ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີ ສິງກະໂປ
16/04/2026 10:31
[VOVWORLD] - ຕອນເຊົ້າວັນທີ 16 ເມສາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານ Lawrence Wong, ນາຍົກລັດຖະມົນຕີ ສິງກະໂປ.

14_16-4_am_chieu_anh_1.jpg (ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ທີ່ການໂອ້ລົມທາງໂທລະສັບ) ທີ່ການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແບ່ງປັນວ່າ ຫວຽດນາມ ຈະປະກາດໃຊ້ນະໂຍບາຍໃໝ່ ເພື່ອດຶງດູດນັກລົງທຶນຕ່າງປະເທດທີ່ລົງທຶນເຂົ້າ ຫວຽດນາມ ໃຫ້ຫຼາຍກວ່າ, ໃນນັ້ນມີບັນດານັກລົງທຶນ ສິງກະໂປ; ທ່ານສະເໜີໃຫ້ ສິງກະໂປ ໜູນຊ່ວຍ ຫວຽດນາມ ກໍ່ສ້າງບັນດາສູນການເງິນສາກົນ; ເປີດກວ້າງ ແລະ ຍົກລະດັບບັນດາເຄືອຂ່າຍເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ລຸ້ນໃໝ່ ຕິດພັນກັບການຖ່າຍທອດເຕັກໂນໂລຊີສູງ. ສ່ວນທ່ານນາຍົກລັດຖະມົນຕີ Lawrence Wong ສະແດງຄວາມເຫັນດີເປັນເອກະພາບຢ່າງສູງຕໍ່ບັນດາການຕີລາຄາ ແລະ ຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ເລມິນຮຶງ, ຢືນຢັນວ່າ ສິງກະໂປ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ ແລະ ພ້ອມແລ້ວຈະຜັນຂະຫຍາຍບັນດາເນື້ອໃນຮ່ວມມືທີ່ໄດ້ເປັນເອກະພາບແລ້ວ. ນາຍົກລັດຖະມົນຕີ 2 ທ່ານກໍ່ເຫັນດີສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍູ້ແຮງການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ; ຮັກສາບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ, ໃນນັ້ນມີກົນໄກແລກປ່ຽນປະຈຳປີລະຫວ່າງນາຍົກລັດຖະມົນຕີ 2 ທ່ານ; ຜັນຂະຫຍາຍກົນໄກເຈລະຈາຍຸດທະສາດລະຫວ່າງ 2 ພັກກຳອຳນາດ ປີ 2026 ໂດຍໄວ; ຮ່ວມມືກັນຮັບປະກັນຄວາມໝັ້ນຄົງດ້ານພະລັງງານ…
TAG
VOV/VOVWORLD/ພົບປະ/ຂັ້ນສູງ/ທຸກຂັ້ນ
Related
More




