ກ້ວຍຍວນ-ອາຫານທີ່ຮັບຄວາມນິຍົມບໍລິໂພກຂອງຊາວເຜົ່າຜູ້ໄທ ອຽນເຈົາ
03/08/2015 14:24
ຢູ່ເມືອງອຽນເຈົາ, ແຂວງເຊີນລາ, ໃນທ່າມກາງເຂດພູຜາປ່າໄມ່ທາງທິດຕາເວັນຕົກສ່ຽງເໜືອຂອງຫວຽດນາມນັ້ນ, ມີກ້ວຍຊະນິດໜຶ່ງທີ່ຊາວເຜົ່າຜູ້ໄທມັກທີ່ສຸດ, ນັ້ນແມ່ນກ້ວຍຍວນ

ຢູ່ເມືອງອຽນເຈົາ, ແຂວງເຊີນລາ, ໃນທ່າມກາງເຂດພູຜາປ່າໄມ່ທາງທິດຕາເວັນຕົກສ່ຽງເໜືອຂອງຫວຽດນາມນັ້ນ, ມີກ້ວຍຊະນິດໜຶ່ງທີ່ຊາວເຜົ່າຜູ້ໄທມັກທີ່ສຸດ, ນັ້ນແມ່ນກ້ວຍຍວນ. ບໍ່ພຽງແຕ່ຕິດພັນກັບການດຳລົງຊີວິດຂອງພໍ່ແມ່ປະຊາຊົນເທົ່ານັ້ນ, ກ້ວຍຍວນຍັງແມ່ນອາຫານທີ່ຂາດບໍ່ໄດ້ໃນໂອກາດວັນບຸນປິໃໝ່ຫຼືວັນຕ່າງໆຂອງ ຊາວເຜົ່າຜູ້ໄທຢູ່ແຫ່ງນີ້ອີກດ້ວຍ. ຕົ້ນກ້ວຍຍວນຖືກປູກໃນສວນຂອງລຸງ ລື່ວັນແບ້ງ ຕາມບັນດາຜູ້ເຖົ້າຜູ້ແກ່ຢູ່ບັນດາໝູ່ບ້ານຊາວເຜົ່າຜູ້ໄທ ອຽນເຈົາແລ້ວ, ກ້ວຍຍວນ ໄດ້ປະກົດມີຢູ່ເຂດດິນ ອຽນເຈົາ ມາແຕ່ດົນນານແລ້ວ. ພໍ່ແມ່ພີນ້ອງຢູ່ແຫ່ງນີ້ຍັງເອີ້ນ ກ້ວຍຍວນ ແມ່ນກ້ວຍປ່ຽວເພາະຕົ້ນກ້ວຍຊະນິດນີ້ ບໍ່ເຊັ່ນດຽວກັນກັບຕົ້ນກ້ວຍອື່ນ, ມັນຖືກປູກດ້ວຍແກ່ນຂອງມັນ ແລະ ເມື່ອເຕີບໂຕ ກໍບໍ່ສາມາດໃຫ້ກຳເນີດຕົ້ນກ້ວຍນ້ອຍໄດ້. ດອກກ້ວຍມີສີຂຽວຄືເຂົ້າເໝົາ, ເມື່ອໝາກສຸກແລ້ວ, ລຳຕົ້ນຈະຄ່ອຍຫ່ຽວ ແລະ ຕາຍໄປ. ເວລານັ້ນ, ແກ່ນຂອງມັນຫຼົ່ນລົງໜ້າດິນ ແລະ ພັດສືບຕໍ່ອອກໜໍ່ ກາຍເປັນຕົ້ນກ້ວຍອ່ອນໃໝ່. ລຸງ ລື່ວັນແບ້ງ ຊາວເຜົ່າຜູ້ໄທຢູ່ບ້ານນ່າວ່າ, ຕາແສງ ວຽງລ້ານ, ເມືອງອຽນເຈົາໃຫ້ຮູ້ວ່າ : “ກ້ວຍຍວນມີຕົ້ນກຳເນີດແມ່ນຢູ່ໃນປ່າ. ໄລຍະຕໍ່ມາ, ມີບາງຄອບຄົວນຳເອົາມາປູກໃນສວນຂອງຕົນ. ມາຮອດປະຈຸບັນ, ທຸກໆຄອບຄົວຢູ່ແຫ່ງນີ້ ລ້ວນແຕ່ປູກ ກ້ວຍຍວນ ເພື່ອຮັບໃຊ້ຊີວິດປະຈຳວັນ, ງານດອງ, ພິທີເຂົ້າເຮືອນໃໝ່…ແຕ່ລະຄອບຄົວກໍມີຕົ້ນກ້ວຍຢ່າງໜ້ອຍສຸດແຕ່ 5 ຫາ 10 ຕົ້ນ ແລະ ຫຼາຍສຸດແມ່ນແຕ່ 40 ຫາ 50 ຕົ້ນ ” ແຕ່ປາງກ່ອນ, ພໍ່ແມ່ປະຊາຊົນເຜົ່າຜູ້ໄທຢູ່ ອຽນເຈົາ ໄດ້ຮູ້ຈັກເຂົ້າໄປປ່າເອົາໜໍ່ໄມ້, ຜັກປ່າ, ກ້ວຍປ່າມາກິນ. ນັບຕັ້ງແຕ່ນັ້ນເປັນຕົ້ນມາ, ມັນໄດ້ກາຍເປັນອາຫານທີ່ຂາດບໍ່ໄດ້ຂອງຊາວບ້ານແຫ່ງນີ້ໃນງານບຸນ, ງານສົບ ແລະ ວັນບຸນຕ່າງໆ. ລຸງ ລື່ວັນແບ້ງ ຊາວເຜົ່າຜູ້ໄທຢູ່ບ້ານນ່າວ່າ, ຕາແສງ ວຽງລ້ານ, ເມືອງອຽນເຈົາໃຫ້ຮູ້ວ່າອີກວ່າ : “ ເມື່ອມີງານດອງ, ງານສົບ, ພິທີເຂົ້າເຮືອນໃໝ່, ອາຫານທຸກໆເຍື່ອງ ເຖິງວ່າມີຊີ້ນ, ຜັກຊະນິດຕ່າງໆກໍຕາມ, ແຕ່ບໍ່ອາດຂາດເຍື່ອງແກງກ້ວຍຍວນໄດ້. ຖ້າມີໂອກາດເຂົ້າຮ້ານອາຫານຢູ່ແຫ່ງນີ້, ແກງກ້ວຍຍວນ ກໍແມ່ນເຍື່ອງອາຫານພິເສດຂອງຊາວເຜົ່າຜູ້ໄທ ” ຍ້ອນວ່າແມ່ນເຍື່ອງອາຫານທີ່ໄດ້ຮັບຄວາມນິຍົມບໍລິໂພກຈາກ ຊາວເຜົ່າຜູ້ໄທ, ດັ່ງນັ້ນຊາວບ້ານໄດ້ເຂົ້າໄປປ່າ ຊອກຫາ, ຂຸດເອົາຕົ້ນກ້ວຍອ່ອນມາປູກໃນສວນຂອງຕົນ. ເພື່ອປຸງແຕ່ງແກງກ້ວຍທີ່ແຊບນັ້ນ, ແມ່ນຕ້ອງຮູ້ຈັກວິທີປຸງແຕ່ງກັບວັດຖຸດິບ, ເຄື່ອງຫອມຕ່າງໆ. ລຸງ ລື່ວັນແບ້ງ ໃຫ້ຮູ້ວ່າ : “ ເມືອ່ຕົ້ມແກງຍວນ, ກ່ອນອື່ນໝົດ, ຕ້ອງຕັດຊອຍກ້ວຍເປັນຕອນພໍດີ, ບໍ່ນ້ອຍ ກໍບໍ່ໃຫຍ່. ເມື່ອຈັດງານດອງ, ງານສົບ, ເວລານັ້ນເຮົາມີຊີ້ນຄວາຍ, ຊີ້ນງົວ, ຊີ້ີນໝູ, ເຮົາກໍເອົາກ້ວຍຕົ້ມກັບຊີ້ນງົວ, ຊີ້ນຄວາຍຈຶ່ງແຊບ. ເພື່ອປຸງແຕ່ງແກງກ້ວຍຍວນ ໃຫ້ແຊບນັ້ນ, ທີ 1 ແມ່ນຕ້ອງຕົ້ມເປັນເວລານານ. ທີ 2 ຕ້ອງໃສ່ໃບໝາກຂາມຫຼືໝາກຂາມສົ້ມອີກດ້ວຍ. ” ບໍ່ພຽງແຕ່ພໍ່ແມ່ພີນ້ອງຊາວເຜົ່າຜູ້ໄທຢູ່ບັນດາໝູ່ບ້ານ ອຽນເຈົາ ມັກກິນ ກ້ວຍຍວນເທົ່ານັ້ນ, ຫາກຍັງມີບັນດາຜູ້ເຖົ້າ, ຜູ້ແກ່ຕະຫຼອດຮອດເດັກນ້ອຍຢູ່ແຫ່ງນີ້ມັກກິນອີກດ້ວຍ. ໃນຄວາມຫຼາກຫຼາຍ, ອຸດົມສົມບຸນທາງດ້ານອາຫານການກິນໃນປະຈຸບັນ, ແກງກ້ວຍຍວນຍັງຄົງແມ່ນໜຶ່ງໃນບັນດາເຍື່ອງອາຫານທີ່ຂາດບໍ່ໄດ້ໃນພາເຂົ້າຂອງ ຊາວເຜົ່າຜູ້ໄທ. ບໍ່ພຽງແຕ່ເຊັ່ນນັ້ນ, ແກງກ້ວຍຍວນໃນປະຈຸບັນ ຍັງມີໃນລາຍການອາຫານຢູ່ພັດຕະຄານຕ່າງໆ ແນໃສ່ແນະນຳໃຫ້ແຂກທ່ອງທ່ຽວກ່ຽວກັບລົດຊາດອາຫານຂອງຊາວເຜົ່າຜູ້ໄທ. ປ້າ ລໍ່ທິມົນ ຢູ່ບ້ານ ຕຸມ, ຕາແສງ ຈຽງຄອຍ, ເມືອງອຽນເຈົາ ໃຫ້ຮູ້ວ່າ : “ ສຳລັບຊາວເຜົ່າຜູ້ໄທຢູ່ອຽນເຈົາແລ້ວ, ເມື່ອເວົ້າກ່ຽວກັບຕົ້ນກ້ວຍຍວນ, ໃນ ເມື່ອມີງານດອງ, ງານສົບ, ພິທີເຂົ້າເຮືອນໃໝ່, ຖ້າຫາກບໍ່ມີກ້ວຍຍວນ ກໍຖືວ່າບໍ່ມີຄວາມມ່ວນຊື່ນ. ເຖິງວ່າມີຄວາມຂ້ອງຄາໃນງານດອງ, ງານສົບກໍຕາມ, ແຕ່ກໍຕ້ອງປຸງແຕ່ງເຍື່ອງອາຫານແກງກ້ວຍຍວນ ຍ້ອນວ່າທຸກໆຄົນຕ່າງກໍມັກກິນ, ບໍ່ວ່າແມ່ນຊາວເຜົ່າກິງຫຼືເຜົ່າຜູ້ໄທ ” ຖ້າຫາກນັກທ່ອງທ່ຽວມີໂອກາດມາຢ້ຽມຢາມອຽນເຈົາ, ຢາລືມຊິມລົດຊາດພິເສດຂອງ ແກງກ້ວຍຍວນອຽນເຈົາ ຊຶ່ງແມ່ນເຍື່ອງອາຫານຕິດພັນກັບຊີວິດຂອງປະຊາຊົນເຂດພູສູງແຫ່ງນີ້.
TAG
vovworld/ກ້ວຍຍວນ/ສວນ
Related
More








