ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດ ຮຸ່ງ ຢູ່ ຝູເທາະ
26/04/2026 06:07
[VOVWORLD] - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບບັນດາການຳພັກ, ລັດ ແລະ ການນຳທ້ອງຖິ່ນ ໄດ້ຖະຫວາຍທູບທຽນ, ດອກໄມ້, ເຄື່ອງບູຊາເພື່ອອາໄລຫາ, ຕອບບຸນແທນຄຸນຕໍ່ຄຸນງາມຄວາມດີຂອງບັນດາເຈົ້າຊີວິດ ຮຸ່ງ

Ảnh 4/4: Sáng cùng ngày, Tổng Bí thư, Chủ tịch nước Tô Lâm cùng các lãnh đạo Đảng, Nhà nước tới đặt vòng hoa, thắp hương tại Lăng Hùng Vương; dâng hoa tại Bức phù điêu Bác Hồ nói chuyện với cán bộ, chiến sỹ Đại đoàn quân Tiên Phong tại Ngã năm Đền Giếng và dâng hương tại Đền thờ Quốc Tổ Lạc Long Quân. (ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເຂົ້າຮ່ວມ ແລະ ຖະຫວາຍທູບທຽນ ພ້ອມກັບບັນດາການນຳ, ອະດີດການນຳ ຫວຽດນາມ ເຂົ້າຮ່ວມພິທີ) ຕອນເຊົ້າວັນທີ 26 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ທີ່ ວັງ ກິງທຽນ ຢູ່ຈອມພູ ເງັ້ຍລີ້ງ ຂຶ້ນກັບເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດພິເສດວິຫານ ຮຸ່ງ (ແຂວງ ຝູເທາະ), ທາງແຂວງ ໄດ້ຈັດພິທີຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດ ຮຸ່ງ ຂຶ້ນຢ່າງສົມກຽດ. ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເຂົ້າຮ່ວມ ແລະ ຖະຫວາຍທູບທຽນ. ຢູ່ວັງ ກິງທຽນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບບັນດາການຳພັກ, ລັດ ແລະ ການນຳທ້ອງຖິ່ນ ໄດ້ຖະຫວາຍທູບທຽນ, ດອກໄມ້, ເຄື່ອງບູຊາເພື່ອອາໄລຫາ, ຕອບບຸນແທນຄຸນຕໍ່ຄຸນງາມຄວາມດີຂອງບັນດາເຈົ້າຊີວິດ ຮຸ່ງ, ບັນດາບັນພະບຸລຸດຜູ້ມີຄຸນງາມຄວາມດີໃນການສ້າງຕັ້ງ ແລະ ປົກປັກຮັກສາປະເທດຊາດ ເພື່ອໃຫ້ລຸ້ນລູກລຸ້ນຫຼານສືບທອດມູນເຊື້ອສ້າງຕັ້ງປະເທດ ຫວຽດນາມ ໃຫ້ຮັ່ງມີ, ສວຍງາມ, ສີວິໄລຄືໃນປະຈຸບັນ. Ảnh 2/4: Tổng Bí thư, Chủ tịch nước Tô Lâm phát biểu tại buổi lễ. Ảnh: VOV (ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ພິທີ) ພາຍຫຼັງພິທີຖະຫວາຍທູບທຽນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ໂອ້ລົມກັບພໍ່ແມ່ປະຊາຊົນຢູ່ທີ່ນີ້. ທ່ານເນັ້ນໜັກວ່າ: “ການສ້າງຕັ້ງປະເທດຊາດແມ່ນຄຸນງາມຄວາມດີຂອງບັນພະບຸລຸດ. ການປົກປັກຮັກສາ ແລະ ພັດທະນາປະເທດຊາດແມ່ນໜ້າທີ່ຂອງລຸ້ນປະຈຸບັນ ແລະ ອະນາຄົດ. ການປົກປັກຮັກສາແມ່ນປົກປັກຮັກສາເອກະລາດ, ອະທິປະໄຕ, ທ້ອນໂຮມປະເທດຊາດເປັນເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ; ແມ່ນການປົກປ້ອງສັນຕິພາບ, ປົກປ້ອງຊີວິດອັນສະຫງົບສຸກຂອງປະຊາຊົນ”. ສຳລັບໄວໜຸ່ມ, ນັກຮຽນ, ນັກສຶກສາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາວ່າ: “ບັນພະບູລຸດໄດ້ມອບປະເທດໜຶ່ງໃຫ້ພວກເຮົາ. ລຸ້ນໜຸ່ມຕ້ອງເຮັດໃຫ້ປະເທດນັ້ນພັດທະນາຢ່າງເຂັ້ມແຂງ, ມີວັດທະນາທຳມະນຸດກວ່າ, ມີທີ່ຕັ້ງສູງກວ່າ. ພວກຫຼານຈົ່ງຮ່ຳຮຽນໃຫ້ເປັນຢ່າງດີ, ຝຶກຝົນຫຼໍ່ຫຼອມໃຫ້ເປັນຢ່າງດີ, ຍາມໃດກໍ່ຈື່ຈຳຫຼັກສິນທຳຂອງຊາວ ຫວຽດນາມ, ມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບປະຫວັດສາດ, ວັດທະນະທຳຂອງຊາດ”. ຕໍ່ຈາກນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ຄະນະຜູ້ແທນ ໄດ້ໄປຖະຫວາຍທູບທຽນ, ດອກໄມ້ຢູ່ຮູບປັ້ນ “ລຸ່ງ ໂຮ່ ໂອ້ລົມກັບພະນັກງານ, ນັກຮົບກອງພົນໃຫຍ່ນຳໜ້າ” ຢູ່ເຂດ 5 ແຍກວິຫານ ຢຽງ; ຖະຫວາຍທູບທຽນ, ດອກໄມ້ຢູ່ວິຫານ ຫຼາກລອງກວັນ.
TAG
VOV/VOVWORLD/ໄວໜຸ່ມ/ນັກຮຽນ/ນັກສຶກສາ/ພັດທະນາ/ເຂັ້ມແຂງ
Related
More







