VOV WorldVOV World
ເຊື່ອມຕໍ່ລະຫວ່າງເຂດ ຢູ່ເຂດທົ່ງພຽງແມ່ນ້ຳຂອງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
23/03/2021 08:49
(VOVWORLD) - ເຊື່ອມຕໍ່ລະຫວ່າງເຂດກ່ຽວກັບພື້ນຖານໂຄງລ່າງ ແລະ ເສດຖະກິດ ເຂດທົ່ງພຽງແມ່ນ້ຳຂອງ ໂດຍລັດຖະບານໄດ້ລະບຸໃນມະຕິເລກທີ 120 ຊື່ງໄດ້ປະກາດໃຊ້ເມື່ອປີ 2017 ເພື່ອແນໃສ່ພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ມາຮອດປະຈຸບັນ ມີຫລາຍກິດຈະກຳລົງທຶນກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມຂອງເຂດທົ່ງພຽງແມ່ນ້ຳຂອງ ໄດ້ຮັບການກໍ່ສ້າງສຳເລັດ, ສ້າງກຳລັງຫນູນຊຸກຍູ້ການພັດທະນາເສດຖະກິດ ສັງຄົມ. ພ້ອມກັນນັ້ນ ກໍມີຫລາຍມາດຕະການລົງທຶນ ໄດ້ມີຄວາມເອົາໃຈໃສ່ເຖິງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນສູງ, ຮັບປະກັນສະຖຽນລະພາບແບບຍືນຍົງ.
ເຊື່ອມຕໍ່ລະຫວ່າງເຂດ ຢູ່ເຂດທົ່ງພຽງແມ່ນ້ຳຂອງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
ຊາວກະສິກອນຢູ່ ແຂວງ ຕຽນຢາງ ປັບຕົວການຜະລິດກະສິກຳໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ ພາຍຫລັງ 3 ປີແຫ່ງການປະຕິບັດມະຕິເລກທີ 120, ເຂດທົ່ງພຽງແມ່ນ້ຳຂອງ ໄດ້ມີການຫັນປ່ຽນໂດຍພື້ນຖານໃນຄວາມຮັບຮູ້, ຈິນຕະນາການ ແລະ ການກະທຳຂອງທຸກຂັ້ນ, ຂະແຫນງການ, ທ້ອງຖິ່ນ ໂດຍໄດ້ຮັບການເຂົ້າຮ່ວມຢ່າງຕັ້ງຫນ້າຈາກປະຊາຊົນ ແລະ ວິສາຫະກິດ ພ້ອມທັງລະດົມໄດ້ການຫນູນຊ່ວຍຂອງບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມມືພັດທະນາ. ມະຕິແມ່ນບາດກ້າວບຸກທະລຸໃຫຍ່, ມີຄວາມໝາຍກຳນົດຍຸດທະສາດການພັດທະນາແບບຍືນຍົງຢູ່ເຂດທົ່ງພຽງແມ່ນ້ຳຂອງຕາມທິດສັງລວມ. ລັດຖະບານ ໄດ້ສຸມໃສ່ຊີ້ນຳກໍ່ສ້າງ, ເພີ່ມເຕີມ ສ້າງສຳເລັດກົນໄກນະໂຍບາຍໃຫ້ແກ່ການພັດທະນາແບບຍືນຍົງຕາມ 4 ຂົງເຂດຕົ້ນຕໍຄື: ພະລັງງານຜະລິດຄືນໃຫມ່ ແລະ ປະສິດທິຜົນພະລັງງານ; ພື້ນຖານໂຄງລ່າງ ແລະ ເຕັກນິກ ສິ່ງແວດລ້ອມ; ກະສິກຳ ແລະ ການລ້ຽງປູກສິນໃນນ້ຳ; ການປຸງແຕ່ງອາຫານ ແລະ ບັນດາການບໍລິການຂົນສົ່ງ. ຜ່ານນັ້ນ ກໍປະກອບສ່ວນດຶງດູດບັນດາວິສາຫະກິດລົງທຶນຢ່າງແຮງເຂົ້າຂົງເຂດກະສິກຳ, ເພີ່ມທະວີການຮ່ວມສຳພັນ ລະຫວ່າງ: ລັດ, ຊາວກະສິກອນ, ນັກວິທະຍາສາດ ແລະ ວິສາຫະກິດ ເພື່ອຍົກສູງລະບົບມູນຄ່າ, ສ້າງຈຸດຢືນໃຫ້ແກ່ບັນດາຜະລິດຕະພັນກະເສດໃນຕະຫລາດໂລກ. ທ່ານ ເຈີນຮົ່ງຫ່າ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຖືວ່າ:  “ ພາຍຫລັງ ຜັນຂະຫຍາຍມະຕິມາເປັນເວລາ 3 ປີ , ອາດຢັ້ງຢືນໄດ້ວ່າ ເຂດທົ່ງພຽງແມ່ນ້ຳຂອງ ໄດ້ມີການຫັນປ່ຽນຢ່າງແຮງ ດ້ວຍບັນດາຄວາມກ້າວຫນ້ານັບທັງຈີນຕະນາການ ແລະ ການກະທຳ , ຫັນປ່ຽນຈາກທ່າຮັບມາເປັນເຈົ້າການໃນການຮັບມືກັບບັນດາການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ . ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງເປັນເທື່ອລະກ້າວ , ສະພາບການພັດທະນາເສດຖະກິດເຂດນັບມື້ນັບດີຂຶ້ນ ” ທ່ານ ຫງວຽນຈິຢູງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຖືວ່າ: ເຂດທົ່ງພຽງແມ່ນ້ຳຂອງ ພວມປະເຊີນຫນ້າກັບຄວາມສ່ຽງ ແລະ ສິ່ງທ້າທາຍຫລາຍຢ່າງຈາກການປ່ຽນແປງຂອງດິນຟ້າອາກາດ, ບັນດາການເຄື່ອນໄຫວພັດທະນາຂອງຍ່ານເຫນືອແມ່ນ້ຳ… ໄດ້ກໍ່ມົນລະພິດຕໍ່ສິ່ງແວດລ້ອມ, ເຮັດໃຫ້ຂາດຄວາມດຸ່ນດຽງດ້ານຊີວະພາບຢ່າງແຮງ. ເພື່ອໃຫ້ບັນລຸໄດ້ບັນດາຄາດໝາຍ ແລະ ຫນ້າທີ່ທີ່ວາງອອກນັ້ນ, ຄວນມີການເຊື່ອມຕໍ່, ຄວາມເຫັນດີເຫັນພ້ອມຂອງບັນດາທ້ອງຖິ່ນໃນເຂດ.
TAG
VOV/VOVworld/ທົ່ງ​ພຽງ​ແມ່​ນ້ຳ​ຂອງ/​ເຂົ້າ​ສານ​ສົ່ງ​ອອກ

More