ທຶນນະໂຍບາຍ-ຂໍ້ກຸນແຈເພື່ອຫລຸດຜ່ອນຄວາມທຸກຍາກ ຢູ່ ໄທງວຽນ
13/11/2025 08:02
(VOVWORLD) - ພາຍຫຼັງໄດ້ຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກແບບຍືນຍົງ (2021 – 2025) ມາເປັນເວລາ 5 ປີ, ແຂວງ ໄທງວຽນ ບັນລຸໄດ້ຫຼາຍຜົນງານອັນຕັ້ງໜ້າ. ໃນນັ້ນ, ເລື່ອງຊ່ວຍ ປຊຊ ເຂົ້າເຖິງທຶນສິນເຊື່ອນະໂຍບາຍໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາມາດຕະການບັນລຸປະສິດທິຜົນ, ປະກອບສ່ວນປ່ຽນແປງຊີວິດ ແລະ ໂສມໜ້າຂອງຫຼາຍເຂດບ້ານນາ. ແຫຼ່ງທຶນນັ້ນ ບໍ່ພຽງແຕ່ໄດ້ຊ່ວຍ ປຊຊ ພັດທະນາເສດຖະກິດເທົ່ານັ້ນ, ຫາກຍັງໄດ້ປຸກລຸກນ້ຳໃຈເປັນເຈົ້າການ, ບືນຕົວຂຶ້ນຫລຸດຜ່ອນຄວາມທຸກຍາກດ້ວຍຕົນເອງອີກດ້ວຍ.
(ພາບ: vbsp.org.vn ) ການ ກູ້ຢືມຄືແນວນີ້ທັງມີອັດຕາດອກເບ້ຍຕ່ຳ, ທັງບັນລຸປະສິດທິຜົນ, ສ້າງເງື່ອນໄຂສະດວກໃຫ້ແກ່ ປຊຊ ທຳການຜະລິດ. ປະຈຸບັນ, ຄອບຄົວຂ້າພະເຈົ້າໄດ້ປູກຕົ້ນລຳໄຍ, ກ້ວຍ, ຕົ້ນ ໝາກ ພຸກ ແມ່ນ 3 ຕົ້ນໄມ້ຫຼັກ, ນອກຈາກນັ້ນແມ່ນໄດ້ປູກຕົ້ນສີດາ, ລະມຸດ ຊື່ງໝາກໄມ້ ນີ້ກໍ່ ເລີ່ມເກັບ ກູ້ ໄດ້ແລ້ວ. ປິນີ້, ຄອບຄົວອ້າຍ ຟານວັນເຊີນ, ຕາແສງ ກວັນຈູ, ແຂວງ ໄທງວຽນ ແມ່ນໜຶ່ງໃນບັນດາຄອບຄົວໄດ້ຫລຸດພົ້ນອອກຈາກຄວາມທຸກຍາກຍ້ອນແຫຼ່ງທຶນສິນເຊື່ອນະໂຍບາຍຂອງທ້ອງຖິ່ນ. ກ່ອນນີ້, ເສດຖະກິດຄອບຄົວອ້າຍ ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ທີ່ດິນປະຫວ່າງເປົ່າ, ທຳການຜະລິດແບບຍ່ອຍ. ເມື່ອເຂົ້າເຖິງແຫຼ່ງທຶນບຸລິມະສິດຂອງທະນາຄານນະໂຍບາຍສັງຄົມ, ອ້າຍ ເຊີນ ກ້າລົງທຶນປູກຕົ້ນໄມ້ກິນໝາກ, ເປີດກ້ວາງຂອບຂະໜາດເທື່ອລະກ້າວ ແລະ ປູກຕົ້ນໄມ້ຫຼາຍຊະນິດ, ຈາກນັ້ນ, ກໍ່ໄດ້ສ້າງຮູບແບບເສດຖະກິດສວນປູກທີ່ບັນລຸປະສິດທິຜົນ ນຳມາເຊິ່ງລາຍຮັບທີ່ເປັນປົກກະຕິໃຫ້ແກ່ຄອບຄົວ. ເສດຖະກິດ, ຊີວິດໄດ້ຮັບການປົວແປງ, ເຮືອນຊານໄດ້ສ້າງໃຫ່ຍໂຕສວຍງາມກວ່າ. (ພາບ: vbsp.org.vn ) ກໍ່ຄືກັນກັບອ້າຍ ເຊີນ, ຄອບຄົວອ້າຍ ໂດ້ດຶກຮວາດ, ຕາແສງ ບັກກ້ານ ໄດ້ຫັນປ່ຽນການທຳມາຫາກິນຍ້ອນການກູ້ຢືມທຶນນະໂຍບາຍ. ປະຈຸບັນ, ຄອບຄົວອ້າຍ ຮວາດ ມີລາຍຮັບເປັນປົກກະຕິຈາກຮູບແບບລ້ຽງແບ້, ໄດ້ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ: ປີກາຍ, ຄອບຄົວຂ້າພະເຈົ້າໄດ້ກູ້ຢືມຈຳນວນເງິນ 2800
TAG
VOV/VOVworld/ທຶນນະໂຍບາຍ-ຂໍ້ກຸນແຈເພື່ອຫລຸດຜ່ອນຄວາມທຸກຍາກ ຢູ່ ໄທງວຽນ/ວອ້າຍ ໂດ້ດຶກຮວາດ/ຕາແສງ ບັກກ້ານ/ທ່ານ ກວານແທັງຕຸ່ງ/ຜູ້ອຳນວຍການຫ້ອງການແລກປ່ຽນທະນາຄານນະໂຍບາຍສັງຄົມ ແບັກທົງ/ປ້າ ຮວ່າງທິມາຍ/ເລຂາໜ່ວຍພັກບ້ານ ຢົ່ງລວງ/ຕາແສງ ເຈີ້ເມີຍ
Related





