VOV WorldVOV World
ຂະແຫນງທ່ອງທ່ຽວແຂວງ ບິ່ງທ້ວນ ບືນຕົວຂຶ້ນກາຍເປັນຈຸດນັດພົບຂອງນັກທ່ອງທ່ຽວສາກົນ
04/03/2025 04:00
(VOVWORLD) - ບິ່ງທ້ວນ ດ້ວຍທ່າໄດ້ປຽບກ່ຽວກັບທະເລ ພ້ອມກັບບັນດາສະຖານທີ່ທ່ອງທ່ຽວອັນດູດດຶ່ມ ພວມມານະພະຍາຍາມກາຍເປັນຈຸດນັດພົບແຖວຫນ້າໃນໂລກ ແລະ ແມ່ນບ່ອນມີການເຕີບໂຕໃຫມ່, ຂະຫຍັນຂັນເຄື່ອນ. ບິ່ງທ້ວນ ເອົາໃຈໃສ່ຍົກສູງຄຸນນະພາບການບໍລິການ, ປ່ຽນໃຫມ່ຜະລິດຕະພັນ.
ຂະແຫນງທ່ອງທ່ຽວແຂວງ ບິ່ງທ້ວນ ບືນຕົວຂຶ້ນກາຍເປັນຈຸດນັດພົບຂອງນັກທ່ອງທ່ຽວສາກົນ
ມີຫລາຍໂຄງການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບພວມໄດ້ຮັບການກໍ່ສ້າງຢູ່ ນະຄອນ ຟານທຽດ. (ພາບ:Đoàn Sĩ/VOV ) ຂະແຫນງທ່ອງທ່ຽວ ບິ່ງທ້ວນຟື້ນຕົວ ແລະ ເຕີບໂຕຢ່າງແຮງ ພາຍຫລັງໂລກລະບາດໂຄສິດ 19. ຖ້າຫາກປີ 2022, ບິ່ງທ້ວນ ຕ້ອນຮັບນັກທ່ອງທ່ຽວ 5.7 ລ້ານເທື່ອຄົນ, ປີກາຍນີ້ ໄດ້ເພີ່ມຂຶ້ນເກືອບທົບສອງເທົ່າ, ບັນລຸ 9,68 ລ້ານເທື່ອຄົນ. ບໍ່ພຽງແຕ່ມີທ່າໄດ້ປຽບກ່ຽວກັບຊັບພະຍາກອນດ້ານການທ່ອງທ່ຽວ, ດ້ວຍເສັ້ນທາງແຄມທະເລທີ່ຍາວຢຽດ, ຫາດຊາຍທະເລຂາວ, ນ້ຳທະເລຂຽວສະອາດ, ອາກາດມີສຽງແດດພໍດີເທົ່ານັ້ນ, ບິ່ງທ້ວນ ຍັງເຕົ້າໂຮມຫລາຍປັດໄຈສະດວກອື່ນ, ດຶງດູດບັນດານັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ. ໄລ່ມາຮອດປະຈຸບັນ, ຢູ່ບໍລິເວນແຂວງ ມີ 380 ໂຄງການລົງທຶນການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ, ໃນນັ້ນ ມີ 193 ໂຄງການໄດ້ນຳເຂົ້າເຄື່ອນໄຫວ. ຕາມທ່ານ ຫວໍຮົ່ງທັງ, ຜູ້ອຳນວຍການຝ່າຍບໍລິການ ແລະ ໃຫ້ຄຳປຶກສາພັດທະນາໂຄງການ DKRA ຫວຽດນາມ ແລ້ວ, ບິ່ງທ້ວນ ມີຫລາຍທ່າໄດ້ປຽບດ້ານການທ່ອງທ່ຽວ, ເປັນຕົ້ນແມ່ນ ທະເລ. ຄຽງຄູ່ກັນນັ້ນ, ບັນດາເສັ້ນທາງຄວາມໄວສູງໄປຜ່ານ ແລະ ສະຫນາມບິນ ລອງແທ່ງ ພວມໄດ້ຮີບເຮັ່ງກໍ່ສ້າງ. “ນີ້ແມ່ນຫນຶ່ງໃນບັນດາທ່າໄດ້ປຽບໃຫຍ່ສຸດເພື່ອໃຫ້ ບິ່ງທ້ວນ ສາມາດດຶງດູດນັກທ່ອງທ່ຽວ ແລະ ບັນດານັກລົງທຶນມາຊອກຮູ້, ລົງທຶນເຂົ້າໃນຫລາຍຂົງເຂດ ຈາກອະສັງຫາລິມະຊັບຕະຫລອດຮອດອຸດສາຫະກຳ. ນອກນັ້ນ ການປະກາດການວາງແຜນຜັງແຂວງ ບິ່ງທ້ວນ ຈະຊ່ວຍບັນດານັກລົງທຶນມີການກຳນົດທິດຢ່າງຈະແຈ້ງກວ່າ, ຜ່ານນັ້ນ ບັນດານັກລົງທຶນຈະກຳນົດຢ່າງຈະແຈ້ງໄດ້ເຖິງຄຸນຄ່າ, ຄວາມຕ້ອງການຂອງທ້ອງຖິ່ນເພ່ືອມີການຕັດສິນໃຈ”. ທ່ານ ປອ ເຈີນຢູລິກ ໃຫ້ຂໍ້ສັງເກດວ່າ: ບິ່ງທ້ວນ ບໍ່ພຽງແຕ່ແມ່ນສູນກາງແຫ່ງຊາດ ກ່ຽວກັບພະລັງງານສະອາດ ແລະ ພະລັງງານທົດແທນ ຫາກຍັງແມ່ນສູນກາງດ້ານການທ່ອງທ່ຽວສາກົນ. ບິ່ງທ້ວນ ຈຳເປັນຕ້ອງມີຍຸດທະສາດໂຄສະນາສື່ສານຢ່າງແຮງກວ່າອີກເພື່ອໃຫ້ກາຍເປັນຈຸດນັດພົບອັນດັບຫນຶ່ງຂອງເຂດພາກໃຕ້.
TAG
VOV/VOVworld/ການເຄື່ອນໄຫວທ່ອງທ່ຽວ/ບິ່ງທ້ວນ/ພັກຜ່ອນບຳລຸງສຸຂະພາບ

More