VOV WorldVOV World
ເພີ່ມທະວີການກວດກາ, ກະຕຸກຊຸກຍູ້, ຕັດສິນໃຈແກ້ໄຂບັດເຫຼືອງ ອີຊີ
16/04/2026 10:46
[VOVWORLD] - ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງກວດກາຄືນລະບົບກົດໝາຍ, ຂັ້ນຕອນການຄຸ້ມຄອງເຖິງການຂຸດຄົ້ນສິນໃນນ້ຳຢ່າງຮອບດ້ານ, ຈາກການຄວບຄຸມໜ່ວຍກອງກຳປັ່ນ, ການຊອກຫາຕົ້ນກຳເນີດ ຕະຫຼອດຮອດການນຳເຂົ້າວັດຖຸດິບ.
ເພີ່ມທະວີການກວດກາ, ກະຕຸກຊຸກຍູ້, ຕັດສິນໃຈແກ້ໄຂບັດເຫຼືອງ ອີຊີ
17_16-4_am_chieu_anh_1.jpg (ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ກ່າວ​ຄຳ​ເຫັ​ນ​ທີ່ກອງ​ປະ​ຊຸມ)         ວັນ​ທີ 16 ເມ​ສາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ ໂຮ່ກວັກ​ຢຸງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ກອງ​ປະ​ຊຸມ​ຄັ້ງ​ທີ 34 ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​​ການ​ປ້ອງ​ກັນ, ຕ້ານການຫາ​ປາ​ແບບ​ຜິດ​ກົດ​ໝາຍ, ບໍ່​ລາຍ​ງານ ແລະ ບໍ່​​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ (IUU).         ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເນັ້​ນ​ໜັກ​ວ່າ ເພື່ອ​ແກ້​ໄຂ​ບັດ​ເຫຼືອງ IUU ຂອງ​ຄະ​ນະ​ກຳ​ມະ​ການ ເອີ​ລົບ (ອີ​ຊີ), ຕ້ອງ​ມີ​ການ​ປ່ຽນ​ແປງ​ໂດຍ​ພື້ນ​ຖານ​ໃນ​ການ​ປະ​ຕິ​ບັດ​ການ​ຈັດ​ຕັ້ງ, ຈາກ​ການ​ຊີ້ນ​ຳ​ຕະ​ຫຼອດ​ຮອດ​ການ​ກະ​ທຳ​ລະ​ອ​ຽດ.         “ສະ​ເໜີ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ຄຳ​ຊີ້​ນຳ​ກ່ອນນີ້​ຢ່າງ​ເຂັ້ມ​ງວດ. ໃນ​ນັ້ນ, ມອບ​ໜ້າ​ທີ່​ລະ​ອຽດ​ໃຫ້​ບັນ​ດາ​ຂະ​ແໜງ​ການ, ທ້ອງ​ຖິ່ນ. ​ກະ​ຊວງ​ໃດ, ຂະ​ແໜງ​ການ​ໃດ, ທ້ອງ​ຖິ່ນ​ໃດ​ບໍ່​ປະ​ຕິ​ບັດ​ຢ່າງ​ຖືກ​ຕ້ອງ​ພວກ​ເຮົາ​ຕ້ອງກວດ​ກາ​ຕີ​ລ​າ​ຄາ​ຄືນຢ່າງ​ເຂັ້ມ​ງວດ. ​ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້ກະ​ຊວງ​​ກະສິ​ກຳ ແລະ ​ສິ່ງ​ແວດ​ລ້ອມ ຕ້ອງ​ຍື່ນ​ສະ​ເໜີ​ການປະ​ກາດ​ໃຊ້​​ດຳ​ລັດ​ວ່າ​ດ້ວຍການ​ປັບ​ໄໝ​ບໍ​ລິ​ຫານ ໃນ​ຂົ​ງ​ເຂດ​ສິນ​ໃນ​ນ້ຳ ຕາມ​ທິດ​ແມ່ນເພີ່ມ​ການ​ປັບ​ໄໝ. ເຮັດ​ຜິດ​ຮອດ​ໃສ​ພວກ​ເຮົາ​ປັບ​ໄໝ​ຮອດນ​ັ້ນ​ຢ່າງ​ເຂັ້ມ​ງວດ”.         ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງກວດ​ກາ​ຄືນ​​ລະ​ບົບກົດ​ໝາຍ, ຂັ້ນ​ຕອນ​ການ​ຄຸ້​ມ​ຄອງ​ເຖິງ​ການ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ຢ່າງ​ຮອບ​ດ້ານ, ຈ​າກ​ການ​ຄວບ​ຄຸມ​ໜ່ວຍກອງ​ກຳ​ປັ່ນ, ກາ​ນ​ຊອກຫາ​ຕົ້​ນ​ກຳ​ເນີດ ຕະ​ຫຼອດ​ຮອດ​ການນ​ຳ​ເຂົ້າວັດ​ຖຸ​ດິບ.
TAG
VOV/VOVWORLD/ຂະ​ແໜງ​ການ/ທ້ອງ​ຖິ່ນ/​ກະ​ຊວງ​/IUU

More