ພິທີຜູກສ່ຽວເປັນອ້າຍນ້ອງ: ຄວາມງາມທາງດ້ານວັດທະນະທຳຂອງຊາວເຜົ່າເອເດ
27/04/2024 12:00
(VOVWORLD) - ຊາວເຜົ່າ ເອເດ ດຳລົງຊີວິດຢູ່ບັນດາແຂວງເຂດເຕິຍງວຽນ ມີຮີດຄອງປະເພນີອຸດົມສົມບູນ. ໜຶ່ງໃນບັນດາພິທີກຳທີ່ສະແດງໃຫ້ເຫັນຄວາມໝາຍທາງດ້ານຈິດວິນຍານຢ່າງເລິກເຊິ່ງ, ນ້ຳໃຈສາມັກຄີວົງຄະນາຍາດ ກໍ່ແມ່ນພິທີຜູກສ່ຽວເປັນອ້າຍນ້ອງ. ເຖິງວ່າຜ່ານບັນດາໄລຍະປະຫວັດສາດກໍ່ຕາມ ປະເພນີ້ຍັງຄົງໄດ້ຮັບການຮັກສາຈາກຊາວເຜົ່າ ເອເດ.

ທຸກໆຄົນກໍ່ພ້ອມກັນດື່ມເຫຼົ້າໄຫມ່ວນຊື່ນ ພາຍຫຼັງພິທີຜູກສ່ຽວ ສາມປີກ່ອນນີ້, ອ້າຍ ອີຢາວ ແລະ ອີຍີມ ຢູ່ຕາແສງ ອີອາຕາ ເມືອງກືເມີ່ກາ ແຂວງ ດັກລັກ ໄດ້ເປັນເພື່ອນນຳກັນແບບບັງເອີນ. ຜ່ານໄລຍະເວລາໜຶ່ງສອງຄົນກໍ່ເຫັນວ່າເໝາະກັນ ແລະ ມີຄວາມຫວັງຢາກຜູກພັນກັນເປັນອ້າຍນ້ອງໃນຄອບຄົວດຽວ ດັ່ງນັ້ນກໍ່ໄດ້ຈັດຕັ້ງພິທີຜູກສ່ຽວເປັນອ້າຍນ້ອງ ເຂົາເຈົ້າໄດ້ເຊື້ອເຊີນໝໍພອນ ແລະ ຊາວບ້ານພ້ອມກັບຄອບຄົວມາເປັນສັກຂີພະຍານ. ອ້າຍ ອີຍີມ ເວົ້າວ່າ “ຂ້າພະເຈົ້າໄດ້ປຶກສາກັບພໍ່ແມ່ ແລະ ໄດ້ຮັບຄວາມເຫັນດີຈາກພວກເພິ່ນ. ຂ້າພະເຈົ້າໄດ້ແຈ້ງຂ່າວໃຫ້ພໍ່ແມ່ພີ່ນ້ອງຢູ່ບ້ານໃກ້ເຮືອນຄຽງ ເພື່ອຮູ້ວ່າ ພວກຂ້າພະເຈົ້າໄດ້ເປັນແຮກສ່ຽວອ້າຍນ້ອງ. ພໍ່ຂ້າພະເຈົ້າກໍ່ດີໃຈ ແລະ ໄດ້ມີຕື່ມລູກຊາຍອີກຄົນໜຶ່ງ. ໃນພາຍພາກໜ້າ ຖ້າຫາກເຈັບເປັນກໍ່ມີຜູ້ມາຢື້ຢາມຖາມຂ່າວຊ່ວຍເຫຼືອກັນ”. ຕາມເຈົ້າເຫຼົ່າ ອີໂທນນີເອ ຕາແສງ ອີອາຕາ ແລ້ວ, ພິທີຜູກສ່ຽວເປັນອ້າຍນ້ອງແມ່ນມີຄວາມໝາຍທາງດ້ານວັດທະນະທຳມະນຸດ. ເຈົ້າເຫຼົ່ານີເອ ເວົ້າວ່າ: “ພິທີຜູກສ່ຽວເປັນອ້າຍນ້ອງ ຕາມປະເພນີຂອງຊາວເຜົ່າ ເອເດ ແມ່ນສຳຄັນທີ່ສຸດ. ຖ້າວ່າໄດ້ເປັນແຮກສ່ຽວອ້າຍນ້ອງແລ້ວ ນັບແຕ່ນີ້ເປັນຕົ້ນໄປ ເຂົາເຈົ້າຈະເປັນອ້າຍນ້ອງຕະຫຼອດໄປ”. ຕາມປະເພນີຂອງຊາວເຜົ່າ ເອເດ ແລ້ວ ພິທີຜູກສ່ຽວເປັນອ້າຍນ້ອງແມ່ນປະຕິບັດຕາມຄວາມອາສາສະໝັກ ບໍ່ສະແຫວງຫາຜົນປະໂຫຍດ. ນັ້ນແມ່ນການຜູກສ່ຽວລະຫວ່າງເພື່ອນສອງຄົນ ແຕ່ກໍ່ຍັງຈະເປັນພິທີຜູກສ່ຽວລະຫວ່າງບັນດາໝູ່ບ້ານນຳກັນ. ພິທີຜູກສ່ຽວເຄີຍຖືກຈັດຂຶ້ນຢູ່ເຮືອນຂອງໜຶ່ງໃນຈຳນວນສອງຄົນທີ່ຜູກສ່ຽວນຳກັນ. ກ່ອນທີ່ຈັດພິທີ, ເຈົ້າຂອງເຮືອນກະກຽມເຫຼົ້າໄຫ 10 ໄຫ, ໝູໜຶ່ງໂຕ, ໄກ່ສອງໂຕ ພ້ອມກັບເຂົ້າໜຽວ ແລະ ເຄື່ອງປຸງອື່ນໆ ເຄື່ອງຂອງທີ່ຂາດບໍ່ໄດ້ໃນພິທີຜູກສ່ຽວເປັນອ້າຍນ້ອງ ກໍ່ແມ່ນບັນດາປອກແຂນທອງ. ເພາະວ່າປອກແຂນຂອງຊາວເຜົ່າ ເອເດ ມີທັງປັດໄຈວັດທະນະທຳ ແລະ ປັດໄຈຈິດວິນຍານ ຕິດພັນກັບບັນດາພິທີກຳໃນຊີວິດຂອງມະນຸດ. ເຈົ້າເຫຼົ່າ ອີຣູອາອຸນ ຢູ່ຕາແສງ ອີອາຕາ ໃຫ້ຮູ້ວ່າ: “ສຳລັບປອກແຂກທອງນີ້ ບໍ່ຕ້ອງປະໃຫ້ສູນເສຍໄປ. ຖ້າຫາກຖືກສູນເສຍຜູ້ກ່ຽວຈະປະສົບກັບສິ່ງທີ່ບໍ່ໂຊກດີ ແລະ ສຸຂະພາບກໍ່ບໍ່ແຂງແຮງ. ປອກແຂນມີຈິດໃຈຂອງສອງຄົນຜູກພັນນຳກັນ”. ພາຍຫຼັງພິທີຜູກສ່ຽວ ສອງຄົນທີ່ເປັນອ້າຍນ້ອງ ຈະໄດ້ຮັບປອກແຂກທອງຈາກບັນດາສະມາຊິກ ຍາດພີ່ນ້ອງໃນຄອບຄົວເຈົ້າຂອງເຮືອນ. ຫຼັງຈາກນັ້ນທຸກໆຄົນກໍ່ພ້ອມກັນດື່ມເຫຼົ້າໄຫມ່ວນຊື່ນນຳກັນ. ພິເສດພາຍຫຼັງທີ່ໄດ້ຜູກສ່ຽວເປັນອ້າຍນ້ອງ ສິ່ງທີ່ຄະລຳທີ່ສຸດ ແມ່ນທຸກໆຄົນບໍ່ໄດ້ໂຕ້ຖຽກັນຂັດແຍ່ງກັນ. ຖ້າຫາກວ່າຜູ້ໃດລະເມີດກໍ່ຈະຖືກປັບໄໝໝູສາມໂຕ ຫຼື ຄວາຍໜຶງໂຕ ຫຼຶ ງົວໜຶ່ງໂຕ. ມາເປັນສັກຂີພະຍານຜູກສ່ຽວ, ນາງ ເຮີຢວນນີເອ ໃຫ້ຮູ້ວ່າ: “ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈຕໍ່ສີສັນຂອງພວກຂ້າພະເຈົ້າ. ຂ້າພະເຈົ້າຫວັງວ່າລຸ້ນຄົນຕໍ່ໄປ ຈະຮັກສາສີສັນຊົນເຜົ່າເອເດ ຕະຫຼອດໄປ”. ພິທີຜູກສ່ຽວເປັນອ້າຍນ້ອງໄດ້ຮັບຄວາມເຄົາລົບຮັກສາ ແລະ ສືບທອດກັນຜ່ານຫຼາຍລຸ້ນຄົນຈາກຊາວເຜົ່າ ເອເດ ນີ້ເປັນການສະແດງໃຫ້ເຫັນນ້ຳໃຈສາມັກຄີວົງຄະນາຍາດ ນັບມື້ໄດ້ຮັບການປັບປຸງເປັນກຳລັງໜູນ ເພື່ອໃຫ້ພໍ່ແມ່ພີ່ນ້ອຊາວເຜົ່າ ເອເດ ຜ່ານຜ່າຄວາມຫຍຸ້ງຍາກ ກໍ່ສ້າງໝູ່ບ້ານໃຫ້ນັບມື້ນັບຮັ່ງມີສວຍງາມ.
TAG
VOV/VOVworld/ຜູກສ່ຽວ
Related








