VOV WorldVOV World
ບັນ​ດາ​ຮ້ານ​​ອາ​ຫານ​ທີ່​ເກົ່າ​ແກ່​ຢູ່​ແຂວງ ກ່າ​ເມົາ
23/04/2026 06:42
[VOVWORLD] - ໃນ​ທ່າ​ມ​ກາງ​ຈັງ​ຫວະ​ການ​ດຳ​ລົງ​ຊີ​ວິດ​ທີ່​ຄຶກ​ຄື້ນ, ທັນ​ສະ​ໄໝ​ຂອງ​ຕາ​ແສງ​ຈຳ​ນວນ​ໜຶ່ງ​ຢູ່​ໃຈ​ກາງ​ແຂວງ ກ່າ​ເມົາ, ມີ​ຮ້ານ​ນ້ອຍໆຫຼາຍ​ແຫ່ງ​ໄດ້​ຄົງ​ຕົວ​ມາ​ເປັນ​ເວ​ລາ​ນັບ​ສີບໆ​ປີ ຊື່ງ​ໄດ້​ຫວນ​ຄືນ​ໄລ​ຍະ​ເວ​ລາ​ທີ່​ໄດ້ຜ່ານມາແຕ່ດົນນານ. ນັ້ນ​ແມ່ນ​ບັນ​ດາ​ຜູ້​ມີ​ອາ​ຍຸ​ສູງ​ຢາກ​ຫວນ​ຄືນ​ຄວາມ​ຊົງ​ຈຳ​ໃນຍາມ​ເຍົາ​ໄວ, ຜູ້​ໜຸ່ມ​ຢາກ​ຊອກ​ຮູ້​ອາ​ດີດ​ຕະ​ການ ແລະ ຜູ້​ຢູ່​ໄກ​ຈາກ​ບ້ານ​ເກີດ​ເມືອງນອນ​ສາ​ມາດ​ກັບ​ຄືນມາຫາ​ລົດ​ຊາດ​ທີ່​ລື້ງເຄີຍ​ຂອງ​ບ້ານ​ເກີດ​ເມືອງນອນ.
ບັນ​ດາ​ຮ້ານ​​ອາ​ຫານ​ທີ່​ເກົ່າ​ແກ່​ຢູ່​ແຂວງ ກ່າ​ເມົາ
ທັງ​ກິນ​ນ້ຳ​ຫວານ​ຖົ່ວ ທັງ​ຊົມ​ວິວ ກ່າ​ເມົາ (ພາບ: ຮ່​ວຽ​ໜ​ຈາງ) ທັງ​ກິນ​ນ້ຳ​ຫວານ​ຖົ່ວ ທັງ​ຊົມ​ວິວ ກ່າ​ເມົາ (ພາບ: ຮ່​ວຽ​ນ​ຈາງ)     ຮ້ານຂາຍ​ນ້ຳ​ຫວານ​ຖົ່ວ ອົງ​ຢູ ຕັ້ງຢູ່​ໃນ​ຮ່ອມ​ທາງ​ນ້ອຍ​ຂອງ​ຕາ​ແສງ 2, ອວ່າຍໜ້າ​​ອອກໄປທາງ​ແມ່​ນ້ຳ ກ່າ​ເມົາ​ ຍາມ​ໃດ​ກໍ່​ມີ​ແຂກ​ມາ​ຢ່າງ​ຄັບ​ຄາ​ໜາ​ແໜ້ນ. ເຈົ້າ​ຂອງ​ຮ້ານ​ແມ່ນ​ແມ່​ຍິງ 2 ຄົນ​ມີ​ອາ​ຍຸ​ເກືອບ 70 ປີ, ຜົມ​ງອກ​ໝົດ​ແຕ່​ຍັງ​ມີ​ຄວາມ​ຫ້າວ​ຫັນ​ເຮັດ​ນ້ຳ​ຫວານ​ແຕ່​ລະ​ຈອກ​ໃຫ້​ແກ່​ແຂກ. ນັ້ນ​ແມ່ນ​ນ້ອງ​ສາວ 2 ຄົນ​ຂອງ ອົງ​ຢູ, ເຈົ້າ​ຂອງ​ເກົ່າ​ຂອງ​ຮ້ານ ແລະ ສືບ​ຕໍ່​ຂາຍ​ນ້ຳ​ຫວານ​ຖົ່ວ​ແທນ​ອ້າຍ​ຂອງ​ຕົນ ແລະ ນຳເອົາ​ບັນ​ດາ​ລົດ​ຊາດ​ຂອງ​ນ້ຳ​ຫວານ​ຖົ່ວ​ຊະ​ນິດ​ຕ່າງໆ​​ທີ່​ລື້ງ​ເຄີຍພ້ອມ​ກັບ​ນ້ຳ​ແຂງໄສ ມາ​ສູ່​ຄົນ ກ່າ​ເມົາ ແລະ ແຂກ​ຄົນ. ປ້າ ໂງ​ທິ​ອຽນ ເຈົ້າ​ຂອງ​ຮ້ານ​ນ້ຳ​ຫວານ​ຖົ່ວ ໃຫ້​ຮູ້​ວ່າ:
TAG
VOV/VOVWORLD/ບັນ​ດາ​ຮ້ານ​​ອາ​ຫານ​ທີ່​ເກົ່າ​ແກ່​ຢູ່​ແຂວງ ກ່າ​ເມົາ/ປ້າ ຟ້າມ​ທິ​ມີຮວ່າ/ເຈົ້າ​ຂອງ​ຮ້ານ/ຮ້ານຂາຍ​ນ້ຳ​ຫວານ​ຖົ່ວ ອົງ​ຢູ/ເຂົ້າ​ໜົມ​ບັນ​ກົງ/ເພື່ອນ ເຈຶອງ​ທິ​ຕູ​ຈິງ

More