VOV WorldVOV World
ໄວ​ໜຸ່ມ ແລະ ຄວາມ​ຄາດ​ຫວັງ​ startup
21/03/2021 04:00
(VOVWORLD) -ຍິ່ງກວ່າເວລາໃດໝົດ, ການ “startup - ເລີ່ມຕົ້ນທຸລະກິດ” ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດ ຄືໃນເວລາມໍ່ໆມານີ້. ຂະບວນການດັ່ງກ່າວຢູ່ ຫວຽດນາມ ພວມຟົດຟື້ນ ແລະ ເຕັມໄປດ້ວຍພະລັງຊີວິດຂອງຄົນລຸ້ນໜຸ່ມ ນັບແຕ່ເຂດຕົວເມືອງຕະຫຼອດຮອດເຂດຊົນນະບົດ ຢູ່ທົ່ວທຸກເຂດພາກໃນທົ່ວປະເທດຫວຽດນາມ. ນີ້ກໍແມ່ນສັນຍານທີ່ດີ ແລະ ສະແດງໃຫ້ເຫັນຄວາມຄາດຫວັງສ້າງຄວາມຮັ່ງມີຈາກສອງຝາມື ແລະ ຫົວຄິດປະດິດສ້າງຂອງຄົນລຸ້ນໜຸ່ມ ແມ່ນນັບມື້ນັບເພີ່ມຂຶ້ນ.
ໄວ​ໜຸ່ມ ແລະ ຄວາມ​ຄາດ​ຫວັງ​ startup
ໂດຍຮຽນຈົບຂະແໜງບໍລິຫານທຸລະກິດ, ມະຫາວິທະຍາໄລ ກຸຍເຍິນ, ທ້າວ ຫງວຽນເຊິນຕິ້ງ ທີ່ເກີດ ຢູ່ດິນແດນແຫ່ງໝາກພ້າວ ເມືອງ ຮວ່າຍເຍິນ, ແຂວງ ບິ່ງດິ້ງ  ໄດ້ຕັດສິນໃຈກັບເມືອບ້ານເກີດເມືອງນອນເພື່ອ startup ດ້ວຍບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຈາກກາບດອກໝາກແຫ້ງ. ຕົ້ນປີ 2020, ຕິ້ງ ໄດ້ຕັດສິນໃຈສ້າງຕັ້ງບໍລິສັດ ດ້ວຍຄວາມປາດຖະໜາ ຈະຜະລິດອອກບັນດາຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ, ຈຳກັດຢາງພະລາດສະຕິກເສດເຫຼືອ. ຈາກກາບດອກໝາກທີ່ປະຊາຊົນໄດ້ປະຖີ້ມ, ຕິ້ງໄດ້ຫັນມັນກາຍເປັນບັນດາຜະລິດຕະພັນທີ່ເປັນເອກະລັກຄື: ບ່ວງ, ຖ້ວຍ, ຖາດໃສ່ເຂົ້າ… ບໍ່ພຽງແຕ່ຊ່ວຍໃຫ້ວິສາຫະກິດພັດທະນາເທົ່ານັ້ນ, ໂຄງການ startup ຂອງ ຫງວຽນເຊິນຕິ້ງ ຍັງປະກອບສ່ວນພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຢູ່ທ້ອງຖິ່ນອີກດ້ວຍ.
TAG
VOV/VOVworld/startup/ໄວ​ໜຸ່ມ/ກາບ​ດອກ​ໝາກ

More