ທ່ານເລຂາທິການໃຫຍ່ ໂຕເລິມ ເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ດ່ານັ້ງ
25/04/2026 14:27
[VOVWORLD] - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕີລາຄາສູງຄວາມເປັນເຈົ້າການຂອງນະຄອນ ດ່ານັ້ງ ໃນການຫັນບັນດາການກຳນົດທິດໃຫຍ່ຂອງສູນກາງໃຫ້ກາຍເປັນໂຄງການການກະທຳໃນໄລຍະຜ່ານມາ.

16_25-4_am_chieu_tong_bi_thu_anh_2.jpg ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ ຕອນບ່າຍວັນທີ 25 ເມສາ, ຢູ່ນະຄອນ ດ່ານັ້ງ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ດ່ານັ້ງ ກ່ຽວກັບສະພາບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ແລະ ໜ້າທີ່ການເມືອງຈຸດສຸມຈຳນວນໜຶ່ງຂອງນະຄອນ. ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕີລາຄາສູງຄວາມເປັນເຈົ້າການຂອງນະຄອນ ດ່ານັ້ງ ໃນການຫັນບັນດາການກຳນົດທິດໃຫຍ່ຂອງສູນກາງໃຫ້ກາຍເປັນໂຄງການການກະທຳໃນໄລຍະຜ່ານມາ. ເມື່ອເນັ້ນໜັກໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ: “ສຸມໃສ່ເປັນຢ່າງສູງໃຫ້ແກ່ເປົ້າໝາຍເຕີບໂຕຢ່າງວ່ອງໄວ, ແຕ່ຕ້ອງຍືນຍົງ, ແທດຈິງ ແລະ ມີຄຸນນະພາບ; ຮູບແບບເຕີບໂຕໃໝ່ຂອງນະຄອນ ຕ້ອງອີງໃສ່ສະມັດຕະພາບ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ປະສິດທິຜົນການຈັດແບ່ງແຫຼ່ງກຳລັງ. ຕ້ອງພັດທະນາຢ່າງແຮງຕໍ່ບັນດາບັນດາຂົງເຂດມີມູນຄ່າເພີ່ມສູງ ແລະ ມີກຳລັງແຜ່ກະຈາຍໃຫຍ່, ຄື: ການບໍລິການມີຄຸນນະພາບສູງ, ການທ່ອງທ່ຽວຄຸນນະພາບສູງ, logistics, ອຸດສາຫະກຳເຕັກໂນໂລຊີສູງ, ການເງິນ, ເສດຖະກິດດີຈີຕອນ…”
TAG
VOV/VOVWORLD/ສະມັດຕະພາບ/ວິທະຍາສາດ/ເຕັກໂນໂລຊີ
Related






