VOV WorldVOV World
ເຈີນອຽນ: ເມືອງຊົນນະບົດໃຫມ່ແຫ່ງທຳອິດຂອງເຂດໄຕບັກ
07/05/2021 11:13
(VOVWORLD) -ການຜະລິດກະສິກຳຢູ່ ເມືອງ ເຈີນອຽນ ແຂວງ ອຽນບາຍ ໃນໄລຍະຜ່ານມາ ໄດ້ມີບາດກ້າວພັດທະນາອັນໃຫຍ່ຫລວງ. ເພື່ອບັນລຸໄດ້ສິ່ງນັ້ນ ການນຳເມືອງ ໄດ້ກຳນົດລະອຽດບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງ, ຕົ້ນໄມ້, ສັດລ້ຽງເປັນຫລັກແຫລ່ງໃນການພັດທະນາເສດຖະກິດ ຄື: ການປູກມອນລ້ຽງມ້ອນ, ຫນໍ່ໄມ້ໄຜ່ ບາດໂດ້, ຕົ້ນໄຄ... ທິດກ້າວເດີນນີ້ ໄດ້ຊ່ວຍໃຫ້ປະຊາຊົນຫັນປ່ຽນການຜະລິດ, ຍົກສູງລາຍຮັບ, ປະກອບສ່ວນນຳ ເຈີນອຽນ ກາຍເປັນເມືອງຊົນນະບົດໃຫມ່ແຫ່ງທຳອິດຂອງເຂດພູດອຍ ໄຕບັກ.
ເຈີນອຽນ: ເມືອງຊົນນະບົດໃຫມ່ແຫ່ງທຳອິດຂອງເຂດໄຕບັກ
ລຸງ ຫງວຽນດຶກມີງ ຮັກສາການລ້ຽງມ້ອນມາເປັນເວລາຫລາຍປີ ເຖິງວ່າ ຫຍຸ້ງວຽກກວ່າເມື່ອທຽບໃສ່ກັບການລ້ຽງໝູ, ເຮັດນາ ແຕ່ຄອບຄົວລຸງ ຫງວຽນດຶກມີງ ຢູ່ ບ້ານ ລານດີງ ຕາແສງ ຫວຽດແທ່ງ ເມືອງ ເຈີນອຽນ ຍັງຄົງຮັກສາການລ້ຽງມ້ອນມາເປັນເວລາຫລາຍປີ ຍ້ອນມີລາຍຮັບສູງພໍສົມຄວນເມື່ອທຽບໃສ່ການເຮັດນາ, ປູກສາລີ. ທ່ານ ຫງວຽນວັນແມ້ງ, ຮອງຫົວຫນ້າຫ້ອງການກະສິກຳ ແລະ ພັດທະນາຊົນນະບົດ ເມືອງ ເຈີນອຽນ ໃຫ້ຮູ້ວ່າ: ດ້ວຍການກຳນົດທິດພັດທະນາກະສິກຳ, ໄລຍະຜ່ານມາ ຂະແຫນງກະສິກຳເມືອງ ໄດ້ແນະນຳໃຫ້ພໍ່ແມ່ປະຊາຊົນ ຫັນປ່ຽນເນື້ອທີ່ການປູກເຂົ້າທີ່ບໍ່ບັນລຸປະສິດທິຜົນ, ດິນຢູ່ແຄມແມ່ນ້ຳແດງ ມາປູກມອນລ້ຽງມ້ອນ ແລະ ຫນູນຊ່ວຍພໍ່ແມ່ປະຊາຊົນກ່ຽວກັບດ້ານເຕັກນິກ. ປະຈຸບັນ ອຳນາດການປົກຄອງເມືອງ ໄດ້ກໍ່ສ້າງບັນດາເຂດປູກມອນລ້ຽງມ້ອນຕາມຂັ້ນຕອນ ເພື່ອແນໃສ່ຫລຸດຜ່ອນລາຍຈ່າຍ, ຄ່າແຮງງານໃຫ້ແກ່ຊາວກະສິກອນ,ເພີ່ມປະລິມານການລ້ຽງມ້ອນ. ປໍ້ມ້ອນໄດ້ນຳໄປຂາຍໃຫ້ບໍລິສັດ, ວິສາຫະກິດດ້ວຍລາຄາເປັນປົກກະຕິ ແມ່ນປະມານ 100.000 ດົ່ງ/ກິໂລກຼາມ. ການປູກມອນລ້ຽງມ້ອນໄດ້ນຳລາຍຮັບມາໃຫ້ປະຊາຊົນ ສູງກວ່າ 5- 7 ເທົ່າເມື່ອທຽບໃສ່ການປູກເຂົ້າ.  “ ແຕ່ລະໄລຍະລ້ຽງມ້ອນ ຫລື ຕົ້ນລະດູການ ລ້ວນແຕ່ມີພະນັກງານເຕັກນິກ ພະນັກງານສົ່ງເສີມກະສິກຳລົງ ໄປ ແນະນຳບັນດາມາດຕະການເຕັກນິກໃນການລ້ຽງ ແລະ ປ້ອງກັນພະຍາດໃຫ້ມ້ອນ. ເມື່ອປະຊາຊົນ ມີແນວພັນດີ ເວລານັ້ນ ລ້ຽງມ້ອນຈຶ່ງບັນລຸປະສິດທິຜົນສູງ.” ອາຊີບ ລ້ຽງມ້ອນ ນຳມາເຊິ່ງລາຍຮັບຫລາຍພໍສົມຄວນໃຫ້ແກ່ປະຊາຊົນໃນຫລາຍປີ ເມືອງ ເຈີນອຽນ ປະຈຸບັນ ມີເນື້ອທີ່ເກືອບ 700 ເຮັກຕາ ແມ່ນສະຫງວນໃຫ້ແກ່ການລ້ຽງມ້ອນ, ສ່ວນຫລາຍແມ່ນຢູ່ບັນດາຕາແສງ ຫວຽດແທ່ງ, ບາວດາບ, ອີການ, ກູຍມົງ ແລະ ໄດ້ກາຍເປັນອາຊີບຫລັກຂອງພໍ່ແມ່ຊາວກະສິກອນ. ອາຊີບລ້ຽງມ້ອນ ໄດ້ນຳມາເຊິ່ງລາຍຮັບຫລາຍພໍສົມຄວນໃຫ້ແກ່ປະຊາຊົນໃນຫລາຍປີຜ່ານມາ, ສະເພາະ ປີ 2020 ເຖິງວ່າຖືກຜົນກະທົບຈາກໂລກລະບາດໂຄວິດ 19 ກໍຕາມ ແຕ່ການປູກມອນລ້ຽງມ້ອນ ຍັງໄດ້ນຳມາເຊິ່ງລາຍຮັບປະມານ 80 ຕື້ດົ່ງ ໃຫ້ຊາວກະສິກອນທ້ອງຖິ່ນ. ທ່ານ ເຈີນດົງ ປະທານຄະນະກຳມະການປະຊາຊົນ ເມືອງເຈີນອຽນ ແຂວງອຽນບາຍ ໃຫ້ຮູ້ວ່າ:    “ ໄລຍະ 2020 – 2025, ໃນການຜະລິດກະສິກຳ - ປ່າໄມ້ ເມືອງສືບຕໍ່ກຳນົດບັນດາຕົ້ນໄມ້ຫລັກແຫລ່ງຂອງເມືອງຄື: ການປູກມອນລ້ຽງມ້ອນ, ສູ້ຊົນບັນລຸກວ່າ 1 ພັນເຮັກຕາໃນໄລຍະຈະມາເຖິງ, ຮັກສາເນື້ອທີ່ປູກຫນໍ່ໄມ້ບາດໂດ້ ແມ່ນ 3.500 ເຮັກຕາ, ປູກຕົ້ນໄຄ ປອດສານພິດ. ເພື່ອພັດທະນາບັນດາຕົ້ນໄມ້ຫລັກແຫລ່ງຂອງແຂວງແບບຍືນຍົງ ອຳນາດການປົກຄອງເມືອງ ພວມຮ່ວມມືກັບບັນດາວິສາຫະກິດ, ຫົວຫນ່ວຍຂຶ້ນກັບກະຊວງກະສິກຳ ຊອກຫາບັນດາແຫລ່ງແນວພັນມ້ອນທາງການ, ຮ່ວມສຳພັນກັບບັນດາວິສາຫະກິດ ເພື່ອຈັດຕັ້ງການເກັບຊື້,ປຸງແຕ່ງ…  ຊ່ວຍໃຫ້ພໍ່ແມ່ປະຊາຊົນຂາຍຜະລິດຕະພັນໄດ້ລາຄາເປັນປົກກະຕິ ແລະ ມີຄວາມອຸ່ນອ່ຽນໃຈກວ່າ” ຈາກແຜນນະໂຍບາຍອັນຖືກທິດ, ຄວາມເປັນເຈົ້າການຂອງປະຊາຊົນ, ເສດຖະກິດ ສັງຄົມຂອງເມືອງເຈີນອຽນ ໄດ້ມີການພັດທະນາຢ່າງຕັ້ງຫນ້າ, ຄອບຄົວທຸກຍາກຂອງເມືອງຍັງເຫລືອພຽງກວ່າ 4%, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸເກືອບ 40 ລ້ານດົ່ງໃນປີຜ່ານມາ, ນຳເມືອງກາຍເປັນເມືອງຊົນນະບົດໃຫມ່ທຳອິດຂອງບັນດາແຂວງໄຕບັກ.   ນັບແຕ່ນີ້ຮອດປີ 2025, ໂດຍປະຕິບັດແຜນນະໂຍບາຍຂອງການນຳເມືອງ, ເຈີນອຽນ ຈະບຸລິມະສິດດຶງດູດການລົງທຶນເຂົ້າບັນດາເຂດອຸດສາຫະກຳ, ກໍ່ສ້າງບັນດາໂຮງຈັກປຸງແຕ່ງລົງເລິກກ່ຽວກັບຫນໍ່ໄມ້ໄຜ່ບາດໂດ້, ເສັ້ນໄໝມ້ອນ ຢູ່ເຂດວັດຖຸດິບນີ້ ເພື່ອເພີ່ມປະສິດທິຜົນດ້ານເສດຖະກິດຕື່ມອີກ.
TAG
VOV/VOVworld/ປູກມອນລ້ຽງມ້ອນ/ອາຊີບລ້ຽງມ້ອນ

More