າ ກົ໊ງ ຍັງທຳພິທີໄຫວ້ບູຊາຢູ່ເນື້ອທີ່ປູກສາລີ ດ້ວຍຄວາມໝາຍວ່າ ເພື່ອໃຫ້ເທວະດາຟ້າແຖນ ຊ່ວຍໃຫ້ພໍ່ແມ່ພີ່ນ້ອງມີລະດູການຜະລິດໄດ້ຮັບຜົນດີ. ດັ່ງນັັ້ນພໍ່ແມ່ພີ່ນ້ອງຈະເລືອກເອົາບັນດາຝັກສາລີຍາມຕົ້ນລະດູ ແລະ ຝັກສາລີອ່ອນເພື່ອເປັນເຄື່ອງຂອງຖວາຍບູຊາ. ນາງ ຫຼີທິຢັອງ ຢູ່ບ້ານ ລັງຟຽວ ຕາແສງ ນ້ຳຂາວ ເມືອງ ເມື່ອງແຕ່ ເວົ້າວ່າ: “ເມື່ອໄຫວ້ບູຊາແລ້ວ ທຸກຄອບຄົວໃດກໍ່ສານກະບຽນຕາແຫ. ຄອບຄົວຂອງເຮົາກໍ່ມີຫຼານນ້ອຍສອງຄົນກໍ່ສານສອງອັນ, ຖ້າຫາກວ່າສາມຄົນກໍ່ສານສາມອັນ ຫຼານນ້ອຍແຕ່ລະຄົນກໍ່ໄດ້ໜຶ່ງອັນເພື່ອມອບໃຫ້ພວກຫຼານໄດ້ຮັບໂຊກຮັບລາບ. ໃນກະບຽນກໍ່ມີໝາກແຕງໜຶ່ງໜ່ວຍພ້ອມກັບເຂົ້າຕົ້ມ, ຂາໄກ່ ແລະ ຊີ້ນປີ້ງອີກ”. ໃນວັນບຸນເຕັດ ສາລີ ຂອງຊາວເຜົ່າ ກົ໊ງ ກໍ່ຍັງມີປະເພນີລົງຫ້ວຍອາບນ້ຳ ແລະ ຊັກເຄື່ອງ. ເພາະສະນັ້ນໃນວັນນີ້ກໍ່ບໍ່ຕ້້ອງຮູ້ວ່າ ອາກາດຈະໜາວ ຫຼື ຮ້ອນກໍ່ຕາມ, ຊາວເຜົ່າ ກົ໊ງ ທັງບ້ານກໍ່ພ້ອມກັນລົງຫ້ວຍອາບນ້ຳເພື່ອສະສາງລ້າງຊ່ວຍກຳຈັດພະຍາດໂລຄາ ແລະ ນຳສຸຂະພາບຄວາມໂຊກດີມາສູ່ທຸກໆຄົນ.
TAG
VOV/VOVworld/ບຸນເຕັດສາລີ
Related








