ກັບຄືນສູ່ເຂດດິນແດນບັນພະບຸລຸດ ເພື່ອມີຄວາມເອກອ້າງທະນົງໃຈຕໍ່ກົກເຄົ້າເຫງົ້າກໍ
25/04/2026 09:25
[VOVWORLD] - ນັບແຕ່ຮຸ່ງເຊົ້າ, ບັນດາຜູ້ໄປນະມັດສະການກັບເມືອເຂດດິນແດນແຫ່ງບັນພະບູລຸດໄດ້ລຽນກັນເປັນແຖວຍາວຈາກຕິນພູ ເງັ້ຍລິ້ງ ຂຶ້ນຮອດວິຫານ ເທື້ອງ, ເຂດບູຊາບັນດາເຈົ້າຊີວິດ ຮຸ່ງ ຜູ້ທີ່ມີຄຸນງາມຄວາມດີໃນການສ້າງຕັ້ງປະເທດ ວັນລາງ, ລັດທຳອິດຂອງຊາດ ຫຼາກຫວຽດ ໃນເມື່ອກ່ອນ.

333.jpg ວັນບຸນບູຊາບັນພະບຸລຸດ ຈັດຂຶ້ນໃນວັນທີ 10 ເດືອນ 3 (ໄລ່ຕາມຈັນທະປະຕິທິນ) ແຕ່ລະປີ ນັບແຕ່ຫຼາຍລຸ້ນຄົນມານີ້, ກອນຜະຫຍາ “ເຖິງວ່າຈະຂຶ້ນເໜືອລົງໃຕ້ກໍ່ຕາມ ກໍ່ຕ້ອງຄິດຮອດວັນບຸນບູຊາບັນພະບຸລຸດ ວັນທີ 10 ເດືອນ 3” ບໍ່ພຽງແຕ່ແມ່ນຄຳບອກເຕືອນກ່ຽວກັບວັນເວລາເທົ່ານັ້ນ, ຫາກຍັງໄດ້ຝັງເລິກກ່ຽວກັບວັນບຸນສຳຄັນຂອງຊາດໃນຈິດສຳນຶກຂອງຊາວ ຫວຽດນາມ ນັບລ້ານໆຄົນອີກດ້ວຍ. ຮອດເດືອນ 3 ໄລ່ຕາມຈັນທະປະຕິທິນແຕ່ລະປີ, ເຂດດິນແດນທີ່ສັກກະລະບູຊາ ເງັ້ຍລິ້ງ (ຂຶ້ນກັບຕາແສງ ຮີເກືອງ, ແຂວງ ຝູເຖາະ), ພັດກາຍເປັນສະຖານທີ່ເຕົ້າໂຮມຈິດໃຈມະຫາສາມັກຄີ. ຊາວ ຫວຽດນາມ ໃນທົ່ວທຸກແຫ່ງໄດ້ເຕົ້າໂຮມກັນຢູ່ທີ່ນີ້ ເພື່ອກັບເມືອຫາສີສັນວັດທະນະທຳ, ຄິດຮອດກົກເຄົ້າເຫງົ້າກໍ, ເພື່ອໃຫ້ມີຄວາມຮັກ, ຄວາມເອກອ້າງທະນົງໃຈດ້ວຍຄຳທີ່ວ່າ “ພໍ່ແມ່ປະຊາຊົນ” ຕື່ມອີກ. ນັບແຕ່ຮຸ່ງເຊົ້າ, ບັນດາຜູ້ໄປນະມັດສະການກັບເມືອເຂດດິນແດນແຫ່ງບັນພະບູລຸດໄດ້ລຽນກັນເປັນແຖວຍາວຈາກຕິນພູ ເງັ້ຍລິ້ງ ຂຶ້ນຮອດວິຫານ ເທື້ອງ, ເຂດບູຊາບັນດາເຈົ້າຊີວິດ ຮຸ່ງ ຜູ້ທີ່ມີຄຸນງາມຄວາມດີໃນການສ້າງຕັ້ງປະເທດ ວັນລາງ, ລັດທຳອິດຂອງຊາດ ຫຼາກຫວຽດ ໃນເມື່ອກ່ອນ. ເຖິງວ່າ, ມື້ອື່ນ, ວັນທີ 10 ເດືອນ 3 (ໄລ່ຕາມຈັນທະປະຕິທິນ) ຈຶ່ງແມ່ນມື້ບຸນແທ້, ແຕ່ມີຫຼາຍຄົນໄດ້ເລືອກເອົາການກັບເມືອວິຫານ ຮຸ່ງ ນັບແຕ່ຮຸ່ງເຊົ້າ ເພື່ອຕອບບຸນແທນຄຸນທີ່ສະຫງົບງຽບ. ບໍ່ຈຳແນກອາຍຸ, ເຂດພາກ, ທຸກຄົນລ້ວນແຕ່ອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ ດ້ວຍຈິດໃຈເຄົາລົບນັບຖືຢ່າງເລິກເຊິ່ງ. ຂະບວນຄົນໄປນະມັດສະການ ບໍ່ພຽງແຕ່ມາຈາກບັນດາແຂວງ, ນະຄອນເຂດໃກ້ຄຽງເທົ່ານັ້ນ, ຫາກຍັງມີຫຼາຍຄົນໄດ້ມາຈາກເຂດຫ່າງໄກ, ຈາກເຂດພາກກາງແດດລົມຮ້ອນ, ຈາກດິນແດນທາງທິດໃຕ້ ຫຼື ເຂດພູສູງ, ເຂດຊາຍແດນທາງທິດເໜືອ ເພື່ອໃຫ້ມີໜ້າຢູ່ແຫ່ງນີ້ໃນຈຸດເວລາກ່ອນມື້ຈັດວັນບຸນແທ້. “ຂ້າພະເຈົ້າໄດ້ອອກເດີນທາງແຕ່ຕອນ 12 ໂມງກາງຄືນມື້ກ່ອນ, ມາຮອດນີ້ກໍ່ແມ່ນຕອນ 5 ໂມງເຊົ້າ. ມາຮອດແຫ່ງນີ້ແມ່ນມີຄວາມຈູບຈ້າວຫ້າວຫັນ ແລະ ພາກພູມໃຈທີ່ສຸດ, ສະນັ້ນຄວາມອິດເມື່ອຍກໍ່ຫາຍໄປໝົດ”. “ພວກຂ້າພະເຈົ້າມາຈາກ ເຫ້ວ, ກກັບເມືອຫາເຂດດິນແດນບັນພະບູລຸດ. ພວກຂ້າພະເຈົ້າຮູ້ສຶກອົບອຸ່ນ ແລະ ມີຄວາມເອກອ້າງທະນົງໃນທີ່ໄດ້ມາແຫ່ງນີ້ເພື່ອຖະຫວາຍທູບທຽນຕອບບຸນແທນຄຸນຕໍ່ເຈົ້າຊີວິດ ຮຸ່ງ”. ວິຫານ ຮຸ່ງ ບໍ່ພຽງແຕ່ແມ່ນສະຖານທີ່ປະຫວັດສາດເທົ່ານັ້ນ, ຫາກຍັງກາຍເປັນສັນຍາລັກທາງດ້ານຈິດໃຈຢ່າງເລິກເຊິ່ງ. ຢູ່ເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດນີ້, ບັນຍາກາດຂອງວັນບຸນທັງເຄັ່ງຂຶມດ້ວຍບັນດາພິທີກຳທີ່ເປັນມູນເຊື້ອ, ທັງຟົດຟື້ນດ້ວຍບັນດາສີສັນວັດທະນະທຳທີ່ໄດ້ເຕົ້າໂຮມກັນຢູ່ແຫ່ງນີ້. ໃນຈິດສຳນຶກຂອງຊາວ ຫວຽດນາມ ແລ້ວ, ລູກຫຼານຊາວ ຫວຽດນາມ ແຕ່ລະຄົນໄດ້ເກີດມາຈາກໄຂ່ຮ້ອຍໜ່ວຍຂອງພະແມ່ ເອົາເກີ. ເທບນິຍາຍນັ້ນໄດ້ປຸກລຸກສະຕິກ່ຽວກັບນ້ຳໃຈຂອງຊາດ, ນ້ຳໃຈມະນຸດ ແລະ ເຊືີອມຕໍ່່ທຸກຄົນໃຫ້ກາຍເປັນກຸ່ມກ້ອນມະຫາສາມັກຄີ. “ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ກັບມາແຫ່ງນີ້ຖືກກັບວັນບຸນ, ເຫັນມີຫຼາຍຄົນຄືແນວນີ້ ແຕ່ຂ້າພະເຈົ້າຮູ້ສຶກວ່າ ຊາວ ຫວຽດນາມ ເຮົາດຳລົງຊີວິດດ້ວຍຄວາມຮູ້ບູນຄຸນ”. “ຂ້າພະເຈົ້າເຫັນວ່າ ສາຍຕາ, ຮ້ອຍຍິ້ມຂອງທຸກຄົນເມື່ອມາແຫ່ງນີ້, ບໍ່ຕ້ອງຮູ້ວ່າແມ່ນຊົນເຜົ່າໃດ, ທັງໝົດຄືດັ່ງອ້າຍນ້ອງໃນຄອບຄົວດຽວກັນ, ໃກ້ຊິດສະໜິດສະໜົມກັນຫຼາຍ”. ໃນກະແສຜູ້ຄົນທີ່ກັບມາເຂດດິນແດນແຫ່ງບັນພະບຸລຸດໃນຊຸມວັນນີ້, ເຂດປູຊະນີຍະສະຖານປະຫວັດສາດວິຫານ ຮຸ່ງ ຍັງຕ້ອນຮັບບັນດາຜູ້ເປັນລູກທີ່ກັບມາຈາກທຸກແຫ່ງຫົນໃນໂລກ. ສຳລັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ການເດີນທາງຂຶ້ນຂັ້ນໄດຫີນ 500 ຂັ້ນເພື່ອຂຶ້ນວັງ ກິງທຽນ ຢູ່ຈອມພູ ເງັ້ຍລິ້ງ ແມ່ນການປະພຶດຕົວຈິງທີ່ສັກກະລະບູຊາ. “ຂ້າພະເຈົ້າຮູ້ສຶກວ່າໂຊກດີຫຼາຍເມື່ອໄດ້ມາຮອດວັງ ກິງທຽນ ແລະ ຖະຫວາຍທູບທຽນ. ສິ່ງນີ້ແມ່ນສິ່ງທີ່ສັກສິດທີ່ສຸດຕໍ່ກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໝົດທຸກຄົນ”. “ຂ້າພະເຈົ້າຮູ້ສຶກເປັນກຽດເມື່ອໄດ້ມາແຫ່ງນີ້ເພື່ອຖະຫວາຍທູບທຽນ ແລະ ອາໄລຫາບັນດາເຈົ້າຊີວິດ ຮຸ່ງ ທີ່ມີຄຸນງາມຄວາມດີໃນການສ້າງຕັ້ງປະເທດຊາດ”. ວັນບຸນໄຫວ້ບູຊາເຈົ້າຊີວິດ ຮຸ່ງ ບໍ່ພຽງແຕ່ແມ່ນໂອກາດເພື່ອຫວນຄືນຈາລຶກອະດີດຕະການເທົ່ານັ້ນ, ຫາກຍັງແມ່ນຈຸດເວລາເພື່ອໃຫ້ຊາວ ຫວຽດນາມ ໃນມື້ນີ້ ມີສະຕິຢ່າງຈະແຈ້ງກວ່າ ກ່ຽວກັບຄວາມຮັບຜິດຊອບຕໍ່ການປົກປັກຮັກສາປະເທດຊາດ, ກ່ຽວກັບຄວາມຄາດຫວັງພັດທະນາປະເທດຊາດໃຫ້ລະເລີນຮຸ່ງເຮືອງ. ຖືກກັບຄຳສຸພາສິດທີ່ວ່າ “ເປັນຄົນຕ້ອງມີບັນພະບູລຸດ ເຊື້ອສາຍ, ກໍຄືກັບຕົ້ນໄມ້ມີຮາກ, ແມ່ນ້ຳມີຕົ້ນກຳເນີດ”, ການເດີນທາງຕອບບຸນແທນຄຸນອັນສັກກະລະບູຊານີ້ໄດ້ກາຍເປັນຈຸດຄວາມງາມທາງດ້ານວັດທະນະທຳ, ສະແດງໃຫ້ເຫັນເຖິງຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງຊາດ ຫວຽດນາມ.
TAG
VOV/VOVWORLD/ພະແມ່/ເອົາເກີມ/ຄຳສຸພາສິດ
Related








