ແງ່ຫວັງຕັ້ງຫນ້າຂອງເສດຖະກິດ ຫວຽດນາມ ໃນໄລຍະກາງ ແລະ ຍາວ
30/03/2021 12:00
(VOVWORLD) - Moody’s ແມ່ນອົງການຈັດອັນດັບຄວາມໄວ້ວາງໃຈສາກົນ ຫາກໍ່ດັດປັບຈັດແງ່ຫວັງເສດຖະກິດຂອງຫວຽດນາມ ຂຶ້ນເປັນອັນດັບຕັ້ງຫນ້າ. ພ້ອມກັນນັ້ນ Moody’s ກໍ່ຮັກສາອັນດັບຄວາມໄວ້ວາງໃຈແຫ່ງຊາດຂອງຫວຽດນາມ ຢູ່ໃນອັນດັບຄືເກົ່າ ແມ່ນ Ba3 ສຳລັບບັນດາບ້ວງເງິນດ້ວຍການຈຳໜ່າຍທະນະບັດສະກຸນເງິນພາຍໃນປະເທດ ແລະ ເງິນຕາຕ່າງປະເທດ ແລະ ບັນດາບ້ວງກູ້ຢືມຂັ້ນສູງທີ່ບໍ່ໄດ້ຮັບການຄຳ້ປະກັນ. Moody’s ກໍ່ຮັບຮູ້ໝາກຜົນແຫ່ງການບໍລິຫານນະໂຍບາຍມະຫາພາກ, ການເຂົ້າຮ່ວມຂອງທັງລະບົບການເມືອງ ກ່ຽວກັບຜົນສຳເລັດໃນການຄວບຄຸມໂລກລະບາດໂຄວິດ 19.

ຂໍ້ມູນຂອງກົມໃຫຍ່ສະຖິຕິ ປະກາດຫວ່າງແລ້ວນີ້ ໃຫ້ເຫັນວ່າ: ສະພາບການເສດຖະກິດຂອງຫວຽດນາມ ໃນ 2 ເດືອນຕົ້ນປີ 2021 ມີສັນຍານຕັ້ງຫນ້າໃນຫລາຍຂະແຫນງ, ຂົງເຂດ. ສິ່ງນີ້ຈະປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການຟື້ນຟູທ່າເຕີບໂຕເສດຖະກິດຂອງປະເທດຊາດໃນໄລຍະຈະມາເຖິງເມື່ອໂລກລະບາດໂຄວິດ 19 ຄ່ອຍໆໄດ້ຮັບການຄວບຄຸມ. ການປຸງແຕ່ງປາຈາ ສົ່ງອອກ ຢູ່ ບໍລິສັດຫຸ້ນສ່ວນຂາອອກຂາເຂົ້າສິນໃນນ້ຳ ເກີນເທີ (ພາບ:TTXVN) “ພວກຂ້າພະເຈົ້າຖືວ່າ ຫວຽດນາມ ຍັງຄົງຢູ່ໃນທ່ວງທ່າຟື້ນຟູເສດຖະກິດ. ສິ່ງນີ້ ແມ່ນມີມາແຕ່ໄຕມາດ 3,4 ຂອງປີ 2020 , ບັນດາສັນຍານດ້ານເສດຖະກິດອັນຕັ້ງຫນ້າຂອງໄຕມາດ 4 ປີ 2020 ໄດ້ສ້າງທ່ວງທ່າໃຫ້ແກ່ເດືອນມັງກອນປີ 2021 ບັນລຸການເຕີບໂຕດີພໍສົມຄວນ ພິເສດ ແມ່ນການສົ່ງອອກນຳເຂົ້າ ກ່ຽວກັບການລົງທຶນ, ກະສິກຳ ຫລື ສະພາບການລວມຂອງເຂດຜະລິດ.” ທ່ານ ຫງວຽນກີມຮຸ່ງ, ຜູ້ຮັກສາການຫົວຫນ້າສະຖານບັນວິທະຍາສາດບໍລິຫານທຸລະກິດ ແລະ ເສດຖະກິດດີຈີຕອນ ຫວຽດນາມ ຖືວ່າ: ເລື່ອງຜັນຂະຫຍາຍການສັກຢາວັກຊີນກັນໂຄວິດ19 ໂດຍທົ່ວໄປ ໄດ້ນຳມາເຊິ່ງປະສິດທິຜົນ ກໍ່ຈະປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການຟື້ນຟູທ່າເຕີບໂຕເສດຖະກິດ ຂອງຫວຽດນາມ ໃນປີນີ້ ແລະ ຊຸມປີຕໍ່ໄປ.
TAG
VOV/VOVworld/ຄວບຄຸມໂລກລະບາດໂຄວິດ 19/ສິນເຊື່ອ
Related
More




.jpg)



.jpg)