VOV WorldVOV World
ຮ່າໂນ້ຍ ຈະພັດທະນາເສັ້ນທາງລົດໄຟເຂດຕົວເມືອງ 18 ສາຍ
23/04/2026 09:45
[VOVWORLD] - ຕາມການກຳນົດທິດນີ້, ຮ່າໂນ້ຍ ໄດ້ຈັດພື້ນທີ່ຕາມແບບ 3 ຊັ້ນ: ໃຕ້ດິນ - ໜ້າດິນ - ລອຍຟ້າ.
ຮ່າໂນ້ຍ ຈະພັດທະນາເສັ້ນທາງລົດໄຟເຂດຕົວເມືອງ 18 ສາຍ
ໃນ​ອາ​ທິດ​ຜ່ານ​ມາ, ພະ​ແນກ​ກະ​ຈາຍ​ສຽງ​ບັນ​ດາ​ລາຍ​ການ​ພາກພາ​ສາ​ຕ່າງ​ປະ​ເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 419 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 25 ສະບັບຈາກທ່ານຜູ້ຟັງລາວ. pt.jpg (ພິ​ທີ​ງານ​ມະ​ໂຫລານການ​ກະ​ຈາຍ​ສຽງ​ທົ່ວ​ປະ​ເທດ ​ຄັ້ງ​ທີ 17, ຢູ່ ກວາງ​ນິງ) ເພື່ອນ ສຸ​ລິ​ວົງ, ຢູ່​ແຂວງ ຫຼວງ​ພະ​ບາງ ໄດ້​ໂທ​ລະ​ສັບ​ມາ​ຫາ​ລາຍ​ການ, ສະແດງຄວາມຊົມເຊີຍ VOV ໄດ້ປະສົບຜົນສຳເລັດໃນການຈັດ​ງານ​ມະ​ໂຫລານການ​ກະ​ຈາຍ​ສຽງ​ທົ່ວ​ປະ​ເທດ ​ຄັ້ງ​ທີ 17, ຢູ່ ກວາງ​ນິງ. ເພື່ອນ​​ເວົ້າ​ວ່າ: ງານ​ມະ​ໂຫລານການ​ກະ​ຈາຍ​ສຽງນີ້ ສືບ​ຕໍ່​​ຢືນ​ຢັນ​ວ່າ​ແມ່ນ​ເວ​ທີ​ປາ​ໄສ​ວິຊາຊີບ​ທີ່​ສຳ​ຄັນ, ແມ່ນແຫ່ງ​ເຕົ້າ​ໂຮມ, ພົບ​ປະ​ແລກ​ປ່ຽນ, ຮ່ຳ​ຮຽນ​ຂອງ​ບັນ​ດາ​ຜູ້​ເຮັດ​ວຽກ​ງານ​ກະ​ຈາຍ​ສຽງ; ປະ​ກອບ​ສ່ວນ​ຍົກ​ສູງ​ຄຸນ​ນະ​ພາບ​ດ້ານ​ເນື້ອ​ໃນ, ແຜ່​ກະ​ຈາຍ​ຄຸນ​ຄ່າ​ມະ​ນຸດ​ສະ​ທຳ ແລະ ຢືນ​ຢັນ​ບົດ​ບາດ​ຂອງການກະ​ຈາຍ​ສຽງ​ໃນ​ລະ​ບົບ​ສື່ມວ​ນຊົນ ຫວຽດ​ນາມ. ສ່ວນ​ເພື່ອນ Armando Francisco Higuera del Reyo, ຢູ່ ເມັກ​ຊີ​ໂກ, ໄດ້​ສົ່ງ​ອີ​ເມວ​ມາ​ຫາ​ລາຍ​ການ​ດ້ວຍ​ເນື້ອ​ໃນ​ທີ່​ວ່າ: “ການ​ກະ​​ຈາຍ​ສຽງ​ມະ​ຫາ​ຊົນ​ຂອງ​ພັກ​ ແລະ ລັດ ຫວຽດ​ນາມ ໄດ້​ເຕົ້າ​ໂຮມ​ຢ່າງ​ຄົບ​ຖ້ວນ​ໃນ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ. ຂີດ​ໝາຍ​ທີ່​​ມີ​ຄວາມ​ໝາຍ​ພິ​ເສດກໍ່ແມ່ນ​ງານ​ມະ​ໂຫ​ລານ​ການກະ​ຈາຍສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ 17. ທີ່​ແທ້​ຈິງ​ແລ້ວ, ເມື່ອ​ຮັບ​ຟັງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ ຫວຽດ​ນາມ, ການກະຈາຍສຽງ​ບໍ່​ພຽງ​ແຕ່​ແມ່ນ​ເພື່ອ​ຟັງ​ເທົ່າ​ນັ້ນ, ຫາກ​ຍັງ​ເພື່ອ​ມີ​ຄວາມ​ຮູ້​ສຶກ, ເພື່ອ​ເຈືອ​ຈານຊີວິດ​ເຂົ້າກັບແຕ່ລະ​ຈັງ​ຫວະ​​ຂອງ​ຄື້ນ​ກະ​ຈາຍ​ສຽງ​ອີກດ​້ວຍ”. ເພື່ອ​ນ​ ຄຳ​ພັນ ວິ​ໄລ​ຈິດ, ຢູ່​ແຂວງ ຈຳ​ປາ​ສັກ, ປະ​ກອບ​ຄຳ​ເຫັນ​ທາງສື່​ສັງ​ຄົມ Facebook ດ້ວຍ​ເນື້ອ​ໃນ​ທີ່​ວ່າ: ສື່​ເອ​ເລັກ​ໂຕ​ນິກ VOV5 ລຸ້ນໃໝ່​ແມ່ນ​ທັນ​ສະ​ໄໝ, ເປັນ​ມິດ​ກັບ​ຜູ້​ອ່ານ ແລະ ຊ່ວຍ​ຍົກ​ສູ​ງ​ການ​ລົງຕົວຈິງຂອງ​ທ່ານ​ຜ​ູ້​ຟັງ, ຜູ້​ອ່ານ​ສາ​ກົນຢ່າງຈະແຈ້ງ, ພ້ອມ​ກັນ​ນັ້ນ​ເພື່ອນກໍ່​ຢືນ​ຢັນ​ວ່າ ນີ້​ແມ່ນ​ບາ​ດ​ກ້າວ​ສຳ​ຄັນ​ໃນ​ການ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ທົ່ວ​ໂລກ. ເພື່ອນ ມາ​ລີ ວົງ​ສາ, ກໍ່​ມີ​ຄຳ​ເຫັນ​ເຊັ່ນ​ດຽວ​ກັນ, ​ໂດຍ​ແບ່ງ​ປັນ​ວ່າ: ຂ້າ​ພະ​ເຈົ້າ​ມັກ​ການ​ອອກ​ແບບສື່​ເອ​ເລັກ​ໂຕ​ນິກໃໝ່​ທີ່​ສຸດ. ພາບ​ຖ່າຍ ແລະ ເນື້ອ​ໃນ​ສ້າງ​ເປັນ​ຄວາມຮູ້ສຶກທີ່ໂດດເດັ່ນ, ສີ​ສັນ​ຂອງ​ເວັບ​ໄຊ​ກໍ່​ມີ​ຊີ​ວິດ​ຊີ​ວາ​ນຳ​ອີກ. tau dien.jpg ຄ​າດ​ວ່າ ຮ່າ​ໂນ້ຍ​ ຈະ​ພັດ​ທະ​ນາເສັ້ນ​ທາງ​ລົດ​ໄຟ​ເຂດ​ຕົວ​ເມືອງ​ 18 ສາຍ (ພາບ​ປະ​ກອບ: ອິນ​ເຕີ​ແນັດ) # ເພື່​ອນ ດາ​ລາ​ວັນ​ ສີ​ຫາ​ລາດ ຢ​ູ່​ແຂວ​ງ ຫົວ​ພັນ, ໄດ້​ສົ່ງຂໍ້​ຄວາມມາ​ຫາ​ລາຍ​ການ​ຜ່ານສື່​ສັງ​ຄົມ Facebook ຢາກ​ຊອກ​ຮູ້​ກ່ຽວ​ກັບ​ການ​ວາງ​ແຜນ​ຜັງ​ການພັດ​ທ​ະ​ນາ​ລົດ​ໄຟໄຟຟ້າ​ໃຕ້​ດິນ​ຢູ່ ຮ່າ​ໂນ້ຍ. ເພື່​ອນ ດາ​ລາ​ວັນ​ ສີ​ຫາ​ລາດ ທີ່​ຮັກ​ແພງ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຄ​າດ​ວ່າ ຮ່າ​ໂນ້ຍ​ ຈະ​ພັດ​ທະ​ນາເສັ້ນ​ທາງ​ລົດ​ໄຟ​ເຂດ​ຕົວ​ເມືອງ​ 18 ສາຍ, ນະ​ຄອນ ໂຮ່​ຈີ​ມິນ ລົງ​ທຶນເສັ້ນ​ທາງ​ລົດ​ໄຟ 12 ສາຍ. ຈຳ​ນວນ​ທຶນທີ່ຕ້ອງການ​ໃຫ້​ແກ່ເສັ້ນ​ທາງ​ລົດ​ໄຟເຂດ​ຕົວ​ເມືອງ​ຢູ່ 2 ນະ​ຄອນ​ໃຫຍ່​ແມ່ນກວ່າ 740.000 ຕື້​ດົ່ງ (​ເກືອບ 29 ຕື້ USD). ຕົວ​ເລກ​ດັ່ງ​ກ່າວໂດ​ຍ​ທ່ານ ເຈິ່ນ​ຮົ່ງ​ມິນ, ລັດ​ຖະ​ມົນ​ຕີ​ກະ​ຊວງກໍ່​ສ້າງ​  ຫວຽດນາມ ອະ​ພິ​ປາຍ​ເມື່ອ​ເຮັດ​ແຈ້ງ​ຄຳ​ເຫັນ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໃນ​ວາ​ລະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ, ໃນ​ວັນ​ທີ 20 ເມ​ສາ ຜ່ານ​ມາ ຢູ່ ຮ່າ​ໂນ້ຍ. ໃນ​ວິ​ວັດ​ການ​ພັດ​ທະ​ນາ, ນະ​ຄອນ ຮ່າ​ໂນ້ຍ ໄດ້​ສ້າງ ແລະ ດັດ​ປັບການ​ວາງ​ແຜນ​ຜັງ 8 ຄັ້ງ. ແລະ​ດ້ວຍ​ການ​ວາງ​ແຜນ​ຜັງ​ນະ​ຄອນ​ຫຼວງໄລ​ຍະ 2021 – 2030 ວິ​ໄສ​ທັດ​ຮອດ​ປີ 2050, ຕາມ​ເນື້ອ​ໃນ​ຈິດ​ໃຈ​ມະ​ຕິ​ເລກ​ທີ 02, ລົງ​ວັນ​ທີ 17 ມີ​ນາ 2026 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການກໍ່​ສ້າງ ແລະ ພັດ​ທະ​ນາ​ນະ​ຄອນ​ຫຼວງ ຮ່າ​ໂນ້ຍ ໃນ​ສັງ​ກາດ​ໃໝ່, ເຊິ່ງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ຈາກ​ບັນ​ດາ​ນັກ​ຊ່ຽວ​ຊານ​ວ່າ​ແມ່ນ​ບາດ​ກ້າວ​ຫັນ​ປ່ຽນ​ໂດຍ​ພື້ນ​ຖານ, ມີ​ລັກ​ສະ​ນະ​ບຸກ​ທະ​ລຸ ທັງ​ທາງ​ດ້ານ​ຈິນ​ຕະ​ນາ​ການ ແລະ ວິ​ທີ​ສຳ​ຜັດ. ການ​ວາງ​ແຜນ​ຜັງ​ ຮ່າ​ໂນ້ຍ ໄດ້​ກຳ​ນົດ​ແຈ້ງວ່າ ການພັດ​ທະ​ນາພື້ນທີ່​ໃຕ້​ດິນ​ແມ່ນ​ທິດ​ກ້າວ​ເດີນ​ສຳ​ຄັນ, ເພື່ອ​ສ້າງ​ເປັນ​ຮູບ​ແບບ​ຕົວ​ເມືອງ​ຫຼາຍ​ຊັ້ນ, ຫຼາຍຂັ້ນທີ່​ທັນ​ສະ​ໄໝ ແລະ ຍືນ​ຍົງ. ຕາມ​ການ​ກຳ​ນົດ​ທິດນີ້, ຮ່າ​ໂນ້ຍ​ ໄດ້​ຈັດພື້ນທີ່ຕາມແບບ 3 ຊັ້ນ: ໃຕ້​ດິນ - ໜ້າ​ດິນ - ລອຍຟ້າ. ຊັ້ນ​ໃຕ້​ດິນ​ສຸມ​ໃສ່ໃຫ້​ການຄົມ​ມະ​ນາ​ຄົມ, ການ​ຄ້າ ແລະ ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ເຕັກ​ນິກ, ຄື: ສະ​ຖານ​ນີ metro, ເຂດ​ຈອດ​ລົດ, ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ເຕັກ​ນິກ, ໂທ​ລະ​ຄົມ​ມະ​ນາ​ຄົມ, logistics. ​ຊັ້ນ​ໜ້າ​ດິນ​ໃຫ້​ບຸ​ລິ​ມະ​ສິດ​ແກ່​ເຂດ​ສາ​ທາ​ລະ​ນະ ດ້ວຍ​ບັນ​ດາ​ເຂດເສັ້ນທາງຍ​່າງ, ສະ​ໜາມ​ຫຼວງ ແລະ ສວນ​ສາ​ທາ​ລະ​ນະ. ​ຊັ້ນ​ລອຍຟ້າ​ໃຫ້​ບຸ​ລິ​ມະ​ສິດ​ເສັ້ນ​ທາງ​ລົດ​ໄຟ​ຕົວ​ເມືອງ, ຂົວ​ຍ່າງເຊື່ອມ​ຕໍ່​ບັນ​ດາ​ຕ​ຶກ​ອາ​ຄານກັບ​ສະ​ຖານ​ນີ​ metro ແລະ ບັນ​ດາ​ເສັ້ນ​ທາງ​ອ້ອມຕົວເມືອງ​. ວິ​ທີ​ຈັດ​ຕັ້ງ​ນີ້​ໄດ້​ຊ່ວຍ​ຂຸດ​ຄົ້ນ​ເນື້ອ​ທີ່​ດິນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຫຼຸດ​ຜ່ອນ​ຄວາມ​ກົດ​ດັນ​ດ້ານ​ຄົມ​ມະ​ນາ​ຄົມ ແລະ ສ້າງ​ເຄືອ​ຂ່າຍ​ເຂດ​ຕ​ົວ​ເມືອງ​ເຊື່ອມ​ຕໍ່ຢ່າງ​ຕໍ່​ເນື່ອງ. ບັນ​ດາ​ເສັ້ນ​ທາງ​ລົດ​ໄຟໄຟຟ້າ​ໃຕ້​ດິນ ບໍ່​ພຽງ​ແຕ່​ຊ່ວຍໃຫ້​ການ​ໄປ​ມາ​ຂອງ​ປະ​ຊາ​ຊົນ​ນັບ​ລ້ານ​ຄົນ​ມີ​ຄວາມ​ສະ​ດວກກວ່າ​ເທົ່າ​ນັ້ນ, ຫາກ​ຍັງ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ, ກຳ​ນົດ​ທິດ​ກຳ​ລັງ​ໜູນອະ​ສັງ​ຫາ​ລິ​ມະ​ຊັບ​ຄືນ​ໃໝ່ ແລະ ປະ​ກອບ​ສ່ວນ​ສ້າງ​ນະ​ຄອນທີ່​ມີ​ສີ​ຂຽວກວ່າ, ໜ້າ​ດຳ​ລົງ​ຊີ​ວິດກວ່າ​ໃຫ້​ແກ່​ລຸ້ນ​ອະ​ນາ​ຄົດ. # ໃນ​ອາ​ທິດ​ຜ່ານ​ມາ, ເພື່ອນ ສຸ​ຂະວົງ, ນັກ​ສຶກ​ສາ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ, ສັງ​ຄົມສາດ ແລະ ມະ​ນຸດ​ສາດ, ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ ໄດ້​ໂທ​ລະ​ສັບ​ມາ​ຫາ​ລາຍ​ການ​ຢາກ​ຊອກ​ຮູຸ້​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ລົງຕົວຈິງຢ​ູ່​ທາງ​ພາກ​ເໜືອ​ຂອງ ຫວຽດ​ນາມ. ເພື່ອນ ສຸ​ຂະ​ວົງ ທີ່​ຮັກ​ແພງ, ທາງ​ພາກ​ເໜືອ​ ຫວຽດ​ນາມ ມີ​ຊື່​ສຽງ​ດ້ວຍ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ລົງຕົວຈິງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຫຼາຍ​ແຫ່ງ, ເໝາ​ະ​ກັບ​ທຸກ​ຄວາມ​ຕ້ອງ​ການ​ຄົ້ນ​ຫາ​ທຳ​ມະ​ຊາດ ຕະ​ຫຼອດ​ຮອດ​ວັດ​ທະ​ນະ​ທຳ. ແຂກ​ທ່ອງ​ທ່ຽວ​ສາ​ມາດ​ເຂົ້າ​ຮ່ວມ​ການ​ພາຍ​ເຮືອ kayak, ປີນ​ພ​ູ, ຕັ້ງ​​ຄ້າຍ ແລະ ຊອກ​ຮູ້​ວັດ​ທະ​ນະ​ທຳ​ຂອງ​ທ້ອງ​ຖິ່ນ. ​ໃນ​ລາຍ​ການນີ້, ບັນ​ນາ​ທິ​ການ​ພາກ​ພາ​ສາ​ ລາ​ວ ຈະ​ແນະ​ນຳສະ​ຖານ​ທີ່ລົງຕົວຈິງ​ທີ່​ພົ້ນ​ເດັ່ນ​ຈຳ​ນວນ​ໜຶ່ງ​ຢູ່​ທາງ​ພາກ​ເໜືອ​ຂອງ ຫວຽດ​ນາມ ​ໃຫ້​ເພື່ອນ ຄື: + ອ່າວ ຮະ​ລອງ (ກວາງ​ນິງ): ມາ​ແຫ່ງນີ້​ແຂກ​ທ່ອງ​ທ່ຽ​ວ​ສາ​ມາດ​ເຂົ້າ​ຮ່ວມ​ການ​ພາຍ​ເຮືອ kayak, ຜ່ານ​ຖ້​້ຳ ລ່ວນ, ຢ້ຽມ​ຢາມ​ເຂດ​ເກາະ ຕີ​ຕົບ ແລະ ເຂດ​ອ່າວ ບາຍ​ຕື​ລອງ. + ຊາ​ປາ (ລາວກາຍ): ຄົ້ນ​ຫາ​ທຳ​ມະ​ຊາດ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ, ປິນ​ພູ Fansipan, ຍ່າງຢ້ຽມ​ຊົມ​ເຂດ​ບ້ານ​ນາ. + ນິງ​ບິງ (ຈ່າງ​ອານ - ຕາມ​ກົກ - ຖ້ຳ ມົວ): ຂີ່ເຮືອຢູ່ໃນ​ແມ່​ນ້ຳ, ຄົ້ນ​ຫາ​ຖ້ຳ ແລະ ປິນ​ພູ​ຊົມ​ທິວ​ທັດ​ທຳ​ມະ​ຊາດ. + ມົກ​ເຈົາ (ເຊີນ​ລາ): ໄປ​ຢ້ຽມ​ຊົມ​ເຂດໂນນ​ປູກ​ຊາ, ປູກ​ໝາກ​ໝັ້ນ, ເຂົ້າ​ຮ່ວມ​ການ​ລົງຕົວຈິງ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຊົນ​ເຜົ່າ. + ໜອງ ບາ​ເບ (ບັກ​ກ້ານ): ພາຍ​ເຮືອ​ຢູ່​ເຂດ​ໜອງ, ຄົ້ນ​ຫາ​ຖ້ຳ ປວງ, ຊອກ​ຮູ້​ວັດ​ທະ​ນະ​ທຳ​ຂອງຊາວ​ເຜົ່າ ໄຕ. ຫວັງ​ວ່າ, ຜ່ານ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຈຳ​ນວນ​ໜຶ່ງ​ທີ່​ພວກ​ຂ້າ​ພະ​ເຈົ້າ​ໄດ້​ແນະ​ນຳນັ້ນ, ເພື່ອ​ນຈະ​ມີ​ການ​ໄປ​ທ່ອງ​ທ່ຽວ​ດ້ວຍຫຼາຍ​ການລົງຕົວຈິງ​​ທີ່​ໜ້າ​ຈົດ​ຈຳຢູ່  ຫວຽດ​ນາມ.
TAG
VOV/VOVWORLD/​ຂຸດ​ຄົ້ນ/​ປະ​ສິດ​ທິ​ຜົນ/​ກຳ​ລັງ​ໜູນ/ອະ​ສັງ​ຫາ/​ລິ​ມະ​ຊັບ

More