VOV WorldVOV World
ກາລະໂອກາດຮ່ວມມື ແລະ ພັດທະນາຂອງການບິນຫວຽດນາມ 2019
12/03/2019 05:46
(VOVWORLD) -ວັນທີ 15 ກຸມພາ, ສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ໄດ້ມອບໃບຢັ້ງຢືນໃຫ້ສັດຕະຍາບັນກ່ຽວກັບຄວາມອາດສາມາດໃນການຕິດຕາມກວດກາຄວາມປອດໄພໃນການເດີນທາງອາກາດອັນດັບ 1 –category 1 (CAT 1) ຂອງກົມການບິນສະຫະລັດອາເມລິກາ (FA) ໃຫ້ກົມການບິນ ຫວຽດນາມ ຢ່າງເປັນທາງການ. ນີ້ແມ່ນປັດໄຈສຳຄັນສຳລັບບັນດາບໍລິສັດການບິນຫວຽດນາມ ທີ່ຢາກເປີດສາຍການບິນໂດຍກົງໄປຍັງ ອາເມລິກາ, ເປີດກາລະໂອກາດຮ່ວມມື ແລະ ພັດທະນາຂອງການບິນຫວຽດນາມ.
        ໃບຢັ້ງຢືນ CAT 1 ແມ່ນ ມາດຕະຖານຕິດຕາມກວດກາຄວາມປອດໄພໃນການເດີນທາງອາກາດ ໄດ້ຮັບການໃຫ້ສັດຕະຍາບັນຈາກໂຄງການຕີລາຄາຄວາມປອດໄພໃນການເດີນທາງອາກາດສາກົນຂອງ FAA, ໂດຍອີງຕາມ 8 ມາດຕະຖານຄວາມປອດໄພສຳຄັນຂອງ ອົງການການບິນພົນລະເຮືອນສາກົນ (ICAO). ນີ້ແມ່ນອົງການເຕັກນິກຂອງ ສະຫະປະຊາຊາດ ທີ່ໄດ້ສ້າງບັນດາມາດຕະຖານສາກົນ ແລະ ຍົກອອກຂໍ້ສະເໜີແນະ ເພື່ອເຄື່ອນໄຫວ ແລະ ບຳລຸງຮັກສາເຮືອບິນ. ຖ້າຫາກປະເທດໃດຢາກເປີດສາຍການບິນການຄ້າໄປຍັງ ອາເມລິກາ ແມ່ນຕ້ອງບັນລຸມາດຕະຖານຄວາມປອດໄພ CAT 1. ສຳລັບຫວຽດນາມແລ້ວ,  ເລື່ອງບັນລຸໄດ້ມາດຕະຖານ CAT 1 ແມ່ນມີຄວາມໝາຍສຳຄັນທີ່ສຸດ ເພາະວ່າ ນີ້ແມ່ນເງື່ອນໄຂທີ່ຈຳເປັນສຳລັບບັນດາບໍລິສັດການບິນຂອງແຕ່ລະປະເທດ ທີ່ຢາກເປີດສາຍການບິນໄປຍັງ ອາເມລິກາ. ເລື່ອງບັນລຸມາດຕະຖານ CAT 1 ກໍໝາຍຄວາມວ່າ ຂະແໜງການບິນຂອງປະເທດນັ້ນ ໄດ້ຮັບການຮັບຮູ້ວ່າ ຮັບປະກັນມາດຕະຖານກ່ຽວກັບຄວາມປອດໄພໃນການເດີນທາງອາກາດ ແລະ ຄວາມໄວ້ວາງໃຈຂອງລູກຄ້າທີ່ໃຊ້ບໍລິການຂອງບໍລິສັດການບິນຂອງປະເທດນັ້ນ. ເມື່ອມີໃບຢັ້ງຢືນ CAT 1 ແລ້ວ, ບັນດາບໍລິສັດການບິນຫວຽດນາມ ມີສິດຍື່ນໃບຄຳຮ້ອງຂໍເປີດສາຍການບິນໂດຍກົງໄປຍັງ ອາເມລິກາ ພ້ອມທັງເປີດກາລະໂອກາດຮ່ວມມືເປີດບໍລິສັດ (core –sharing) ກັບບັນດາບໍລິສັດການບິນຂອງ ອາເມລິກາ ໃນບັນດາສາຍການບິນຂອງບັນດາບໍລິສັດການບິນຂອງ ອາເມລິກາ, ເປີດກາລະໂອກາດຮ່ວມມື, ພັດທະນາ ແລະ ແງ່ຫວັງຫຼາຍຢ່າງໃຫ້ບັນດາບໍລິສັດການບິນພາຍໃນຂອງ ຫວຽດນາມ ໄດ້ສຳຜັດກັບຕະຫຼາດໃໝ່, ຊຸກຍູ້ການພັດທະນາການທ່ອງທ່ຽວ. ປັດຈຸບັນ, ວິສາຫະກິດທ່ອງທ່ຽວຫຼາຍແຫ່ງ ໄດ້ ແລະ ກຳລັງຄິດໄລ່ ເພື່ອບໍ່ໃຫ້ພາດກາລະໂອກາດນີ້. ທ່ານ ຫງວຽນກົງຮວ່ານ ຮອງຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນທ່ອງທ່ຽວຮ່າໂນ້ຍ Red Tour ຖືວ່າ:         “ຖ້າຫາກມີສາຍການບິນໂດຍກົງໄປຍັງ ອາເມລິການັ້ນ ຈະສ້າງຄວາມສະດວກຫຼາຍຢ່າງໃຫ້ແກ່ແຂກທ່ອງທ່ຽວ ຫວຽດນາມ ທີ່ໄປຢ້ຽມຢາມ ອາເມລິກາ,ໂດຍບໍ່ຕ້ອງເປັນຫ່ວງເຖິງເລື່ອງ transit. ດ້ານອື່ນ ແຂກທ່ອງທ່ຽວ ຈາກ ອາເມລິກາ ມາ ຫວຽດນາມ ຈະມີຄວາມສະດວກກວ່າ ແລະ ບັນດາຜະລິດຕະພັນທ່ອງທ່ຽວຜ່ານສາຍການບິນນີ້ຈະຫຼາກຫຼາຍກວ່າ”.  
TAG
VOV/VOVworld/CAT 1/ການບິນ/ພົນລະເຮືອນ/ການເດີນທາງອາກາດ

More