ກຳປູເຈຍ ຢັ້ງຢືນຫຼັກໝັ້ນສັນຕິພາບກ່ຽວກັບເຂດຊາຍແດນໃນການຕ້ອນຮັບລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ
23/04/2026 09:32
[VOVWORLD] - ທ່ານນາຍົກລັດຖະມົນຕີ Hun Manet ເນັ້ນໜັກວ່າ, ຈີນ ແລະ ກຳປູເຈຍ ຕ້ອງຊຸກຍູ້ການຮ່ວມມືໃນບັນດາຂົງເຂດຫຼັກແຫຼ່ງ

12_23-4_am-sang_campuchia_anh_2.jpg ທີ່ການພົບປະສົນທະນາ (ພາບ: ຫ້ອງວ່າການນາຍົກລັດຖະມົນຕີ Hun Manet ) ຕອນບ່າຍວັນທີ 22 ເມສາ, ຢູ່ ກຳປູເຈຍ, ທ່ານ ວາງອີ, ລັດຖະມົນຕີການຕ່າງປະເທດ ຈີນ ແລະ ທ່ານ ຕຸງຈີນ, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ໄດ້ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ ແລະ ດຳເນີນການພົບປະສົນທະນາກັບທ່ານ Hun Manet, ນາຍົກລັດຖະມົນຕີ ກຳປູເຈຍ, ຢູ່ຫໍສັນຕິພາບ, ປະເທດ ກຳປູເຈຍ. ທ່ານນາຍົກລັດຖະມົນຕີ Hun Manet ເນັ້ນໜັກວ່າ, ຈີນ ແລະ ກຳປູເຈຍ ຕ້ອງຊຸກຍູ້ການຮ່ວມມືໃນບັນດາຂົງເຂດຫຼັກແຫຼ່ງ, ຄື: ການເມືອງ, ເສດຖະກິດ - ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພະລັງງານສະອາດ, ພື້ນຖານໂຄງລ່າງດ້ານຄົມມະນາຄົມ, ກະສິກຳ… ກ່ຽວກັບສະພາບການຢູ່ເຂດຊາຍແດນກັບ ໄທ, ທ່ານນາຍົກລັດຖະມົນຕີ Hun Manet ໄດ້ອັບເດດບັນດາການຜັນແປຫຼ້າສຸດ ແລະ ຢັ້ງຢືນອີກເທື່ອໜຶ່ງກັບບັນດາຄູ່ຮ່ວມມື ຈີນ ກ່ຽວກັບແຜນນະໂຍບາຍແກ້ໄຂການຂັດແຍ້ງກັນຜ່ານການເຈລະຈາໂດຍສັນຕິວິທີ, ເຄົາລົບກົດໝາຍ ແລະ ບັນດາຄຳໝັ້ນສັນຍາ 2 ຝ່າຍໃນປະຈຸບັນ.
TAG
VOV/VOVWORLD/ແຜນນະໂຍບາຍ/ແກ້ໄຂ/ຂັດແຍ້ງ
Related


.jpg)


