VOV WorldVOV World
ຕາ​ແສງ​ຫິ້ວ​ລຽນ​-ແຂວງລ້າງ​ເຊີນ- “ບ້ານ​ວັດ​ທະ​ນະ​ທຳ” ຢູ່​ເຂດ​​ພູດອຍ
11/12/2025 10:30
(VOVWORLD) - ພາຍຫຼັງແຂວງ ລ້າງເຊີນ ໄດ້ໂຮມເສັ້ນແດນທາງບໍລິຫານເຂົ້າ, ສະຖານທີ່ວັດທະນະທຳຊີວະພາບຕາແສງ ຫິ້ວລຽນ ໄດ້ຖືກເປີດກ້ວາງອອກ. ເວທີປາໄສ ອາຊຽນ ຫາກໍ່ມອບລາງວັນການທ່ອງທ່ຽວປະຊາຄົມ ອາຊຽນ ໃຫ້ແກ່ຕາແສງຫິ້ວລຽນ ຊື່ງໄດ້ເປັນຂີດໝາຍແຫ່ງຄວາມມານະພະຍາຍາມອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າທ້ອງຖິ່ນໃນຕະຫຼອດຫຼາຍປີຜ່ານມາ.
ຕາ​ແສງ​ຫິ້ວ​ລຽນ​-ແຂວງລ້າງ​ເຊີນ- “ບ້ານ​ວັດ​ທະ​ນະ​ທຳ” ຢູ່​ເຂດ​​ພູດອຍ
(ພາບ: baolangson.vn )    ບັນດາຫຼັງຄາເຮືອນ ຈິງເຕື່ອງ ຂອງຊາວເຜົ່າໄຕ່, ບັນດາທົ່ງນາຢູ່ໃຕ້ຮົ່ມພູຫີນປູນ… ທັງໝົດໄດ້ສ້າງເປັນຄວາມງາມແບບຮົກເຮື້ອແຕ່ດູດດື່ມໃຈທີ່ສຸດຂອງຕາແສງ ຫິ້ວລຽນ. ສິ່ງທີ່ໄດ້ເຮັດໃຫ້ໝູ່ບ້ານທ່ອງທ່ຽວແຫ່ງນີ້ ໄດ້ຮັບລາງວັນຈາກ ເວທີປາໄສທ່ອງທ່ຽວ ອາຊຽນ ບໍ່ພຽງແຕ່ແມ່ນທິວທັດທຳມະຊາດເທົ່ານັ້ນ, ຫາກຍັງແມ່ນພະລັງຊີວິດຂອງວັດທະນະທຳທ້ອງຖິ່ນ, ແມ່ນຄວາມມານະພະຍາຍາມຂອງປະຊາຄົມ ໃນການຮັກສາບັນດາຄຸນຄ່າທີ່ກຳລັງມີຢູ່ນັ້ນດ້ວຍຄວາມເອກອ້າງທະນົງໃຈ, ຄວາມເຊື່ອໝັ້ນ ແລະ ດ້ວຍວີທີເຂົາເຈົ້າດຳລົງຊີວິດໃນແຕ່ລະວັນ. ອ້າຍ ໂງເອິດມ້າວ ເຈົ້າຂອງ Homestay Mao ແບ່ງປັນວ່າ:    ພວກ ຂ້າ ພະ ເຈົ້າ ໄດ້ ຮັກ ສາ ບັນ ດາ ຈຸດ ວັດ ທະ ນະ ທຳ ທີ່ ເປັນ ເອ ກະ ລັກ ສະ ເພາະ ທີ່ ສຸດ ຂອງ ທ້ອງ ຖິ່ນ . ຄຽງ ຂ້້າງນັ້ນ ຍັງ ໄດ້ ປົວ ແປງ ພື້ນ ຖານ ໂຄງ ລ່າງ ເພື່ອ ຕອບ ສະ ໜອງ ຄວາມ ຕ້ອງ ການ ຂອງ ແຂກ ທ່ອງ ທ່ຽວ ອີກ ດ້ວຍ . ພວກ ຂ້າ ພະ ເຈົ້າ ໄດ້ ອະ ນຸ ລັກ ຮັກ ສາ ບັນ ດາ ຄຸນ ຄ່າ ກ່ຽວ ກັບ ມູນ ເຊື້ອ ວັດ ທະ ນະ ທຳ ຂອງ ຊາດ ຄື : ເຮືອນ ຮ້ານ , ຮິດ ຄອງ ປະ ເພ ນີ , ການ ກິນ ຢູ່ ແລະ ການ ເຄື່ອນ ໄຫວ ລົງ ຕົວ ຈິງ ຂອງ ທ້ອງ ຖິ່ນ ຈຳນວນໜຶ່ງ ຄື : ປູກ ເຂົ້າ , ປູກ ຕົ້ນ ໄມ້ ແລະ ອື່ນໆ … (ພາບ: baolangson.vn )  ແຂກທ່ອງທ່ຽວມາຢ້ຽມຢາມຕາແສງ ຫິ້ວລຽນ ບໍ່ພຽງແຕ່ໄດ້ຊອກຫາສະຖານທີ່ check-in ເທົ່ານັ້ນ, ຫາກຍັງເພື່ອຊອກຫາ “ບ້ານວັດທະນະທຳ” ເພື່ອລົງຕົວຈິງ ແລະ ເຊື່ອມຕໍ່ອີກດ້ວຍ. ແຂກທ່ອງທ່ຽວຫຼາຍຄົນໄດ້ແບ່ງປັນວ່າ ສິ່ງທີ່ເຮັດໃຫ້ເຂົາເຈົ້າມີຄວາມຮັກຕໍ່ເຂດດິນແດນແຫ່ງນີ້ ແມ່ນວິທີທີ່ ປຊຊ ໄດ້ເຄົາລົບທຳມະຊາດ, ເຄົາລົບມູນເຊື້ອ ແລະ ເຄົາລົບທັງແຂກທ່ອງທ່ຽວອີກດ້ວຍ, ເຊິ່ງບໍ່ໄດ້ຫັນປັນການຄ້າ, ບໍ່ສັບສົນ. ເອື້ອຍ Larar, ແຂກທ່ອງທ່ຽວມາຈາກ ອາເມລິກາ ໃຫ້ຮູ້ວ່າ:    ພວກ ຂ້າ ພະ ເຈົ້າ ມີ ຄວາມ ເບີກ ບານ ມ່ວນ ຊື່ນ ທີ່ ສຸດ , ໄດ້ ຮັບ ຊົມ ບັນ ດາ ໝູ່ ບ້ານ ທີ່ ສະ ຫງົບ ງຽບ , ພົບ ປະ ກັບ ບັນ ດາ ປ ຊ ຊ ຜູ້ ເປັນ ມິດ ແລະ ພິ ເສດ , ເດັກ ນ້ອຍ ໄດ້ ເວົ້າ “ hello ” ແລ ະ ຍົກມືທັກທາຍ ກັບ ພວກ ຂ້າ ພະ ເຈົ້າ . Homestay ມີ ຄວາມ ສະ ດວກ ສະ ບາຍທີ່ ສຸດ , ອາ ຫານກໍ່ ແຊບ , ທິວ ທັດ ທຳ ມະ ຊາດ ກໍ່ ສວຍ ງາມ , ຊາວ ບ້ານ ເປັນ ຜູ້ ຮັກ ແພງ ແຂກ ຄົນ … ໜຶ່ງໃນບັນດາຈຸດທີ່ເຮັດໃຫ້ເວທີປາໄສ ອາຊຽນ ໄດ້ຕີລາຄາສູງຕາແສງ ຫິ້ວລຽນ ນັ້ນແມ່ນການເຂົ້າຮ່ວມຢ່າງຄົບຖ້ວນຂອງປະຊາຄົມ. ຈາກເຈົ້າຂອງ homestay, ຜູ້ຮັບໃຊ້ຕະຫຼອດຮອດກອງສິລະປະກອນ… ທຸກຄົນລ້ວນແຕ່ແມ່ນຊາວທ້ອງຖິ່ນ. ເຂົ້າເຈົ້າບໍ່ໄດ້ສະແດງ, ຫາກກຳລັງດຳລົງຊີວິດຢູ່. ດັ່ງນັ້ນ, ເມື່ອແຂກທ່ອງທ່ຽວມານີ້ ໄດ້ເຂົ້າເຖິງບັນດາການບໍລິການກໍ່ລ້ວນແຕ່ຮູ້ສຶກໄດ້ຄວາມຈິງໃຈ ແລະ ໃກ້ຊິດ. ໂດຍໄດ້ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າທ່າໄດ້ປຽບທີ່ມີຢູ່ແລ້ວເພື່ອພັດທະນາການທ່ອງທ່ຽວ, ທ່ານ ຮ່ວາງມິນຕຽນ, ຮອງປະທານຄະນະກຳມະການ ປຊຊ ຕາແສງ ຫິ້ວລຽນ ແບ່ງປັນວ່າ:   ໃນ ປີ 2025, ຕາ ແສງ ຫິ້ວ ລຽນ ເປັນ ກຽດ ໄດ້ ຮັບ ຮູ້ ວ່າ ແມ່ນໝູ່ ບ້ານ ທ່ອງ ທ່ຽວ ປະ ຊາ ຄົມ ອາ ຊຽນ . ສຳ ລັບ ການ ອະ ນຸ ລັກ ຮັກ ສາ , ເສີມ ຂະ ຫຍາຍ ຄຸນ ຄ່າ ວັດ ທະ ນະ ທຳບໍ່ ເປັນ ຮູບ ຮ່າງ ໃນ ບໍ ລິ ເວນ ຕາ ແສງ ຫິ້ວ ລຽນ ໃນ ປະ ຈຸ ບັນ , ພວກ ຂ້າ ພະ ເຈົ້າ ກຳ ລັງ ປະ ຕິ ບັດ ການ ເສີມ ຂະ ຫຍາຍ ຄຸນ ຄ່າ ວັດ ທະ ນະ ທຳ ຂອງ ປະ ຊາ ຄົມ ຊາວ ເຜົ່າ ຢ້າວ ແລະ ໄດ້ ສ້າງ ຕັ້ງ 6 ໜ່ວຍ ສິ ລະ ປະ ກອນ .    ຕາແສງ ຫິ້ວລຽນ ໄດ້ສ້າງຂີດໝາຍໃນແຜນທີ່ການທ່ອງທ່ຽວພາກພື້ນ. ແຕ່ຄຸນຄ່າໃຫ່ຍຫຼວງທີ່ສຸດຂອງເຂດດິນແດນແຫ່ງນີ້ແມ່ນຢູ່ບ່ອນວ່າ: ຕາແສງ ຫິ້ວລຽນ ບໍ່ໄປຕາມການທ່ອງທ່ຽວທັນສະໄໝ, ຫາກຍັງໄດ້ເລືອກເອົາການເຮັດແບບຊ້າໆ, ໜັກແໜ້ນ ແລະ ເຕັມໄປດ້ວຍສີສັນ.    ປະຊາຄົມຜູ້ເຮັດການທ່ອງທ່ຽວຢູ່ ຕາແສງ ຫິ້ວລຽນ ຍາມໃດກໍ່ຈະຮັກສາບັນດາຄຸນຄ່າທີ່ພວມມີຢູ່ນັ້ນ ເພື່ອແຂກທ່ອງທ່ຽວແຕ່ລະຄົນ, ເມື່ອມາຢ້ຽມຢາມເຂດດິນແດນແຫ່ງນີ້ ລ້ວນແຕ່ໄດ້ເຫັນ, ໄດ້ຮັບຟັງ, ໄດ້ດຳລົງຊີວິດໃນບັນຍາກາດວັດທະນະທຳຂອງທ້ອງຖິ່ນ./.
TAG
VOV/VOVworld/ຕາ​ແສງ​ຫິ້ວ​ລຽນ​-ແຂວງລ້າງ​ເຊີນ- “ບ້ານ​ວັດ​ທະ​ນະ​ທຳ” ຢູ່​ເຂດ​​ພູດອຍ/ເອື້ອຍ Larar/ແຂກທ່ອງທ່ຽວມາຈາກ ອາເມລິກາ/ທ່ານ ຮ່ວາງມິນຕຽນ/ຮອງປະທານຄະນະກຳມະການ ປຊຊ ຕາແສງ ຫິ້ວລຽນ/ອ້າຍ ໂງເອິດມ້າວ ເຈົ້າຂອງ Homestay Mao