ຕາ​ແສງ ໂວ​ແຈັງ ແມ່ນ​ເຂດ​ປູກ​ຊາ​ຈຸດ​ສຸມຂອງ​ແຂວງ ໄທ​ງວຽນ ຊື່​ງ​ມີ​ເນື້ອ​ທີ່​ປູກ​ຊາ​ກວ່າ 2.600 ເຮັກ​ຕາ, ມີ​ໝູ່​ບ້ານ​ອາ​ຊີບ​ພື້ນ​ເມືອງ​ນັບ​ສິບ​ແຫ່ງ ແລະ ປະ​ລິ​ມານ​ການ​ຜະ​ລິດ​ຍອດຊາ​ສົດກໍ່ນອນໃນ​ກຸ່ມ​ສູງ​ກວ່າ​ໝູ່​ຂອງ​ແຂວງ. ໃນ​ຊຸມ​ປີມໍ່ໆ​ມານີ້, ພ້ອມ​ກັບ​ການ​ຜະ​ລິດ​ຕາມ​ມາດ​ຖານ​ປະ​ຕິ​ບັດ​ການ​ຜະ​ລິດ​ກະ​ສິ​ກຳ​ດີ​ຂອງ ຫວຽດ​ນາມ (VietGAP), ທ້ອງ​ຖິ່ນໄດ້​ພັດ​ທະ​ນາ​ບັນ​ດາ​ເຂດ​ປູກ​ຊາ​ອໍແກນນິກ​ເທື່ອ​ລະ​ກ້າວ ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງທີ່​ນັບ​ມື້​ນັບ​ສູງ​ຂອງ​ຕະຫຼາດ​ຢູ່​ພາຍ​ໃນປະ​ເທດ ແລະ ສາ​ກົນ.

ບໍ່​​ຄື​ກັນ​ກັບວິ​ທີ​ປູກແບບ​ເກົ່າ, ເມື່ອ​ປູກ​ຊາ​ອໍແກນນິກ​ ໄດ້ຮຽກ​ຮ້ອງໃຫ້​ຜູ້​ປູກ​ຕ້ອງ​ປ່ຽນ​ແປງ​ນັບ​ແຕ່​ຂອດປັບ​ດິນ, ນຳ​ໃຊ້​ຝຸ່ນອໍແກນ​ນິກ, ກັກກັນສັດຕູພືດ​ດ້ວຍ​ວິ​ທີ​ຊີ​ວະ​ສາດ ຕະຫຼອດ​ຮອດ​ຂັ້ນ​ຕອ​ນ​ເດັດ​ຊາ, ປຸງ​ແຕ່ງ ແລະ ການຄົ້ນຫາ​ຕົ້ນ​ກຳ​ເນີດ. ເງິນ​ລົງ​ທຶນ​ສູງ​ກວ່າ, ໃຊ້ເວ​ລາ​ຍາວ​ກວ່າ ແຕ່​ມູນ​ຄ່າ​ເສດ​ຖະ​ກິດ ແລະ ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ຜະ​ລິດ​ຕະ​ພັນ​ໄດ້​ຍົກ​ສູງ​ຂຶ້ນ. ທ່ານ ບຸ່ຍ​ເຟືອງ​ຖາວ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ ປ​ຊ​ຊ ຕາ​ແສງ ໂວ​ແຈັງ, ແຂວງ ໄທ​ງວຽນ ໃຫ້​ຮູ້​ວ່າ:

ພວກຂ້າ​ພະ​ເຈົ້າ​ສຸມ​ໃສ່​ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ກະ​ສິ​ກຳ ແລະ ຫັດ​ຖະ​ກຳ. ໃນ​ນັ້ນ​ສຸມ​ໃສ່​ກະ​ສິ​ກຳ​ສີ​ຂຽວ, ຕົ້ນ​ຊາ​ແມ່ນ​ແກ່ນ​ສານ. ສຸມ​ໃສ່​​ບັນ​ດາ​ແຫຼ່ງ​ກຳ​ລັງ​ຄື: ຍູ້​ແຮງວຽກ​ງານ​ສື່ມວນຊົນ; ລົງ​ທຶນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ. ປະ​ຈຸ​ບັນ, ທາງ​ແຂວງ ໄດ້​ພັດ​ທະ​ນາ 15 ຜະ​ລິດ​ຕະ​ພັນ OCOP (ໂຄງ​ການ​ໜຶ່ງຕາ​ແສງ​ ໜຶ່ງ​ຜະ​ລິດ​ຕະ​ພັນ) ໃຫ້​ແກ່​ຂະ​ແໜງ​ຊາຂອງ ຕາ​ແສງ ໂວ​ແຈັງ.

ເພື່ອ​ໃຫ້​ຕົ້ນ​ຊາອໍແກນ​ນິກ​ບັນ​ລຸ​ຄຸນ​ນະ​ພາບ​ດີ, ສະ​ຫະ​ກອນ​ຈຳ​ນວນ​ໜຶ່ງ​ໄດ້​ລົງ​ທຶນ​ສ້າງ​ລະ​ບົບ​ຜະ​ລິດ​ຄົບ​ວົງ​ຈອນ, ນັບ​ແຕ່​ປູກ​ຕົ້ນ​ຊາ ໄປເຖິງ​ການ​ປຸງ​ແຕ່ງ ແລະ ຊົມໃຊ້​ຊາ. ທ່ານ ຫວູ​ແທ່ງ​ເທີມ, ປະ​ທານ​ສະ​ຫະ​ກອນ​ຊາ​ປອດ​ສານ​ພິດ ດາດ​ຟາດ, ຕາ​ແສງ ໂວ​ແຈັງ, ແຂວງ ໄທ​ງວຽນ ໃຫ້​ຮູ້​ວ່າ:

ເພື່ອ​ມີ​ຜະ​ລິດ​ຕະ​ພັນ​ຊາ​ແຊບ​ທີ່​ສຸດ, ສະ​ຫະ​ກອນ​ໄດ້​ເລືອກ​ແນວ​ພັນ​ຊາ ກີມ​ຕວຽນ, ນອກ​ຈາກນັ້ນ​ກໍ່​ຍັງ​ມີຫຼາຍແນວ​ພັນອື່ນໆ​ອີກ​ຄື: ຊາ F1; ຊາ​ ດິງ… ຊາ​ບັນ​ລຸ​ມາດ​ຖານ OCOP 4 ດາວ ​ນັບ​ແຕ່​ຂອດ​ບົວ​ລະ​ບັດຕະຫຼອດ​ຮອດ​ການ​ປຸງ​ແຕ່ງກໍ່​ຕ້ອງ​ປະ​ຕິ​ບັດ​ຕາມ​ຂັ້ນຕອນ​ທີ່​ເຂັ້ມ​ງວດ. ສະ​ຫະ​ກອນກໍ່​ໄດ້​ຕ້ອນ​ຮັບຫຼາຍ​ຄະ​ນະ​ແຂກ​ຕ່າງ​ປະ​ເທດ​ມາ​ຢ້ຽມ​ຢາມ ແລະ ດື່ມ​ນ້ຳ​ຊາ, ເຂົາ​ເຈົ້າ​ລ້ວນ​ແຕ່​ໄດ້​ຕີ​ລ​າ​ຄາ​ສູງ​ຄຸນ​ນະ​ພາບ​ຊາ ແລະ ຊື້​ຊາຫຼາຍ​ພໍ​ສົມ​ຄວນ.

ບໍ່​ພຽງແຕ່​ໄດ້​ນຳ​ມາ​ເຊິ່ງ​ຄຸນ​ຄ່າ​ດ້ານ​ເສດ​ຖະ​ກິດ​ເທົ່າ​ນັ້ນ, ບັນ​ດາ​ສວນ​ຊາ​ສີ​ຂຽວ​ອຸ່ມ​ທຸ່ມ​ຍັງ​ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ໃຈ​ແຂກ​ທ່ອງ​ທ່ຽວ​ອີກ​ດ້ວຍ. ແທນ​ທີ່ຈະ​ຊື້​ພຽງແຕ່ຜະ​ລິດ​ຕະ​ພັນ, ຫຼາຍ​ຄົນ​ຍັງ​ຢາກ​ລົງ​ສວນເພື່ອ​ເດັດ​ຊາດ​, ອົບ​ຊາ, ດື່ມນ້ຳ​ຊາ ແລະ ຊອກ​ຮູ້​ວັດ​ທະ​ນະ​ທຳ​ຊາ ໄທ​ງວຽນ. ທ່ານ​ນາງ ຈູ​ທິ​ໂດ້ ຮອງ​ຜູ້​ອຳ​ນວຍ​ການ​ສູນ​ຂຸດ​ຄົ້ນ​ສົ່ງ​ເສີມ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແຂວງ ໄທ​ງວຽນ ໃຫ້​ຮູ້​ວ່າ:

ຕາ​ແສງ ໂວ​ແຈັງ ມີ​ເຂດ​ປູກ​ຊາ ແຄ​ກົກ ແມ່ນ​ໜຶ່ງ​ໃນ 5 ສະ​ຖານ​ທີ່​ປູກ​ຊາ​ທີ່​ມີ​ຊື່​ສຽງ​ຂອງ​ແຂງ ໄທ​ງວຽນ. ປະ​ຈຸ​ບັນ, ແຂວງ ໄທ​ງວຽນ ພວມ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ ຕິດ​ພັນ​ກັບ​ວັດ​ທະ​ນະ​ທຳ​ຊາ. ການ​ເຮັດ​ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ ຕິດ​ພັນ​ກັບ​ວັດ​ທະ​ນະ​ທຳ​ຊາ​ອໍແກນນິກ, ທິວ​ທັດ​ທຳ​ມະ​ຊາດ​ກັບ​ບັນ​ດາ​ໂນນຊາ​ທີ່​ສວຍ​ງາມ, ພ້ອມ​​ກັບນັ້ນ ກໍ່ແມ່ນບັນ​ດາ​ສວນ​ປູກ​ຕົ້ນ​ໄມ້​ກິນ​ໝາກ ແລະ ​ສີສັນ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ ຊານ​ໄຈ.

ຈາກບັນ​ດາ​ຕົ້ນ​ຊາ​ຂຽວ​ໃນ​ເຂດ​ດິນ​ແດນ​ຕາ​ແສງ ໂວ​ແຈັງ, ທິດ​ທາງ​ພັດ​ທະ​ນາ​ໃໝ່​ພວມ​ໄດ້​ຮັບ​ການ​ສ້າງ​ຂຶ້ນ: ການ​ພັດ​ທະ​ນາ​ກະ​ສິ​ກຳ​ປອດ​ສານ​ພິດ ຕິດ​ພັນ​ກັບ​ການ​ທ່ອງ​ທ່ຽວ​ລົງ​ຕົວ​ຈິງ. ເມື່ອ​ຊາວ​ກະ​ສິ​ກອນ​ໄດ້​ປ່ຽນ​ແປງ​ຈິນ​ຕະ​ນາ​ການ​ຜະ​ລິດ, ອຳ​ນາດ​ການ​ປົກ​ຄອງກໍ່ໄດ້​ຮ່ວມ​ເດີນ​ທາງ ແລະ ວິ​ສາ​ຫະ​ກິດ​ເປີດ​ກ້​ວາງ​ຕະຫຼາດ, ຊາ​ອໍແກນນິກ ບໍ່​ພຽງ​ແຕ່​ໄດ້​ສ້າງ​ມູນຄ່າ​ເສດ​ຖະ​ກິດ​ສູງ​​ກ່​ວາເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ປະ​ກອບ​ສ່ວນ​ຮັກ​ສາ​ວັດ​ທະ​ນະ​ທຳ​ຊາ, ສ້າງ​ພາບ​ພົດ​ແຂວງ ໄທ​ງວຽນ ແມ່ນ​ຈຸດ​ນັດ​ພົບ​ຂອງ​ກະ​ສິ​ກຳ​ສີ​ຂຽວ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ຕາ​ແສງ ໂວ​ແຈັງ ໃນ​ທຸກວັນ​ນີ້ ພວມຢັ້ງ​ຢືນ​ທີ່​ຕັ້ງ​ຂອງ​ຕົນດ້ວຍ​ການ​​ເຮັດ​ໃຫ້​ຕົ້ນ​ຊາຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວນີ້./.