ການສົ່ງອອກຂອງຫວຽດນາມຈະເພີ່ມຂຶ້ນແຮງໃນຊຸມປີທີ່ຈະມາເຖິງ
20/07/2015 11:17
(vovworld)- ການສົ່ງອອກຂອງຫວຽດນາມຈະເພີ່ມຂຶ້ນແຮງໃນຊຸມປີທີ່ຈະມາເຖິງ....

ທ່ານ ເຈີນວັນຮັ່ງ ຫົວໜ້າກຳມາທິການການຕ່າງປະເທດ ສະພາແຫ່ງຊາດຫວຽດນາມ (vovworld)- ການສົ່ງອອກຂອງຫວຽດນາມຈະເພີ່ມຂຶ້ນແຮງໃນຊຸມປີທີ່ຈະມາເຖິງ. ນີ້ແມ່ນຂໍ້ສັງເກດຂອງບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສຳມະນາ “ ສະພາແຫ່ງຊາດກັບການໃຫ້ສັດຕະຍາບັນ ແລະ ປະຕິບັດບັນດາສັນຍາການຄ້າເສລີ” ຊຶ່ງຖືກຈັດຂຶ້ນຢູ່ແຂວງເທື່ອທຽນເຫ້ວ. ທ່ານ ເຈີນວັນຮັ່ງ ຫົວໜ້າກຳມາທິການການຕ່າງປະເທດ ສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ “ການເຈລະຈາ ແລະ ລົງນາມໃນບັນດາສັນຍາສາກົນ ແມ່ນໜຶ່ງໃນບັນດາຂົງເຂດທີ່ຂຶ້ນກັບຂອບເຂດການຕິດຕາມກວດກາຂອງ ກຳມາທິການການຕ່າງປະເທດ ສະພາແຫ່ງຊາດຫວຽດນາມ. ເພື່ອປະຕິບັດພາລະໜ້າທີ່ນີ້ເປັນຢ່າງດີ, ກຳມາທິການການຕ່າງປະເທດ ສະພາແຫ່ງຊາດຫວຽດນາມ ເຫັນວ່າ ການສະໜອງຂໍ້ມູນຂ່າວສານ, ຍົກສູງຄວາມຮັບຮູ້ກ່ຽວກັບ ບັນດາສັນຍາການຄ້າເສລີ, ຜົນກະທົບຂອງບັນດາສັນຍານີ້ທີ່ມີຕໍ່ຫວຽດນາມ ກໍຄືບົດບາດຂອງສະພາແຫ່ງຊາດຫວຽດນາມທີ່ມີຕໍ່ ການເຈລະຈາ ແລະ ລົງນາມ, ປະຕິບັດ ບັນດາສັນຍາການຄ້າເສລີ ແມ່ນມີຄວາມໝາຍສຳຄັນ ແລະ ຈຳເປັນທີ່ສຸດສຳລັບບັນດາ ສ.ສ.ຊ. ຜ່ານນັ້ນ, ກໍເພີ່ມທະວີບົດບາດຂອງສະພາແຫ່ງຊາດຫວຽດນາມໃນການຊຸກຍູ້ວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ ”
TAG
vovworld/ກຳມາທິການ ຕ່າງປະເທດ
Related
More








